• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນຫລັກໝັ້ນການປ້ອງກັນຊາດຢູ່ ກອງປະຊຸມເຈລະຈາ ເຊີອູນ ປີ 2025

ຫວຽດນາມຢຶດໝັ້ນສືບຕາມນະໂຍບາຍເອກະລາດ, ເປັນເຈົ້າ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ພ້ອມແລ້ວທີ່ຈະແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດ.
ພົນໂທ ຮ່ວາງຊວນຈຽນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລື ກ່ຽວກັບ "ການຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍາວນານ". (ພາບ: Khánh Vân/TTXVN)

ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ສ. ເກົາຫລີ, ແຕ່ວັນທີ 8 – 10 ກັນຍາ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳຫນ້າ ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາການປ້ອງກັນຊາດ ເຊີອູນ ຄັ້ງທີ 14 (SDD-14). ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ດ້ວຍຫົວຂໍ້ “ຫລຸດຜ່ອນຄວາມເຄັ່ງຕຶງການທະຫານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍາວນານ” ຊື່ງໄດ້ດຳເນີນໃນຕອນເຊົ້າວັນທີ 9 ກັນຍາ, ພົນໂທ ຮ່ວາງຊວນຈຽນ ຢັ້ງຢືນ: ຫວຽດນາມຢຶດໝັ້ນສືບຕາມນະໂຍບາຍເອກະລາດ, ເປັນເຈົ້າ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ພ້ອມແລ້ວທີ່ຈະແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດ.

ໃນຂົງເຂດປ້ອງກັນຊາດ, ຫວຽດນາມຢຶດໝັ້ນນະໂຍບາຍ “ 4 ບໍ່” (ບໍ່ເຂົ້າຮ່ວມການສຳພັນທະມິດດ້ານການທະຫານ; ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການທະຫານ ຫລື ນຳໃຊ້ຜືນແຜນດິນເພື່ອຕ້ານຄືນປະເທດອື່ນ, ບໍ່ນຳໃຊ້ອາວຸດຫລື ນາບຂູ່ການນຳໃຊ້ອາວຸດໃນການພົວພັນສາກົນ”, ຖືສຳຄັນການໂປ່ງໃສຈະແຈ້ງດ້ານຂໍ້ມູນການທະຫານ, ເຄົາລົບກົດໝາຍສາກົນ ແລະ ໃຫ້ຄຳໝັ້ນສັນຍາແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ແມ່ນພື້ນຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ.

ເພື່ອຫລຸດຜ່ອນຄວາມເຄັ່ງຕຶງການທະຫານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍາວນານ, ພົນໂທ ຮ່ວາງຊວນຈຽນ ສະເຫນີ 5 ໝວດມາດຕະການ, ໃນນັ້ນ ມີ ການເຄົາລົບກົດໝາຍສາກົນ; ເຊີດຊູລັດທິຫລາຍຝ່າຍ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສາກົນ, ຮັກສາ ແລະ ເປີດການເຈລະຈາຍຸດທະສາດດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການທູດຢູ່ທຸກຂັ້ນ; ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ເພີ່ມທະວີຄວາມໂປ່ງໃສຈະແຈ້ງດ້ານນະໂຍບາຍ, ຍຸດທະສາດ ແລະ ການເຄື່ອນໄຫວດ້ານການທະຫານ ພ້ອມທັງຍູ້ແຮງການສ້າງບັນດາໂທລະສັບສາຍດ່ວນແກ້ໄຂສະພາບການຮີບດ່ວນ.

ໃນຂອບເຂດ SDD-14, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ມີບັນດາການພົບປະສອງຝ່າຍກັບຄະນະຜູ້ແທນ ມາເລເຊຍ, ສິງກະໂປ ແລະ ຕວກກີ.

(ແຫຼ່ງຄັດຈາກ VOV)

ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ກາຍ​ແຈ້ງ​ໃນ​ເທດ​ສະ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ໃຫຍ່ທີ່​ສຸດ​ຢູ່ ອັງ​ກິດ

ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ກາຍ​ແຈ້ງ​ໃນ​ເທດ​ສະ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ໃຫຍ່ທີ່​ສຸດ​ຢູ່ ອັງ​ກິດ

ບັນດາລາຍການແຫ່ຂະບວນ ແລະ ສະແດງສິລະປະຂອງຄະນະ ຫວຽດນາມ ໂດຍສະຫະພັນແມ່ຍິງ ແລະ ເດັກນ້ອຍ ຫວຽດນາມ ອາໄສຢູ່ ອັງກິດ ຈັດນັ້ນ ບໍ່ພຽງແຕ່ເຊີດຊູວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈອັນໜຸ່ມແໜ້ນ, ທັນສະໄໝ ແລະ ການເຊື່ອມໂຍງຂອງວັດທະນະທຳ ຫວຽດນາມ ກັບວັດທະນະທຳໂລກ.

Top