ຕອນເຊົ້າວັນທີ 09 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ສະພາແຫ່ງຊາດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ”.
ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: VOV)
ເຂົ້າຮ່ວມ ແລະ ເປັນປະທານຮ່ວມທີ່ກອງປະຊຸມສໍາມະນາ ມີທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດ ຫວຽດນາມ; ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ; ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫງຊາດ ຫວຽດນາມ ແລະ ທ່ານ ມາຍວັນຈິງ ຮອງນາຍົກລັດຖະມົນຕີ ຫວຽດນາມ.
ກອງປະຊຸມສຳມະນາແມ່ນໂອກາດເພື່ອຫວນຄືນໄລຍະທາງ 80 ປີ (1945 – 2025) ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ, ຢັ້ງຢືນບັນດາຄຸນຄ່າປະຫວັດສາດ ແລະ ບົດບາດໃຈກາງຂອງສະພາແຫ່ງຊາດໃນລະບົບການເມືອງ; ພ້ອມທັງສະຫຼຸບບັນດາຜົນງານ, ບົດຮຽນປະສົບການ, ຊີ້ແຈ້ງບັນດາຄວາມຮຽກຮ້ອງປ່ຽນແປງໃໝ່ເພື່ອຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)