• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ໃນ​ປີ​ນີ້​ໂດຍ​ໄວ

ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຕ້ອງເລືອກໃຫ້ຊັດເຈນ ແລະ ຖືກຕ້ອງ, ສຸມໃສ່ຜະລິດຕະພັນຈຸດສຸມຈຳນວນໜຶ່ງທີ່ມີຄວາມສາມາດແຜ່ຂະຫຍາຍ, ສ້າງຄຸນຄ່າເພີ່ມຢ່າງໃຫຍ່ຫຼວງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງ ຫວຽດນາມ.
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 9 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວກັບການຄົ້ນຄວ້າ, ຄັດເລືອກ 1 ຫາ 3 ຜະລິດຕະພັນເຕັກໂນໂລຢີຍຸດທະສາດທີ່ຕ້ອງການໃຫ້ບຸລິມະສິດຜັນຂະຫຍາຍໃນປີນີ້. ນີ້ແມ່ນການກະທຳລະອຽດເພື່ອແນໃສ່ຫັນມະຕິວ່າດ້ວຍການພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີຍຸດທະສາດຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ໃຫ້ປະກົດຜົນເປັນຈິງ. ທ່ານ ບຸ່ຍເຖຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ:

“ຜ່ານການສຳຫຼວດເອົາຄຳເຫັນຈາກບັນດາກະຊວງ, ຂະແໜງການ, ສ່ວນຫຼາຍໃຫ້ບຸລິມະສິດໃຫ້ແກ່ 3 ກຸ່ມຜະລິດຕະພັນທີ່ມີຄວາມເປັນໄປໄດ້ສູງ, ຫັນເປັນການຄ້າຢ່າງຈະແຈ້ງ. ນອກຈາກນັ້ນ ຍັງມີອີກຜະລິດຕະພັນນັ້ນແມ່ນ Block chain. ຍັງ 11 ເຕັກໂນໂລຢີຍຸດທະສາດທີ່ພວມກໍ່ສ້າງດ້ວຍຄວາມຄືບໜ້າແຕ່ 3 ຫາ 5 ປີ”.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຕ້ອງເລືອກໃຫ້ຊັດເຈນ ແລະ ຖືກຕ້ອງ, ສຸມໃສ່ຜະລິດຕະພັນຈຸດສຸມຈຳນວນໜຶ່ງທີ່ມີຄວາມສາມາດແຜ່ຂະຫຍາຍ, ສ້າງຄຸນຄ່າເພີ່ມຢ່າງໃຫຍ່ຫຼວງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງ ຫວຽດນາມ. ຜະລິດຕະພັນເຕັກໂນໂລຢີຍຸດທະສາດ ບໍ່ພຽງແຕ່ຮັບໃຊ້ຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ ຫາກຍັງວາງພື້ນຖານໃຫ້ແກ່ການພັດທະນາໃນໄລຍະຍາວ, ມີຂີດໝາຍ “ Made by Viet Nam”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນຫລັກໝັ້ນການປ້ອງກັນຊາດຢູ່ ກອງປະຊຸມເຈລະຈາ ເຊີອູນ ປີ 2025

ຫວຽດນາມ ຢັ້ງຢືນຫລັກໝັ້ນການປ້ອງກັນຊາດຢູ່ ກອງປະຊຸມເຈລະຈາ ເຊີອູນ ປີ 2025

ຫວຽດນາມຢຶດໝັ້ນສືບຕາມນະໂຍບາຍເອກະລາດ, ເປັນເຈົ້າ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ພ້ອມແລ້ວທີ່ຈະແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດ.

Top