ຢູ່ເຂດຊົນນະບົດ ແຫ່ງການປະຕິວັດ ກິງບັກ
ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ດ້ວຍຂັບພື້ນເມືອງ ກວານຮໍ້, ໝູ່ບ້ານອາ ຊີບ ທີ່ມີມູນເຊື້ອ ແລະ ພື້ນຖານອະລິຍະທຳ ມາແຕ່ດົນານເທົ່ານັ້ນ, ເຂດດິນ ກິງບັກ (ແຂວງ ບັກນິງ) ຍັງເປັນບ່ອນຮັກສາ “ສະຖານທີ່ ປະ ຫວັດສາດ ສີແດງ” ທ່ີສໍາຄັນຫຼາຍແຫ່ງ ຂອງ ການປະຕິວັດ ຫວຽດ ນາມ. ບົນພື້ນຖານ ປະຫວັດສາດ ດັ່ງກ່າວ, ບັນດາເຂດຊົນນະບົດ ໃນ ທຸກມື້ນີ້ ພວມສ້າງໂສມໜ້າໃໝ່, ເຊິ່ງເປັນບ່ອນທີ່ມູນເຊື້ອ ໄດ້ກາຍ ເປັນທ່າແຮງ ໃຫ້ແກ່ການພັດທະນາ.
ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ
ຈຸດຢຸດແວ່ທຳອິດ ຂອງ ພວກຂ້າພະເຈົ້າ ແມ່ນຄຸ້ມບ້ານ ຟູ່ເຄ, ບ້ານ ເກີດ ຂອງ ມື້ລາງອະດີດເລຂາທິການໃຫຍ່ ຫງວຽນວັນກື່, ເຊິ່ງເປັນ ໜຶ່ງ ໃນບັນດາການນຳທີ່ດີເດັ່ນ ຂອງ ການປະຕິວັດ ຫວຽດນາມ. ທ່າມກາງບັນຍາກາດ ອັນງຽບສະຫງົບ ຂອງ ໝູ່ບ້ານ ກິງບັກ, ເຂດອະ ນຸສອນສະຖານ ສະຫາຍເລຂາທິການໃຫຍ່ ຫງວຽນວັນກື່ ໄດ້ຖືກສ້າງ ຂຶ້ນບົນເນື້ອທີ່ ເກືອບ 5.000 ມ2 ຂອງ ຄອບຄົວເພິ່ນ. ຮູບພາບເຮືອນ ມຸງຫຍ້າ, ແຖວຕົ້ນໝາກ, ສຸມໄຜ່ ແລະ ວັດຖຸພັນອັນລຽບງ່າຍ ໄດ້ພາ ນັກທ່ອງທ່ຽວ ກັບຄືນສູ່ ໄລຍະໜຶ່ງ ທີ່ມີການຜັນແປຢ່າງຫຼວງຫຼາຍ ຂອງ ປະຫວັດສາດແຫ່ງຊາດ.
ຢືນຢູ່ຕໍ່ໜ້າເຂດອະນຸສອນສະຖານ, ທ່ານນາງ ດ່າມທິຕື (ອາຍຸ 73 ປີ), ປະຊາຊົນ ຟູ່ເຄ, ກ່າວດ້ວຍຄວາມຕື້ນຕັນໃຈວ່າ: “ຂ້າພະເຈົ້າ ມີ ຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໃນຊຸມປີມໍ່ໆ ມານີ້ ຄະນະພັກ, ອຳ ນາດ ການປົກຄອງ ແລະ ປະຊາຊົນ ຟູ່ເຄ ຍາມໃດກໍເອົາໃຈໃສ່ ເຖິງ ວຽກງານສຶກສາອົບຮົມມູນເຊື້ອປະຕິວັດ, ປະຫວັດສາດ ແລະ ວັດທະ ນະທຳ ທ້ອງຖິ່ນ. ການດໍາລົງຊີວິຕາມຫົວຂໍ້, ການພົບປະກັບ ພະຍານ ປະຫວັດສາດ ຫຼື ການຢ້ຽມຢາມຖາມຂ່າວຄອບຄົວ ຜູ້ທີ່ມີຄຸນງາມ ຄວາມດີ ໄດ້ຊ່ວຍໃຫ້ຄົນຮຸ່ນໜຸ່ມ ເຂົ້າໃຈແຈ້ງຕື່ມ ກ່ຽວກັບ ບ້ານເກີດ ເມືອງນອນ ແລະ ມີຄວາມພາກພູມໃຈ ຕໍ່ມູນເຊື້ອຂອງຕົນຕື່ມອີກ”.
