• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ, ສົ່ງ​ແຫຼ່ງ​ບັນ​ດານ​ໃຈ, ປຸກ​ລຸກ​ແງ່​ຫວັງ​ພັດ​ທະ​ນາ, ສ້າງ​ບັນ​ດາ​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນຕະຫຼອດເສັ້ນທາງປະຫວັດສາດ 100 ປີ, ສື່ມວນຊົນ ຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຢັ້ງຢືນບົດບາດແມ່ນອາວຸດດ້ານການເມືອງ, ວັດທະນະທຳ, ແນວຄິດອັນແຫຼມຄົມ, ສຳຄັນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 21 ມິຖຸນາ ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ແລະ ມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ດ້ວຍຫົວຂໍ້ “ເຫຼັກກ້າໃນປາກກາ, ໄຟໃນຫົວໃຈ”.

ກ່າວຄຳເຫັນທີ່ພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນຕະຫຼອດເສັ້ນທາງປະຫວັດສາດ 100 ປີ, ສື່ມວນຊົນ ຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຢັ້ງຢືນບົດບາດແມ່ນອາວຸດດ້ານການເມືອງ, ວັດທະນະທຳ, ແນວຄິດອັນແຫຼມຄົມ, ສຳຄັນ.

ທ່ານນາຍົກລັດຖະມົນຕີຖືວ່າ ໃນວິວັດການບືນຕົວຂຶ້ນຂອງຕົນ, ການພັດທະນາຊົນຊາດ, ສື່ມວນຊົນປະຕິວັດມີບົດບາດສຳຄັນພິເສດ, ສ້າງກຳລັງໜູນ, ສົ່ງແຫຼ່ງບັນດານໃຈ, ປຸກລຸກຄວາມຫວັງພັດທະນາ, ສ້າງບັນດາຄຸນຄ່າໃໝ່ໃຫ້ແກ່ປະເທດຊາດ, ເຮັດໃຫ້ຄວາມຫວັງກ່ຽວກັບ ຫວຽດນາມ ເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ເຕັມໄປດ້ວຍຄວາມເມດຕາປານີ ພຸ່ງຂຶ້ນ; ແຜ່ກະຈາຍຄວາມມຸ່ງຫວັງໄປເຖິງປະຊາຊົນທຸກຊັ້ນວັນນະໃນສັງຄົມຢ່າງເລິກເຊິ່ງກວ້າງຂວາງ. ທ່ານສະເໜີວ່າ:

. ອົງການສື່ມວນຊົນແຕ່ລະອົງການ, ຜູ້ເຮັດວຽກງານການຂ່າວແຕ່ລະຄົນ ຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງຕໍ່ຄວາມຮັບຜິດຊອບອັນສູງສົ່ງຂອງຕົນ. ເສີມຂະຫຍາຍມູນເຊື້ອສະຫງ່າອົງອາດ 100 ປີ, ສື່ມວນຊົນປະຕິວັດ ຍາມໃດກໍ່ຕ້ອງແມ່ນກະບອກສຽງອັນສັດຊື່, ພາວະວິໄສ, ສ່ອງແສງກະແສຂອງຊີວິດໃນຫຼາຍດ້ານຫຼາຍສົ້ນ, ແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງພັກ, ລັດ ກັບປະຊາຊົນ, ກ້າຫານຕໍ່ສູ້ກັບສິ່ງທີ່ບໍ່ດີ, ປະກົດການຫຍໍ້ທໍ້, ພ້ອມທັງລະດົມກຳລັງໃຈ, ແຜ່ກະຈາຍບັນດາແບບຢ່າງທີ່ດີເດັ່ນ, ສິ່ງທີ່ດີງາມ, ບັນດາຄຸນຄ່າທາງດ້ານວັດທະນະທຳອັນເລິກເຊິ່ງຂອງສັງຄົມ.

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top