ບໍ່ໃຫ້ນໍາເອົາຄໍາຖາມທີ່ມີຄໍາຕອບໄວ້ລ່ວງໜ້າມານໍາ, ວາທີ ສຸກທະວີ ວົງມະນີ, ນັກຮຽນທະຫານ ພະແນກຄຸ້ມຄອງວັດທະນະທໍາ ຊຸດທີ 1, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ເຂົ້າຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ດ້ວຍຄວາມປາດຖະໜາຢາກຊອກຮູ້ຮ່ຳຮຽນກ່ຽວກັບປະເທດທີ່ຕົນເອງ ພວມສຶກສາຮໍ່າຮຽນຕື່ມອີກ. ໄປນໍານັກຮຽນທະຫານ ລາວ ຊົມເບິ່ງບັນດາວັດຖຸພັນ, ບັນດາຮູບພາບ ເອກະສານ ແລະເລື່ອງລາວ ກ່ຽວກັບນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ຂ້າພະເຈົ້າ ຮູ້ສຶກວ່າ ປະຫວັດສາດ ພວມເຊື່ອມຕໍ່ໄວໜຸ່ມໃນ
ບັນດາບົດຮຽນຢູ່ນອກຫ້ອງຮຽນ
ໃນຕອນເຊົ້າມື້ໜຶ່ງຂອງລະດູແລ້ງ, ຮ່າໂນ້ຍ ໄດ້ຕ້ອນຮັບພວກຂ້າພະເຈົ້າ ດ້ວຍທ້ອງຟ້າສົດໃສ ແລະມີແສງແດດອ່ອນໆ. ຂົງເຂດບໍລິເວນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ມີຄວາມເຄັ່ງຂຶມແຕ່ບໍ່ໄດ້ເຮັດໃຫ້ມີຄວາມຮູ້ສຶກຫ່າງເຫີນແຕ່ຢ່າງໃດ. ຜູ້ເຂົ້າຊົມຄ່ອຍໆຍ່າງເຂົ້າໄປຂົງເຂດວາງສະແດງເຮັດໃຫ້ຂົງເຂດນີ້ປຽບເໝືອນດັ່ງການບັນຈົບພົບກັນລະຫວ່າງປັດຈຸບັນ ແລະອະດີດ.
ວາທີ ສຸກທະວີ ວົງມະນີ ຖ່າຍຮູບເປັນທີ່ລະນຶກ ຢູ່ເຂດວາງສະແດງວັດຖຸພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn
ໃນທ່າມກາງກະແສຜູ້ຄົນທີ່ເຂົ້າຊົມ, ຂ້າພະເຈົ້າ ຕັ້ງໃຈສັງເກດ ວາທີ ສຸກທະວີ ວົງມະນີ (ນັກຮຽນທະຫານ ທີ່ມາຈາກແຂວງຈໍາປາສັກ. ຢູ່ໃນຊຸດເຄື່ອງທະຫານລາວ, ນັກຮຽນທະຫານໜຸ່ມ ມືຖືປື້ມບັນທຶກນ້ອຍເຕັມໄປດ້ວຍການຈົດກ່າຍເປັນພາສາລາວ ແລະຫວຽດນາມ. ທ້າວ ສຸກທະວີ ຄ່ອຍຍ່າງຊ້າໆ ແລະໃຊ້ເວລາຫຼາຍພໍສົມຄວນເພື່ອສັງເກດວັດຖຸພັນແຕ່ລະຢ່າງ. ລາວອ່ານຄຳອະທິບາຍຂອງແຕ່ລະວັດຖຸພັນຢ່າງລະອຽດ, ຕັ້ງໃຈສັງເກດແຕ່ລະວັດຖຸພັນທີ່ວາງສະແດງ, ແລະບາງຄັ້ງ ກໍ່ຈົດກ່າຍສິ່ງທີ່ປະທັບໃຈໃສ່ໃນປື້ມບັນທຶກຂອງລາວ.
ທ້າວ ສຸກທະວີ ແບ່ງປັນວ່າ “ຂົງເຂດວາງສະແດງຢູ່ທີ່ນີ້ມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ກັບບ່ອນທີ່ ຂ້າພະເຈົ້າ ເຄີຍໄດ້ໄປມາແລ້ວ. ມັນມີຄວາມສະຫງົບງຽບບໍ່ເນືອງນັນ, ມັນເຮັດໃຫ້ຕົນເອງຕ້ອງຄິດຫງຳຫຼາຍກວ່າ”.