ທ່ານນາງ ຫງວຽນທິງາ, ຮອງຫົວໜ້າຫ້ອງການຄະນະພັກ ຄຸ້ມບ້ານ ຟູ່ເຄ ໃຫ້ຮູ້ວ່າ ຄວາມພາກພູມໃຈ ທີ່ໄດ້ເປັນບ້ານເກີດເມືອງນອນຂອງ ສະຫາຍເລຂາທິການໃຫຍ່ ຫງວຽນວັນກື່ ໄດ້ກາຍເປັນກຳລັງແຮງ ໃຫ້ ແກ່ທ້ອງຖິ່ນ ໃນການພັດທະນາຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັບ ການລົງທຶນ ໃສ່ພື້ນຖານໂຄງລ່າງ ແລະ ຍົກສູງ ຄຸນະພາບ ຊີວິດການເປັນຢູ່, ອຳ ນາດການປົກຄອງຍາມ ໃດກໍເອົາໃຈໃສ່ ປົກປັກຮັກສາຄຸນຄ່າ ວັດທະ ນະທຳ ແລະ ສຶກສາອົບຮົມມູນເຊື້ອ ປະຕິວັດໃຫ້ແກ່ຄົນຮຸ່ນໜຸ່ມ.
ອອກຈາກ ຟູ່ເຄ, ພວກຂ້າພະເຈົ້າ ໄດ້ມາຍັງກຸ່ມບູຮານສະຖານ ສາ ລາ, ຫໍບູຊາ, ວັດ ດົ່ງກິ້, ເຊິ່ງເຄີຍເປັນຖານທີ່ໝັ້ນເຄື່ອນໄຫວປິດລັບ ຂອງພະນັກງານການນຳປະຕິວັດ ຫຼາຍສະຫາຍ ໃນສະໄໝກ່ອນ ການລຸກຮືຂຶ້ນ. ທ່ານເຢືອງວັນກື, ຫົວໜ້າຄະນະຄຸ້ມຄອງກຸ່ມ ບູຮານ ສະຖານ ໃຫ້ຮູ້ວ່າ: “ທ້ອງຖິ່ນບໍ່ພຽງແຕ່ ອະນຸລັກຮັກສາ ບັນດາສິ່ງ ປຸກ ສ້າງ ທາງປະຫວັດສາດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການສ້າງເສັ້ນທາງ ທ່ອງທ່ຽວ ເຊື່ອມຕໍ່ບັນດາ ‘ສະຖານທີ່ປະຫວັດສາດ ສີແດງ’, ຊ່ວຍໃຫ້ ນັກທ່ອງທ່ຽວ ເຂົ້າໃຈແຈ້ງຕື່ມ ກ່ຽວກັບປະຫວັດສາດ ການປະຕິວັດ ທີ່ຕິດພັນກັບ ຊີວິດວັດທະນະທຳ ຂອງ ເຂດ ກິງບັກ”.
