• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຈັດວາງອັດຕາພາສີຕ້ານການຂາຍຢາງພຣາດສະຕິກບຸບລາຄາຂຶ້ນເກືອບ 75%

ຈີນ ໄດ້ຈັດວາງອັດຕາພາສີສູງສຸດ 74,9% ສຳລັບຢາງພຣາດສະຕິກນຳເຂົ້າຈາກ ອາເມລິກາ ແລະ 34,5% ສຳລັບສິນຄ້າຈາກ ອີຢູ.

ວັນທີ 18 ພຶດສະພາ, ກະຊວງການຄ້າ ຈີນ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາສຳລັບບັນດາປະເພດຢາງພຣາດສະຕິກເຕັກນິກ POM copolymer ນຳເຂົ້າຈາກ ໄຕ້ຫວັນ (ຈີນ), ສະຫະພາບ ເອີລົບ (ອີຢູ), ອາເມລິກາ ແລະ ຍີ່ປຸ່ນ. ການຈັດວາງອັດຕາພາສີດັ່ງກ່າວເລີ່ມແຕ່ວັນທີ 19 ພຶດສະພາ, ໂດຍມີກຳນົດເວລາ 5 ປີ.

ລະອຽດແມ່ນ, ຈີນ ໄດ້ຈັດວາງອັດຕາພາສີສູງສຸດ 74,9% ສຳລັບຢາງພຣາດສະຕິກນຳເຂົ້າຈາກ ອາເມລິກາ ແລະ 34,5% ສຳລັບສິນຄ້າຈາກ ອີຢູ. ບັນດາຜະລິດຕະພັນນຳເຂົ້າຈາກ ຍີ່ປຸ່ນ ແມ່ນ 35,5%, ຍົກເວັ້ນກຸ່ມບໍລິສັດ Asahi Kasei ທີ່ມີອັດຕາພາສີສະເພາະແມ່ນ 24,5%. ສຳລັບ ໄຕ້ຫວັນ (ຈີນ) ອັດຕາພາສີລວມແມ່ນ 32,6%.

ຕາມກະຊວງການຄ້າ ຈີນ ແລ້ວ, ໝາກຜົນການສືບທອດໃຫ້ຮູ້ວ່າ, ບັນດາຜະລິດຕະພັນຢາງພຣາດສະຕິກ POM copolymer ມາຈາກບັນດາພາກພື້ນດັ່ງກ່າວໄດ້ຂາຍບຸບລາຄາຢູ່ຕະຫຼາດ ຈີນ, ກໍ່ຄວາມເສຍຫາຍຫຼາຍພໍສົມຄວນໃຫ້ແກ່ຂະແໜງຜະລິດຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

Top