ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. (ພາບ:Doãn Tấn/TTXVN)
ຕອນບ່າຍວັນທີ 9 ກັນຍາ, ຢູ່ ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດຂັ້ນຊາດ ດ້ວຍຫົວຂໍ້ວ່າ: “ສະພາແຫ່ງຊາດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະພັດທະນາ”. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ເປັນປະທານກອງປະຊຸມສຳມະນາ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ເນັ້ນຫນັກວ່າ: 80 ປີຜ່ານມາ, ສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ຕັດສິນຊີ້ຂາດບັນດາບັນຫາສຳຄັນຂອງປະເທດຊາດ. ໃນສະພາບການໃຫມ່ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່, ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດກ່າວວ່າ:
“ເລື່ອງແລກປ່ຽນ, ປຶກສາຫາລື, ສະຫລຸບ, ຕີລາຄາພຶດຕິກຳຕົວຈິງການປ່ຽນໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃນ 80 ປີຜ່ານມາ, ກຳນົດບັນດາຜົນງານທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງ ແລະ ການສະເຫນີບັນດາມາດຕະການ ເພື່ອແນໃສ່ສືບຕໍ່ປ່ຽນແປງໃຫມ່ການຈັດຕັ້ງ, ຍົກສູງປະສິດທິຜົນ, ປະສິດທິພາບການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະໃຫມ່ ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ພາວະວິໄສ”
(ແຫຼ່ງຄັດຈາກ VOV)