ຢູ່ບໍ່ໄກແມ່ນ ສາລາ ດິ່ງບາງ, ເຊິ່ງເປັນໜຶ່ງໃນສິ່ງປຸກສ້າງ ສະຖາປັດ ຕະຍາກຳໄມ້ ທີ່ເປັນເອກະລັກ ຂອງ ຫວຽດນາມ. ຜ່ານໄລຍະເວລາ ເກືອບສາມສະຕະວັດ ແລະ ການຜັນແປ ຂອງ ປະຫວັດສາດ, ສາລາ ແຫ່ງນີ້ ຍັງຄົງຮັກສາຄວາມເກົ່າແກ່ບູຮານ ແລະ ໄດ້ຮັບກຽດທີ່ ໄດ້ ຕ້ອນຮັບ ປະທານ ໂຮ່ຈີມິນ ມາຢ້ຽມຢາມເຖິງ 4 ຄັ້ງ. ໃນທຸກມື້ນີ້, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈ ຂອງ ປະຊາຊົນ ບັກນິງ ເທົ່ານັ້ນ, ແຕ່ຍັງແມ່ນຈຸດໝາຍປາຍທາງທີ່ດຶງດູດ ນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.
ສ້າງໂສມໜ້າໃໝ່ ຢູ່ເຂດຊົນນະບົດ ກິງບັກ
ຖ້າປະຫວັດສາດ ໄດ້ສ້າງຄວາມເລິກເຊິ່ງໃຫ້ແກ່ ກິງບັກ, ຈັງຫວະຊີ ວິດ ໃນທຸກມື້ນີ້ ພັດສະແດງໃຫ້ເຫັນເຖິງກຳລັງວັງຊາໃໝ່ ຂອງເຂດ ດິນແຫ່ງນີ້. ພາຍຫຼັງການຈັດຕັ້ງກົງຈັກການປົກຄອງຄືນໃໝ່, ຄຸ້ມບ້ານ ຟູ່ເຄ ພວມກ້າວເຂົ້າສູ່ການສ້າງໂສມໜ້າ ຂອງ ຕົວເມືອງທີ່ທັນສະ ໄໝ. ເສັ້ນທາງທີ່ໄດ້ເປີດກວ້າງ, ເຂດຊຸມຊົນ ທີ່ສວຍງາມ ແລະ ລະ ບົບການ ບໍລິການສາທາລະນະ ທີ່ນັບມື້ນັບສະດວກສະບາຍ ໄດ້ປະ ກອບສ່ວນ ຍົກສູງຄຸນະພາບຊີວິດ ຂອງ ປະຊາຊົນ. ການນຳໃຊ້ເຕັກ ໂນໂລຊີ ດີຈີຕອນ ເຂົ້າໃນການຄຸ້ມຄອງ ແລະ ແກ້ໄຂລະບຽບການ ບໍລິຫານ ຊ່ວຍໃຫ້ອຳນາດການປົກຄອງ ຮັບໃຊ້ປະຊາຊົນ ຢ່າງມີ ປະສິດທິ ຜົນກວ່າເກົ່າ.
ຢູ່ ດົ່ງຫງວຽນ, ອາຊີບຄວັດສະຫຼັກ ເຄື່ອງໄມ້ ປະດັບ ດົ່ງກິ້ ຍັງຄົງແມ່ນ ຄວາມພາກພູມໃຈຂອງທ້ອງຖິ່ນ. ໃນບັນດາໂຮງງານຜະລິດ, ສຽງ ເຄື່ອງຈັກ ທີ່ທັນສະໄໝ ປະສານກັບຝ່າມືອັນຄ່ອງແຄ່ວ ຂອງ ຊ່າງສີ ມືດີ ໄດ້ສ້າງສັນຜະລິດຕະພັນ ທີ່ທັງມີຄວາມປະນີດ ແບບມູນເຊື້ອ, ທັງຕອບສະໜອງໄດ້ຕາມຄວາມຕ້ອງການ ຂອງຕະຫຼາດສາກົນ.
ທ່ານ ຈືວັນເຮື໋ອງ, ຜູ້ອຳນວຍການວິສາຫະກິດເຄື່ອງໄມ້ປະດັບ ເຮື໋ອງ ມາຍ ໃຫ້ຮູ້ວ່າ: “ບັນດາພື້ນຖານການຜະລິດ ໄດ້ກ້າທ່ີຈະລົງທຶນໃສ່ ເຕັກໂນໂລຊີ ເພື່ອຍົກສູງສະມັດຕະພາບ, ແຕ່ຍັງຄົງຮັກສາ ເຕັກນິກ ຫັດຖະກຳ ທີ່ສ້າງເປັນຄຸນຄ່າສະເພາະຕົວ ຂອງເຄື່ອງໄມ້ ດົ່ງກິ້ ເອົາ ໄວ້”.