ແທ້ຈິງແລ້ວ, ສິ່ງທີ່ເຮັດໃຫ້ຫໍພິພິທະພັນມີຄວາມພິເສດບໍ່ພຽງແຕ່ຢູ່ນຳຈໍານວນວັດຖຸພັນ ຫຼື ຂອບຂະໜາດຂອງໂຄງການເທົ່ານັ້ນ. ສິ່ງທີ່ມີຄ່າກວ່ານັ້ນແມ່ນວິທີການເລົ່າຄືນປະຫວັດສາດ. ບໍ່ແມ່ນດ້ວຍການບັນຍາຍທີ່ຍາວ ຫຼື ມີແຕ່ຕົວເລກຂໍ້ລໍ້, ແຕ່ດ້ວຍບັນດາວັດຖຸພັນທີ່ຜ່ານສົງຄາມ.
ຕາມ ວາທີ ສຸກທະວີ ວົງມະນີ ແລ້ວ, ຈຸດພົ້ນເດັ່ນຂອງຫໍພິພິທະພັນ ແມ່ນຄວາມສາມາດ “ເລົ່າເລື່ອງດ້ວຍເທສະ”. ບັນດາຂົງເຂດໄດ້ຈັດລຽງຕາມໄລ ຍະປະຫວັດສາດທີ່ຈະແຈ້ງ, ຊ່ວຍໃຫ້ຜູ້ຊົມວາດພາບຂະບວນການພັດທະນາຂອງຊົນຊາດຫວຽດນາມ ໄດ້ຢ່າງງ່າຍດາຍ. ທ້າວ ສຸກທະວີ ໃຫ້ຂໍ້ສັງເກດວ່າ “ແຕ່ລະເຂດວາງສະແດງຄືກັນກັບພາກໜຶ່ງໃນປຶ້ມປະຫວັດສາດທີ່ຍິ່ງໃຫຍ່. ຜູ້ຊົມບໍ່ພຽງແຕ່ອ່ານ ເທົ່ານັ້ນ ຫາກຍັງ ໄດ້ໄປຜ່ານແຕ່ລະພາກນັ້ນ”.
ວາທີ ສຸກທະວີ ວົງມະນີ ຢ້ຽມຊົມເຂດວາງສະແດງວັດຖຸພັນ ກ່ຽວກັບນໍ້າໃຈສາມັກຄີສູ້ຮົບ ຫວຽດນາມ-ລາວ. ພາບ: qdnd.vn
ເມື່ອປະຫວັດສາດກາຍເປັນຂົວຕໍ່ມິດຕະພາບ
ບັນດາວັດຖຸພັນສົງຄາມເຮັດໃຫ້ ສຸກທະວີ ຄົ້ນຄິດຫຼາຍກວ່າກ່ຽວກັບຄຸນຄ່າຂອງສັນຕິພາບນັ້ນ ເຂດວາງສະແດງກ່ຽວກັບນໍ້າໃຈສາມັກຄີສູ້ຮົບ ຫວຽດນາມ-ລາວ ເປັນບ່ອນທີ່ສ້າງຄວາມປະທັບໃຈຫຼາຍທີ່ສຸດໃຫ້ແກ່ລາວ.
ໃນຂົງເຂດດັ່ງກ່າວນັ້ນ, ບັນດາຮູບພາບເອກະສານ, ວັດຖຸພັນ ແລະເລື່ອງລາວ ກ່ຽວກັບການພົວພັນພິເສດລະຫວ່າງສອງຊາດ ໄດ້ວາດພາບຄືນຢ່າງມີຊີວິດຊີວາ. ຂົງເຂດວາງສະແດງບໍ່ພຽງແຕ່ສ່ອງແສງໃຫ້ເຫັນບັນດາວິລະກໍາໃນສົງຄາມເທົ່ານັ້ນ ຫາກຍັງວາດພາບໃຫ້ເຫັນອາລົມຈິດທີ່ສະໜິດຕິດພັນ, ການແບ່ງປັນ ແລະຈິດໃຈຮ່ວມທຸກຮ່ວມສຸກຂອງປະຊາຊົນສອງປະເທດ ໃນຊຸມເດືອນປີທີ່ຫຍຸ້ງຍາກລໍາບາກ.
ລາວ ແບ່ງປັນວ່າ “ແຕ່ກ່ອນ ຂ້າພະເຈົ້າ ຮຽນກ່ຽວກັບການພົວພັນພິເສດ ຫວຽດນາມ-ລາວ ຜ່ານແຕ່ໃນປຶ້ມເທົ່ານັ້ນ. ແຕ່ເມື່ອເບິ່ງບັນດາຮູບພາບເຫຼົ່ານີ້ແລ້ວ, ຂ້າພະເຈົ້າ ຮູ້ສຶກໄດ້ຢ່າງຈະແຈ້ງວ່າ ນັ້ນບໍ່ພຽງແຕ່ແມ່ນປະຫວັດສາດ ເທົ່ານັ້ນ ຫາກຍັງແມ່ນຄວາມຮູ້ສຶກທີ່ແທ້ຈິງ, ມັນໄດ້ສ້າງຂຶ້ນດ້ວຍການເສຍສະຫຼະ ແລະການແບ່ງປັນ”. ນອກຈາກນີ້, ການໄປຢ້ຽມຊົມຫໍພິພິທະພັນ ກໍແມ່ນໂອກາດເພື່ອໃຫ້ນັກຮຽນທະຫານສາກົນ ໄດ້ພົບປະແລກປ່ຽນນໍາກັນກ່ຽວກັບປະຫວັດສາດ ແລະວັດທະນະທໍາຫວຽດນາມ.
