ປຶ້ມແມ່ນການສະສົມບັນດາເອກະສານອັນລ້ຳຄ່າທີ່ເລົ່າຄືນໄລຍະເວລາ ປະທານໂຮ່ຈີມິນ ເຄື່ອນໄຫວຢູ່ໄທ ໃນປີ 1928 – 1929.
ບັນດາຜູ້ແທນເຂົ້າຮ່ວມພິທີແນະນຳປຶ້ມ
ວັນທີ 18 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນແຂວງ ອຸດອນທານີ, ໄທ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ສົມທົບກັບສຳນັກພິມຈຳໜ່າຍການສຶກສາ ຫວຽດນາມ ຈັດພິທີແນະນຳຕໍ່ຜູ້ອ່ານກ່ຽວກັບປຶ້ມສອງພາສາ ຫວຽດ - ໄທທີ່ມີຊື່ວ່າ “ລຸງໂຮ່ຢູ່ ໄທ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2025).
ປຶ້ມແມ່ນການສະສົມບັນດາເອກະສານອັນລ້ຳຄ່າທີ່ເລົ່າຄືນໄລຍະເວລາ ປະທານໂຮ່ຈີມິນ ເຄື່ອນໄຫວຢູ່ໄທ ໃນປີ 1928 – 1929. ເຖິງວ່າເວລາບໍ່ດົນ, ພຽງແຕ່ 1 ປີກ່ວາແຕ່ນີ້ແມ່ນເສັ້ນທາງທີ່ມີຄວາມສຳຄັນທີ່ສຸດໃນວິວັດແຫ່ງການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ. ໂດຍແບ່ງປັນກ່ຽວກັບການພົວພັນອັນສະໜິດຕິດພັນ ແລະ ວິວັດການເດີນທາງຂອງປະທານໂຮ່ຈີມິນ ຢູ່ ໄທ, ທ່ານປະທານສະມາຄົມມິດຕະພາບ ໄທ - ຫວຽດນາມ Sanan Angubolkul ແບ່ງປັນວ່າ:
ການພົວພັນອັນສະໜິດຕິດພັນລະຫວ່າງປະທານໂຮ່ຈີມິນ ແລະ ໄທ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດເທົ່ານັ້ນ ຫາກຍັງແມ່ນສ້າງຂີດໝາຍໃຫ້ແກ່ການເລີ່ມຕົ້ນຂອງນ້ຳໃຈເພື່ອນມິດທີ່ເລິກເຊິ່ງລະຫວ່າງສອງປະເທດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ກັບ ຊາວຫວຽດນາມອາໄສຢູ່ໄທ, ໃນໄລຍະປະທານໂຮ່ຈີມິນເຄື່ອນໄຫວຢູ່ເຂດອີສານ ໄທ. ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ຍັງສືບຕໍສືບທອດແນວຄິດປະທານໂຮ່ຈີມິນ ຈົນຮອດປັດຈຸບັນ.
(ແຫຼ່ງຄັດຈາກ VOV)