ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 135 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ (19/5/1890 – 19/5/2025). ບໍ່ພຽງແຕ່ແມ່ນການນຳຜູ້ຍິ່ງໃຫຍ່ໃນພາລະກິດປົດປ່ອຍຊາດເທົ່ານັ້ນ, ແນວຄິດ ແລະ ແບບຢ່າງຄຸນສົມບົດຂອງປະທານ ໂຮ່ຈີມິນ ຍັງເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ອະນາຄົດຂອງປະເທດຊາດອີກດ້ວຍ.
ປະທານ ໂຮ່ຈີມິນ (ພາບເອກະສານ: dangcongsan.vn)
ແກ່ນສານຂອງແນວຄິດໂຮ່ຈີມີນ ແມ່ນຄວາມຄາດຫວັງຍາດໄດ້ເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ເພື່ອເປົ້າໝາຍສຸດທ້າຍແມ່ນນຳມາເຊິ່ງຄວາມເສລີພາບ, ຄວາມອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.
ແຕ່ລະແຜນນະໂຍບາຍອັນຖືກຕ້ອງຂອງພັກ ລ້ວນແຕ່ສ່ອງແສງການສືບທອດແນວຄິດປະທານ ໂຮ່ຈີມິນ
ແນວຄິດ ແລະ ແບບຢ່າງຂອງປະທານ ໂຮ່ຈີມິນ ໄດ້ເຍືອງທາງ, ນຳພາຊາດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ. ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ. ຈາກປະເທດທຸກຍາກ, ຫຼ້າຫຼັງ, ປັດຈຸບັນ, ລະດັບການເຕີບໂຕ GDP ສະເລ່ຍແຕ່ປີ 1986 – 2023 ບັນລຸໄດ້ປະມານ 6,5 – 7% ຕໍ່ປີ, ນຳ ຫວຽດນາມ ນອນໃນກຸ່ມ 35 ພື້ນຖານເສດຖະກິດແຖວໜ້າໂລກ ແລະ ນອນໃນກຸ່ມ 20 ປະເທດທີ່ມີຂອບຂະໜາດການຄ້າໃຫຍ່ສຸດ. ຫວຽດນາມ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ປະຊາກອນກວ່າ 100 ລ້ານຄົນເທົ່ານັ້ນ ຫາກຍັງກາຍເປັນປະເທດສົ່ງອອກເຂົ້າ ແລະ ຜະລິດຕະພັນກະເສດຫຼາຍຢ່າງຢືນອັນດັບແຖວໜ້າໃນໂລກ.
ໃນຂົງເຂດສັງຄົມ, ແນວຄິດ “ຖືປະຊາຊົນເປັນກົກ” ຂອງປະທານ ໂຮ່ຈີມິນ ໄດ້ຮັບການສະແດງອອກຢ່າງຈະແຈ້ງຜ່ານບັນດານະໂຍບາຍຂອງພັກ ກ່ຽວກັບການຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ບັນດາໂຄງການເປົ້າໝາຍແຫ່ງຊາດໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ. ພິເສດ, ແຜນນະໂຍບາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໄດ້ຮັບການຜັນຂະຫຍາຍຢ່າງແຮງໃນທົ່ວປະເທດ, ມຸ່ງໄປເຖິງເປົ້າໝາຍ ຮອດປີ 2025 ບໍ່ປະໃຫ້ປະຊາຊົນຜູ້ໃດຕ້ອງດຳລົງຊີວິດໃນເງື່ອນໄຂຫຍຸ້ງຍາກ, ບໍ່ມີເຮືອນຢູ່.
ແຫຼ່ງບັນດານໃຈໃຫ້ແກ່ຂະບວນວິວັດແຫ່ງການພັດທະນາປະເທດຊາດໃນຍຸກສະໄໝໃໝ່
ແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ເປັນແສງສະຫວ່າງເຍືອງທາງໃຫ້ແກ່ໄລຍະຜ່ານມາເທົ່ານັ້ນ, ຫາກຍັງແຜ່ກະຈາຍແຫຼ່ງກຳລັງໃຫ້ແກ່ປັດຈຸບັນ ແລະ ອະນາຄົດພັດທະນາຂອງປະເທດອີກດ້ວຍ.