ຕາມວາທີ ທອງແດງ ຈັນທະລັງສີ ນັກຮຽນທະຫານ ພະແນກຄຸ້ມຄອງວັດທະນະທໍາ ຊຸດທີ 1, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ, ສິ່ງທີ່ ສ້າງຄວາມປະທັບໃຈທີ່ສຸດສໍາລັບ ລາວ ແມ່ນວິທີທີ່ຫວຽດນາມ ສົມທົບລະຫວ່າງວັດຖຸພັນ, ຂົງເຂດວາງສະແດງ ແລະການບັນລະຍາຍ ເພື່ອນໍາປະຫວັດສາດຍັບເຂົ້າໃກ້ປະຊາຊົນກວ່າ. ລາວໃຫ້ຂໍ້ສັງເກດວ່າ “ຜ່ານວິທີຈັດຕັ້ງແບບນີ້, ຄົນຮຸ່ນໜຸ່ມຈຶ່ງເຂົ້າໃຈປະຫວັດສາດງ່າຍກວ່າ ແລະໃກ້ຊິດສະໜິດໜົມກວ່າ”.
ວາທີ ສຸກທະວີ ວົງມະນີ (ຜູ້ທີສອງຈາກຂວາຫາຊ້າຍ) ຖ່າຍຮູບພ້ອມກັບໝູ່ເພື່ອນໃນການໄປຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn
“ເຂົ້າໃຈປະຫວັດສາດ ຊ່ວຍໃຫ້ພວກເຮົາ ມີຄວາມເຄົາລົບນັບຖືປັດຈຸບັນກວ່າ. ພິເສດແມ່ນຄຸນຄ່າຂອງສັນຕິພາບ”, ຄໍາແບ່ງປັນຂອງທ້າວ ສຸກທະວີ ຍັງດັງກ້ອງຢູ່ໃນໃຈຂອງຂ້າພະເຈົ້າ ໃນຂະນະທີ່ອອກຈາກຫໍພິພິທະພັນ.
ບາງທີ່ນັ້ນອາດຈະແມ່ນສິ່ງທີ່ມີຄວາມໝາຍທີ່ສຸດໃນການໄປຢ້ຽມຊົມຫໍພິພິທະພັນ. ບໍ່ພຽງແຕ່ຊ່ວຍໃຫ້ນັກຮຽນທະຫານສາກົນ ເຂົ້າໃຈຕື່ມອີກກ່ຽວກັບປະຫວັດສາດຫວຽດນາມ, ກ່ຽວກັບກອງທັບປະຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ການໄປຢ້ຽມຊົມຍັງປະກອບສ່ວນເສີມສ້າງອາລົມຈິດ, ຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງຄົນຮຸ່ນໜຸ່ມຂອງສອງຊາດ.
ບັນດາວັດຖຸພັນທີ່ຢູ່ໃນຫໍພິພິທະພັນ ຈະສືບຕໍ່ໄດ້ຮັບການເກັບຮັກສາໄປພ້ອມກັບການເວລາ. ແຕ່ສິ່ງທີ່ພວກມັນເລົ່າກ່ຽວກັບສົງຄາມ, ກ່ຽວກັບສັນຕິພາບ ແລະກ່ຽວກັບນໍ້າໃຈສາມັກຄີພິເສດ ຫວຽດນາມ-ລາວ ຍັງຖືກເກັບຮັກສາໄວ້ໃນຄວາມຊົງຈໍາຂອງຜູ້ເຂົ້າຊົມ. ສໍາລັບ ສຸກທະວີ, ນັ້ນແມ່ນບົດຮຽນຢູ່ນອກຫ້ອງຮຽນ. ສ່ວນສໍາລັບຂ້າພະເຈົ້າ, ນັ້ນແມ່ນຫຼັກຖານທີ່ສະແດງໃຫ້ເຫັນວ່າປະຫວັດສາດບໍ່ພຽງແຕ່ເປັນເລື່ອງລາວຂອງອະດີດເທົ່ານັ້ນ, ແຕ່ມັນຍັງມີຢູ່ໃນປັດຈຸບັນ, ສ່ອງແສງເຍືອງທາງໃຫ້ແກ່ອະນາຄົດ ແລະຕັກເຕືອນຄົນຮຸ່ນຕ່າງໆກ່ຽວກັບຄວາມຮັບຜິດຊອບໃນການຮັກສາບັນດາຄຸນຄ່າອັນດີງາມ ເຊິ່ງຮຸ່ນພໍ່ຮຸ່ນອ້າຍ ໄດ້ເພີ່ມພູນຄູນສ້າງ.