ນອນໃນເຂດປ່າສະຫງວນແຫ່ງຊາດ, ສູນກາງກູ້ຊີບໝີ ຫວຽດ ນາມ ໄດ້ເລີ່ມການເຄື່ອນໄຫວແຕ່ເດືອນ
ເມສາ 2008, ມີເນື້ອ ທີ່ 1,2 ເຮັກຕາ ດ້ວຍຈຳນວນເງິນລົງທຶນກວ່າ 3,3 ລ້ານ ໂດລາ ສະຫະລັດ,
ສາມາດລ້ຽງໝີ ໄດ້ 200 ໂຕໃນເວລາດຽວກັນ.
ສອງເຂດລ້ຽງໝີ ເຄິ່ງທຳມະຊາດ ມີເນື້ອທີ່ກວ່່າ 5,600 ຕາລາງແມັດ.
ວັນທີ 19 ມັງກອນ 2010, ອົງການສັດ ອາຊີ ຊ່ວຍໝີ 19 ໂຕ ໃຫ້ຫຼຸດພົ້ນອອກຈາກລົດຕູ້ container 3 ຄັນ.
ໜຶ່ງໃນ ຈຳນວນ ສາມຄັນ ທີ່ລ້ຽງໝີ ແບບຜິດກົດໝາຍ ໄດ້ເອົາມາວາງສະແດງ
ໃນບໍລິເວນຂອງສູນກາງກູ້ຊີບໝີ ຫວຽດນາມ.
ມູມໜຶ່ງໃນເຂດລ້ຽງໝີ ເຄິ່ງທຳມະຊາດ ມີເນື້ອທີ່ກວ່່າ 5,600 ຕາລາງແມັດ.
ພະນັກງານລ້ຽງໝີ ຕ້ອງໃສ່ເກີບບົດ ແລະ ນຸ່ງເສື້ອກັນເຊື້ອ ຂອງ ສູນ
ໂດຍຍ່າງຜ່ານຖັງບັນຈຸນ້ຳຢາຂ້າເຊື້ອ 3 ໜ່ວຍທີ່ໄວ້ຢູ່ປະຕູ.
ໃນຄອກລ້ຽງໝີ ໄດ້ຮັບການຕົບແຕ່ງຢ່າງສວຍງາມ ແລະ ມີ ເຄື່ອງໃຊ້ຢ່າງຄົບຖ້ວນ
ຄືກັບ “ໂຮງແຮມ” ຫຼັງໜຶ່ງສຳລັບໃຫ້ ສັດ.
ພະນັກງານອະນາໄມຂອງສູນ ມາອະນາໄມຄອກ ໃນເວລາໝີ ໄປກິນ.
ໃນເວລາໄດ້ລ້ຽງຢູ່ໃນເຂດເຄິ່ງທຳມະຊາດ,
ໝີເລີ່ມຟື້ນຟູ ຄວາມສາມາດຂອງຕົນໃນການປົກປ້ອງບ່ອນຢູ່ຂອງຕົນ.
ຂັ້ນໄດໄດ້ຕັ້ງຢູ່ໃນເຂດເຄິ່ງທຳມະຊາດ ເພື່ອໃຫ້ໝີຝຶກແອບ, ຟື້ນຟູຄວາມສາມາດຂຶ້ນຕົ້ນໄມ້ຂອງຕົນ.
ເຂດເຄິ່ງທຳມະຊາດ ແຕ່ລະແຫ່ງ ໄດ້ກໍ່ສ້າງສະລອຍນ້ຳໃຫ້ໝີ. |