ງານບຸນ ແມ່ນໂອກາດເພື່ອໃຫ້ປະຊາຄົມບັນດາປະເທດ ອາຊີ ແນະນຳຈຸດວັດທະນະທຳທີ່ເປັນເອກະລັກ ແລະ ອາຫານພື້ນເມືອງຂອງຕົນເຖິງມະຫາຊົນ ຣູມານີ.
ການເດີນແບບຊຸດອາພອນປະຈຳຊາດຢູ່ງານບຸນ (ພາບ:VOV)
ງານບຸນວັດທະນະທຳ ອາຊີ ຄັ້ງທີ 3 ຫາກໍດຳເນີນຢູ່ຫໍພິພິທະພັນແຫ່ງຊາດບ້ານ Dimitrie Gusti, ນະຄອນຫຼວງ Bucharest, ປະເທດ ຣູມານີ. ນີ້ແມ່ນຄັ້ງທີ 3 ທີ່ເຫດການວັດທະນະທຳນາໆຊາດໄດ້ຮັບການຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງ 14 ປະເທດ, ໃນນັ້ນ ມີ ຫວຽດນາມ. ງານບຸນ ແມ່ນໂອກາດເພື່ອໃຫ້ປະຊາຄົມບັນດາປະເທດ ອາຊີ ແນະນຳຈຸດວັດທະນະທຳທີ່ເປັນເອກະລັກ ແລະ ອາຫານພື້ນເມືອງຂອງຕົນເຖິງມະຫາຊົນ ຣູມານີ. ໃນຂອບເຂດຂອງເຫດການ, ຮ້ານວາງສະແດງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ສຸດ ດ້ວຍບັນດາເຍື່ອງອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳສິລະປະ ແລະ ສິນຄ້າທີ່ເປັນເອກະລັກມາຈາກຫຼາຍທ້ອງຖິ່ນ, ອັນໄດ້ນຳມາເຊິ່ງວິໄສທັດທີ່ມີຊີວິດຊີວາກ່ຽວກັບຄວາມຫຼາກຫຼາຍສີສັນ, ຄວາມອຸດົມສົມບູນຂອງວັດທະນະທຳ ຫວຽດນາມໃຫ້ແຂກມາຊົມ.
ນອກຈາກອາຫານການກິນ ແລະ ບັນດາຜະລິດຕະພັນພິເສດສະເພາະ, ຫວຽດນາມ ຍັງມີບໍລິເວນວັດທະນະທຳທີ່ເປັນເອກະລັກສະເພາະ ດ້ວຍການເດີນແບບຊຸດອາພອນປະຈຳຊາດ ແລະ ບັນດາວາດຟ້ອນພື້ນເມືອງ, ຜ່ານນັ້ນປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າວັດທະນະທຳຂອງຊາດ, ພ້ອມທັງດຶງດູດຄວາມສົນໃຈ ແລະ ການຕອບສະໜອງຢ່າງສຸດໃຈຈາກປະຊາຊົນປະຈຳຖິ່ນເປັນຈຳນວນຫຼວງຫຼາຍ.
(ແຫຼ່ງຄັດຈາກ VOV)