ຄະນະຊີ້ນຳ 515 ແຂວງ ກ໋ວາງງາຍຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນ, ນັກຮົບເກົ່າ ແລະ ຄົນເປັນພະຍານສະໜອງຂໍ້ມູນຮັບໃຊ້ວຽກງານຄົ້ນຫາ.
ທ່ານພົນຕີ ເລື່ອງວັນກຽມ ຜູ້ບັນຊາການທະຫານເຂດ 3 ແລະ ການນຳແຂວງ ນິງບິ່ງ ມອບຂອງຂວັນ, ລະດົມກຳລັງໃຈກຳລັງປະຕິບັດວຽກງານໃນສະຖານທີ່ຕົວຈິງ (ພາບ: VNA)
ວັນທີ 13 ກໍລະກົດ, ບັນດາຄະນະປະຕິບັດງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ແລະ ຂອງ ທະຫານເຂດ 3 ໄດ້ດຳເນີນການລົງກວດກາຕົວຈິງ ຢູ່ກ໋ວາງຫງາຍ, ນິງບິ່ງ ແລະ ເຮັດວຽກກັບອຳນາດການປົກຄອງເພື່ອຍູ້ໄວການປະຕິບັດໂຄງການ 500 ວັນແລະ ຄືນແຫ່ງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຢູ່ກ໋ວາງຫງາຍ, ພາຍຫລັງການລົງກວດກາຕົວຈິງຢູ່ເຂດຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດລວມໝູ່ຢູ່ຖະໜົນ ເຈື່ອງຈິງ (ຂຶ້ນກັບຕາແສງ ດັກເກິມ ແລະ ຕາແສງ ກອນຕຸມ) ແລະ ເຮັດວຽກກັບຄະນະຊີ້ນຳກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ, ທ່ານພົນໂທ ຫງວຽນວັນເກົ໋າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຮຽກຮ້ອງໃຫ້ຄະນະຊີ້ນຳ 515 ແຂວງ ກ໋ວາງງາຍຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນ, ນັກຮົບເກົ່າ ແລະ ຄົນເປັນພະຍານສະໜອງຂໍ້ມູນຮັບໃຊ້ວຽກງານຄົ້ນຫາ.
ຢູ່ນິງບິ່ງ, ທ່ານພົນຕີ ເລືອງວັນກຽມ, ຜູ້ບັນຊາການທະຫານເຂດ 3 ໄດ້ລົງກວດກາການປະຕິບັດໂຄງການ 500 ວັນແລະ ຄືນເພື່ອແນໃສ່ຕີລາຄາການຜັນຂະຫຍາຍໂຄງການຕົວຈິງ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງທັນການ ແລະ ຊີ້ນຳບັນດາມາດຕະການແກ້ໄຂແນໃສ່ຍົກສູງປະສິດທິຜົນການປະຕິບັດໜ້າທີ່ໃນໄລຍະຈະມາເຖິງ.
ແລະກໍ່ໃນວັນດຽວກັຍ, ກອງບັນຊາການທະຫານນະຄອນ ດ່ານັ້ງ ໄດ້ຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 5 ອັດຖິຢູ່ເຂດຖ້ຳດ່າເຊິບ; ຂຶ້ນກັບຕາແສງຮ່າຍາ, ນະຄອນດ່ານັ້ງ. ທີ່ກາວບັ່ງ, ກອງບັນຊາການທະຫານແຂວງ ກ໋າວບັ່ງ ໄດ້ຈັດຕັ້ງການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພືອຊາດ ມ້າວັນຢີ່ ຢູ່ບ້ານລາງມົນ, ຕາແສງມິງເຕິມ, ແຂວງກາວບັ່ງ.