ມີບົດລາຍງານ, ບົດປະກອບຄຳເຫັນກ່ວາ 90 ສະບັບຂອງການນຳ, ອະດີດການນຳພັກ, ລັດ, ບັນດາກະຊວງ, ຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດານັກເຄື່ອນໄຫວຕົວຈິງ, ບັນດານັກວິທະຍາສາດໄດ້ຢັ້ງຢືນວ່າ ປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງຂອງ ເຈດຈຳນົງ ແລະ ຄວາມມຸ່ງຫວັງກູ້ຊາດ.
ກອງປະຊຸມສຳມະນາວິທະຍາສາດລະດັບຊາດ: “ປະທານໂຮ່ຈີມິນ - ສັນຍາລັກອັນສູງສົ່ງ ຂອງເຈດຈຳນົງ, ຄວາມມຸ່ງຫວັງເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກໃຫ້ແກ່ປະຊາຊົນ”
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2025), ຕອນບ່າຍວັນທີ 18 ພຶດສະພາ, ຢູ່ນະຄອນ ວິງ, ແຂວງ ເງະອານ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດລະດັບຊາດ: “ປະທານໂຮ່ຈີມິນ - ສັນຍາລັກອັນສູງສົ່ງ ຂອງເຈດຈຳນົງ, ຄວາມມຸ່ງຫວັງເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກໃຫ້ແກ່ປະຊາຊົນ”.
ຢູ່ກອງປະຊຸມ, ມີບົດລາຍງານ, ບົດປະກອບຄຳເຫັນກ່ວາ 90 ສະບັບຂອງການນຳ, ອະດີດການນຳພັກ, ລັດ, ບັນດາກະຊວງ, ຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດານັກເຄື່ອນໄຫວຕົວຈິງ, ບັນດານັກວິທະຍາສາດໄດ້ຢັ້ງຢືນວ່າ ປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງຂອງ ເຈດຈຳນົງ ແລະ ຄວາມມຸ່ງຫວັງກູ້ຊາດ, ປົດປ່ອຍຊາດ, ສ້າງສາປະເທດຊາດວັດທະນາຖາວອນ, ສີວິໄລ, ມີຄວາມຜາສຸກ. ບັນດາບົດປະກອບຄຳເຫັນກໍ່ເຮັດແຈ້ງການຢຶດໝັ້ນກັບການປະຕິບັດແນວຄິດ, ຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ ກ່ຽວກັບເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກໃຫ້ແກ່ປະຊາຊົນ.
ຕາມທ່ານ ຫງວຽນຊວັນທັ້ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນແລ້ວ, ກອງປະຊຸມສຳມະນາແມ່ນເຫດການສຳຄັນເພື່ອສືບຕໍ່ເຊີດຊູບັນດາມໍລະດົກອັນລ້ຳຄ່າຂອງປະທານໂຮ່ຈີມິນ ຕໍ່ປະເທດຊາດ ແລະ ພາລະກິດປະຕິວັດຂອງຊາດ ຫວຽດນາມ, ພ້ອມທັງເຮັດແຈ້ງບັນດາຄຸນຄ່າທີ່ມີລັກສະນະຍຸກສະໄໝຂອງແນວຄິດປະທານໂຮ່ຈີມິນ ໃນສັງກາດພັດທະນາໃໝ່ຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)