ຈິດຕະກອນ ເຈິນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຄັ້ງນີ້.
ງານວາງສະແດງຫົວເລື່ອງສະເພາະ “ໂຮ່ຈີມິນ ໃນສິລະປະປະຕິມາກຳ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາທີ່ຮ່າໂນ້ຍ ຊື່ງໄດ້ແນະນຳ 60 ຜົນງານໄດ້ຄັດເລືອກໃນນັບຮ້ອຍຜົນງານປະດິດສ້າງ ກ່ຽວກັບປະທານ ໂຮ່ຈີມິນ ຂຶ້ນກັບການຮຽບຮຽງຂອງຫໍພິພິຕະພັນວິຈິດສິນ ຫວຽດນາມ. ບັນດາຜົນງານໄດ້ວາງສະແດງຄັ້ງນີ້ ໄດ້ພັນລະນາບັນດາຂີດໝາຍສຳຄັນໃນຊີວິດ, ພາລະກິດການປະຕິບັດຂອງປະທານ ໂຮ່ຈີມິນ ຄາວເຍົາວະຊົນ, ຜ່ານໄລຍະເວລາໄປຕ່າງປະເທດຊອກຫາເສັ້ນທາງກູ້ຊາດ, ກັບເມືອປະເທດ ແລະ ນຳພາການປະຕິວັດ ຫວຽດນາມ ໂດຍກົງປະສົບຜົນສຳເລັດ. ຈິດຕະກອນ ເຈິນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຄັ້ງນີ້ ໃຫ້ຮູ້ວ່າ:
ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍເມື່ອມີພາບແຕ້ມໄດ້ນຳມາວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ. ນັ້ນແມ່ນຄວາມໄຝ່ຝັນຂອງຜູ້ເຮັດອາຊີບທຸກຄົນ. ແຕ້ມພາບກ່ຽວກັບຫົວເລື່ອງ ປະທານ ໂຮ່ຈີມິນ ແມ່ນຍາກຫຼາຍ. ເມື່ອເວົ້າເຖິງໄຊຊະນະ ດ້ຽນບຽນຝູ ແມ່ນຄົນເຮົາຈະຄິດເຖິງ ປະທານ ໂຮ່ຈີມິນ, ທ່ານພົນເອກ ຫວໍ້ງວຽນຢາບ ແລະ ກອງທັບ ປຊຊ ຫວຽດນາມ. ດັ່ງນັ້ນ ຕ້ອງແຕ້ມໃຫ້ແຈ້ງ, ມີຊີວິດຊີວາ ຈຶ່ງຈະເຊີດຊູຄຸນງາມຄວາມດີຂອງ ປະທານ ໂຮ່ຈີມິນ, ເຊີດຊູ ໄຊະນະ ດ້ຽນບຽນຝູ ໄດ້.
(ແຫຼ່ງຄັດຈາກ VOV)