ຄຽງຄູ່ກັບການພັດທະນາເສດຖະກິດ, ບັນດາທ້ອງຖິ່ນ ຍັງໄດ້ທຸ້ມເທ ເຫື່ອແຮງ ເຂົ້າໃນ ການອະນຸລັກຮັກສາມໍລະດົກ. ທຳນອງຂັບ ກວານຮໍ້ ຍັງຄົງດັງຂຶ້ນ ໃນບັນດາງານບຸນ ແລະ ສະໂມສອນ, ໃນຂະນະທີ່ສິລະປະ ຂັບຕ່ວງ (ງິ້ວ ຫວຽດນາມ) ຍັງຄົງ ໄດ້ຮັບການ ຮັກສາໄວ້ ເໝືອນດັ່ງເປັນສ່ວນໜຶ່ງ ໃນຊີວິດວັດທະນະທຳ ຂອງ ຊຸມຊົນ.
ສະຫາຍ ເຈິ່ນຈຸງເຊີນ, ເລຂາໜ່ວຍພັກ ທັງເປັນຫົວໜ້າໜ່ວຍພື້ນທີ່ ປະຊາຊົນ ດາໂຮ້ຍ (ຄຸ້ມບ້ານ ຟູ່ເຄ) ໃຫ້ຮູ້ວ່າ: “ທາງທ້ອງຖິ່ນ ຍາມໃດ ກໍສ້າງເງື່ອນໄຂສະດວກ ເພື່ອໃຫ້ ບັນດາກິດຈະກຳ ວັດທະນະທຳ ມູນ ເຊື້ອ ໄດ້ຮັບການຈັດຕັ້ງຢ່າງເປັນປະຈຳ, ຊ່ວຍໃຫ້ຄົນຮຸ່ນໜຸ່ມ ມີ ຄວາມຮັກ ແລະ ຜູກພັນກັບມໍລະດົກ ຂອງ ບ້ານເກີດເມືອງນອນ ຫຼາຍຂຶ້ນ”.
ເດີນທາງຜ່ານບັນດາເຂດບ້ານ ແຫ່ງການປະຕິວັດ ຂອງ ກິງບັກ ໃນ ທຸກມື້ນີ້, ສິ່ງທີ່ສາມາດຮັບຮູ້ໄດ້ງ່າຍທີ່ສຸດ ບໍ່ພຽງແຕ່ແມ່ນເສັ້ນທາງ ສາຍໃໝ່ ຫຼື ເຂດຊຸມຊົນ ທີ່ສວຍງາມເທົ່ານັ້ນ, ແຕ່ຍັງແມ່ນວິທີ ທີ່ ປະຊາຊົນ ຮັກສາ ຄວາມຊົງຈຳທາງປະຫວັດສາດໄວ້ ໃນຈັງຫວະ ຊີ ວິດທີ່ທັນສະໄໝ. ນັບຕັ້ງແຕ່ເຂດອະນຸສອນສະຖານ, ປູຊະນີຍະສະ ຖານ ການປະຕິວັດ ໄປຮອດໝູ່ບ້ານອາຊີບ, ທຳນອງຂັບ ກວານຮໍ້ ແລະ ບັນດາຮູບແບບການພັດທະນາໃໝ່, ມູນເຊື້ອອັນດີງາມຍັງຄົງ ສ້າງກຳລັງແຮງຢ່າງງຽບໆ ໃຫ້ແກ່ການເດີນທາງກ້າວໄປສູ່ອະນາຄົດ ຂອງເຂດດິນ ທີ່ອຸດົມສົມບູນ ໄປດ້ວຍເອກະລັກແຫ່ງນີ້.
- ບົດ: ເງິນຮ່າ - ພາບ: ແຄ໋ງລອງ/VNP




















