• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ພາບປະກອບ: TTXVN
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2025), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຍົກໃຫ້ເຫັນຢ່າງຈະແຈ້ງບັນດາໄຊຊະນະ ແລະ ຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານຂອງການປະຕິວັດ ຫວຽດນາມ ແມ່ນໝາກຜົນຂອງການຊີ້ນຳນຳພາໂດຍກົງຂອງປະທານໂຮ່ຈີມິນ. ພາລະກິດແຫ່ງການປະຕິວັດຫວຽດນາມ ໃນຫຼາຍທົດສະວັດຜ່ານມາ ຢັ້ງຢືນໃຫ້ເຫັນການນຳພາທີ່ສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ກໍ່ຄືວິໄສທັດເບິ່ງກ້ວາງມອບໄກ ຂອງປະທານໂຮ່ຈີມິນກ່ຽວກັບວຽກງານກໍ່ສ້າງພັກ, ບໍລິຫານລັດ, ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນປະເທດ ແລະ ສາກົນ, ກາຍເປັນແນວຄວາມຄິດ, ທິດສະດີທີ່ເໝາະສົມກັບການປະຕິວັດ ຫວຽດນາມ ມາຮອດປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ມະຕິຍຸດທະສາດ 4 ສະບັບເພື່ອໃຫ້ ຫວຽດນາມ ບຸກບືນ

ມະຕິຍຸດທະສາດ 4 ສະບັບເພື່ອໃຫ້ ຫວຽດນາມ ບຸກບືນ

ຈຸດບຸກທະລຸລວມຂອງມະຕິທັງ 4 ສະບັບແມ່ນຈິນຕະນາການພັດທະນາທີ່ໃໝ່ອ່ຽມທີ່ສຸດ.

Top