• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນບ້ານແຊນທົ່ວປະເທດປີ 2025

ງານບຸນບ້ານແຊນປີນີ້ໄດ້ຈັດຂຶ້ນໃນຂອບຂະໜາດທົ່ວປະເທດ, ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງທີ່ຟົດຟື້ນ.
ງານບຸນບ້ານແຊນທົ່ວປະເທດປີ 2025 (ພາບ: TTXVN)

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2025), ຕອນຄ່ຳວັນທີ 15 ພຶດສະພາ, ຄະນະກຳມະການປະຊາຊົນແຂວງ ເງະອານ ສົມທົບກັບກະຊວງວັດທະນະທຳ, ກິລາ - ທ່ອງທ່ຽວ ແລະ ກະຊວງຕຳຫຼວດ ຫວຽດນາມ ຈັດພິທີໄຂງານບຸນບ້ານແຊນ ທົ່ວປະເທດ ຢ່າງສົມກຽດ ແລະ ເປີດສະຫຼອງກິດຈະກຳຮູບປັ້ນ “ລຸ່ງ ໂຮ່ ເມືອຢາມບ້ານເກີດ” ຢູ່ ເງັ້ະອານ. ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມເຫດການ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາພັກແຂວງ ເງະອານ ຫງວຽນດຶກຈູງ ໃຫ້ຮູ້ວ່າ, ງານບຸນບ້ານແຊນປີນີ້ໄດ້ຈັດຂຶ້ນໃນຂອບຂະໜາດທົ່ວປະເທດ, ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງທີ່ຟົດຟື້ນ, ມີຄວາມໝາຍ, ສ້າງບັນຍາກາດສິລະປະທີ່ມີຊີວິດຊີວາ, ມີຫຼາຍສີສັນຂອງປະຊາຄົມບັນດາເຜົ່າ ຫວຽດນາມ. ກໍ່ທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມໄດ້ຕັດແຖບຜ້າເປີດສະຫຼອງຮູບປັ້ນ “ລຸ່ງ ໂຮ່ ເມືອຢາມບ້ານເກີດ”. ທ່ານເລຂາພັກແຂວງ ເງະອານ ຫງວຽນດຶກຈູງ, ເນັ້ນໜັກວ່າ:

        “ນັບແຕ່ນີ້, ໃນເຂດບ້ານແຊນ ແລະ ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກິມລຽນ ຈະມີກິດຈະກຳທີ່ມີຄວາມໝາຍຕື່ມອີກແຫ່ງໜຶ່ງ. ຮູບປັ້ນລຸງ ໂຮ່ ນັ້ນຄືດັ່ງການບອກເຕືອນພວກເຮົາຍາມໃດກໍ່ຕ້ອງຈົດຈຳ ແລະ ສືບຕໍ່ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ມີຄວາມໝັ້ນຄົງເພື່ອກ້າວເຂົ້າສູ່ສັງກາດໃໝ່, ສັງກາດຂອງຄວາມຄາດຫວັງເຂັ້ມແຂງແຮງກ້າ, ເຊື່ອມໂຍງຢ່າງຮອບດ້ານ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງ, ກວ້າງຂວາງຂອງປະເທດຊາດ”.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top