ວັນທີ 1 ມິຖຸນາ, ຄະນະກຳມະການເອີລົບ ໄດ້ອະນຸຍາດໃຫ້ ກຣົວຊີ ເຂົ້າເປັນປະເທດສະມາຊິກທີ 20 ຂອງພາກພື້ນນຳໃຊ້ສະກຸນເງິນ ເອີໂຣ (Eurozone) ນັບແຕ່ປີ 2023, ພາຍຫຼັງ 10 ປີຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ.
ກຣົວຊີ ຈະແມ່ນປະເທດສະມາຊິກທີ 20 ຂອງ Eurozone
ໃນບົດລາຍງານທີ່ປະກາດໃນວັນນີ້, ຄະນະກຳມະການເອີໂຣ (EC) ແລະ ທະນາຄານສູນກາງ ເອີລົບ (ECB) ໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ ກຣົວຊີ ມີເງື່ອນໄຂມາດຖານຢ່າງພຽງພໍເພື່ອເຂົ້າເປັນສະມາຊິກຂອງ ສະຫະພາບເອີຣົບ. ຕາມນັ້ນແລ້ວ, ກຣົວຊີ ໄດ້ຮັບປະກັນອັດຕາໄພເງິນເຟີ້ສະເລ່ຍໃນຮອບເວລາ 1 ປີຜ່ານມາຢູ່ລະດັບ 4,7%, ຕ່ຳກ່ວາລະດັບກຳນົດແມ່ນ 4,9%, ຮັກສາສະພາບການເງິນທີ່ໂປ່ງໄສ, ການຂາດດຸນງົບປະມານປີ 2021 ຢູ່ລະດັບຕ່ຳກ່ວາ 2,9% ຍອດຜະລິດຕະພັນພາຍໃນປະເທດ (GDP)…
(ແຫຼ່ງຄັດຈາກ VOV)