• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພົນເອກ ຟານວັນຢາງ ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ນະຄອນດົ່ງນາຍ

 ວັນທີ 25 ກໍລະກົດ, ທີ່ນະຄອນດົ່ງນາຍ, ຄະນະຊີ້ນໍາທະຫານເຂດ 7 ແລະຄະນະຊີ້ນໍານະຄອນ ດົ່ງນາຍ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈັດຕັ້ງພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເຂດຕາແສງ ມິງດຶກ, ນະຄອນດົ່ງນາຍ. ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາພິທີ.
ພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: VNA
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: VNA

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທາງດ້ານການເມືອງ, ສັງຄົມ ແລະມະນຸດສະທໍາອັນເລິກເຊິ່ງ, ສະແດງໃຫ້ເຫັນຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ”, “ຕອບບຸນແທນຄຸນ” ຂອງຊາດຫວຽດນາມ; ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດ, ຄວາມຮູ້ບຸນຄຸນອັນລົ້ນເຫຼືອຂອງພັກ, ລັດ, ກອງທັບ ແລະປະຊາຊົນ ທີ່ມີຕໍ່ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ເອກະລາດ, ເສລີພາບຂອງປະເທດຊາດ ແລະຄວາມຜາສຸກຂອງປະຊາຊົນ.

ຜູ້ແທນປະຕິບັດພິທີເຄື່ອນຍ້າຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຫາເຂດເຮືອນສົບ. ພາບ: VNA
ຜູ້ແທນປະຕິບັດພິທີເຄື່ອນຍ້າຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຫາເຂດເຮືອນສົບ. ພາບ: VNA 

ເພື່ອເຮັດສໍາເລັດບັນດາເປົ້າໝາຍທີ່ໄດ້ວາງອອກໃນ “ບັ້ນເຄື່ອນໄຫວ 500 ວັນ ແລະຄືນຍູ້ແຮງການປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ແລະມຸ່ງໄປເຖິງການລະນຶກວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ, ທ່ານ ພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ທະຫານເຂດ 7 ແລະນະຄອນ ດົ່ງນາຍ ລະດົມບັນດາແຫຼ່ງກໍາລັງຢ່າງສຸດຂີດ, ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ເພື່ອເພີ່ມປະສິດທິຜົນການຊອກຫາ, ທ້ອນໂຮມອັດຖິ, ພ້ອມທັງຈັດຕັ້ງພິທີເຄົາລົບສົບ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງສົມກຽດ; ມອບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດໃຫ້ແກ່ກົມກອງເກັບຕົວຢ່າງສັນລະສູດ ADN ຢ່າງທັນການ, ກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນໄລຍະເວລາໄວທີ່ສຸດ; ບັນດາກໍາລັງເຮັດໜ້າທີ່ໂດຍກົງຕ້ອງຜັນຂະຫຍາຍຢ່າງລະມັດລະວັງ, ຍາມໃດກໍຍົກສູງຄວາມເຄົາລົບນັບຖືຢ່າງສູງ, ຮູ້ບຸນຄຸນ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງສຸດ, ສຸດອົກສຸດໃຈທີ່ສຸດ...

ບັນດາຜູ້ແທນຖວາຍທູບອາໄລຫາບັນດາວິລະຊົນ ຜູ້ທ່ີເສຍ ສະຫຼະຊີວິດ ເພື່ອປະເທດຊາດ. ພາບ: VNA
ບັນດາຜູ້ແທນຖວາຍທູບອາໄລຫາບັນດາວິລະຊົນ ຜູ້ທ່ີເສຍ ສະຫຼະຊີວິດ ເພື່ອປະເທດຊາດ. ພາບ: VNA
ພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ກໍາລັງປະຕິບັດໜ້າທີ່ໂດຍກົງ ແລະບັນດາພະຍານປະຫວັດສາດ. ພາບ: VNA

ທີ່ພິທີ, ການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 7 ແລະການນໍານະຄອນດົ່ງນາຍ ໄດ້ມອບຂອງຂວັນລະດົມກໍາລັງໃຈກໍາລັງປະຕິບັດໜ້າທີ່ໂດຍກົງ ແລະບັນດາພະຍານປະຫວັດສາດ.

(ແຫຼ່ງຄັດຈາກ qdnd.vn)

DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

ການສະແດງ ຍິງບັ້ງໄຟດອກ ອັນລະຍິບລະຍັບ ທີ່ສະທ້ອນລົງໃສ່ສາຍນ້ຳ ຮ່ານ ໄດ້ກາຍເປັນຂີດໝາຍສະເພາະຕົວ ຂອງ ດ່າໜັງ ໃນສາຍຕາ ຂອງ ນັກທ່ອງທ່ຽວສາກົນ. ດ້ວຍຫົວຂໍ້ “ດ່າໜັງ - ບັນດາຂອບຟ້າແຫ່ງການເຊື່ອມຕໍ່”, DIFF 2026 ສືບຕໍ່ນຳມາຊຶ່ງ ງານລ້ຽງແຫ່ງແສງສີ, ສຽງດົນຕີ ແລະ ສິນລະປະ, ປະກອບສ່ວນໂຄສະນາພາບພົດ ຂອງ ນະຄອນ ທີ່ເຕັມໄປດ້ວຍຄວາມຂະຫຍັນຂັນແຂງ, ເປີດກວ້າງ ແລະ ອຸດົມສົມບູນ ໄປດ້ວຍພະລັງຊີວິດ.

Top