ບັນດາຍຸດທະສາດ, ແຜນຜັງພັດທະນາເສດຖະກິດ - ສັງຄົມ ຮອດປີ 2030, ວິໄສທັດຮອດປີ 2045 ຂອງ ຫວຽດນາມ ລ້ວນແຕ່ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ເປັນຈຸດສຸມ. ນັ້ນແມ່ນຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ຄາວເພິ່ນຍັງມີຊີວິດຢູ່ ກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ວັດທະນາຖາວອນ. ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:
“ແນວຄິດປະທານ ໂຮ່ຈີມິນ ຈະເປັນພື້ນຖານສຳຄັນທີ່ສຸດເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາພັດທະນາປະເທດຊາດ, ປົກປັກຮັກສາປະເທດຊາດນັບແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045. ນັ້ນກໍແມ່ນວິວັດທະນາການເພື່ອສະໜອງບ່ອນອີງໃຫ້ແກ່ການສ້າງບັນດາເອກະສານກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ, ປະກອບສ່ວນສ້າງທິດສະດີກ່ຽກັບແນວທາງປ່ຽນແປງໃໝ່ໃຫ້ສົມບູນແບບ - ຖືນີ້ແມ່ນພື້ນຖານແນວຄິດຂອງພັກໃນອາຍຸການຈະມາເຖິງ”.
ໂດຍຮ່ຳຮຽນຕາມແບບຢ່າງປະທານ ໂຮ່ຈີມິນ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ໄດ້ຍົກສູງເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອນຳປະເທດຊາດກ້າວເດີນຢ່າງໄວວາ ແລະ ເຂັ້ມແຂງໃນເສັ້ນທາງຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
“ການຮ່ຳຮຽນ, ເຮັດຕາມແບບຢ່າງປະທານ ໂຮ່ຈີມິນ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ບໍ່ວ່າໃນສະພາບການໃດກໍຢຶດໝັ້ນກັບເປົ້າໝາຍເອກະລາດແບບຊົນຊາດ ຕິດພັນກັບສັງຄົມນິຍົມ; ເຈດຈຳນົງອັນແຮງກ້າ “ບໍ່ມີຍັງປະເສີດເລີດລ້ຳກວ່າເອກະລາດອິດສະຫຼະພາບ”; ປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຢ່າງບໍ່ຢຸດຢັ້ງ ພາຍໃຕ້ການນຳພາຂອງພັກ, ສົມທົບກັບກຳລັງແຮງຂອງຍຸກສະໄໝ, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, 100 ປີສະຖາປະນາປະເທດ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ, ແຕ່ພວກເຮົາກໍຕ້ອງສ້າງປະເທດ ຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສິວິໄລ ໃຫ້ໄດ້”.
ພັກ ແລະ ລັດ ຫວຽດນາມ ພວມຢຶດໝັ້ນກັບເປົ້າໝາຍພັດທະນາປະເທດຊາດບົນເສັ້ນທາງສັງຄົມນິຍົມ ເຊິ່ງປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ພ້ອມທັງເດັດດ່ຽວຜັນຂະຫຍາຍບັນດາຂອດບຸກທະລຸຍຸດທະສາດເພື່ອສ້າງບາດລ້ຽວຫັນປ່ຽນຢ່າງຈະແຈ້ງໃນຍຸກສະໄໝໃໝ່. ແຕ່ລະບາດກ້າວຫັນປ່ຽນ ລ້ວນແຕ່ປະຕິບັດຕາມຄວາມມຸ່ງມາດປາດຖະໜາຂອງເພິ່ນທີ່ວ່າ: “ສ້າງປະເທດ ຫວຽດນາມ ໃຫ້ໄດ້ 10 ເທົ່າຄືໃນວັນນີ້”, “ເພື່ອໄປທັນກັບບັນດາປະເທດມະຫາອຳນາດໃນໂລກ”.
ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ແມ່ນພື້ນຖານອັນລ້ຳຄ່າສຳລັບຊາດໃນເສັ້ນທາງພັດທະນາ. ເພິ່ນຍັງປະກົດຕົວຢູ່ໃນວຽກເຮັດ, ງານທຳແຕ່ລະຢ່າງ, ແຕ່ລະໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປັກປັກຮັກສາປະເທດ ຫວຽດນາມ.