• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ການ​ສຶກ​ສາ​ຕ້ອງ​ໄປ​ກ່ອນ​​ບາດກ້າວ​​ໜຶ່ງ ເພື່ອ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ຖັນ​ແຖວ​ຄູ​ອາ​ຈານ​ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ແກ່​ສານ​ຍົກ​ສູງ​ພູ​ປັນ​ຍາ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ....
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮືງ ທີ່​ການ​ພົບ​ປະ (ພາບ: VNA)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ກັບ ບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາດີເດັ່ນໃນທົ່ວປະເທດ. (ພາບ: VNA)
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກັບ ບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາດີເດັ່ນໃນທົ່ວປະເທດ. (ພາບ: VNA)

ສະ​ເຫຼີມ​ສະຫຼອງ 44 ປີ​ວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ (20/11/1982 - 20/11/2026), ຕອນ​ບ່າຍ​ວັນ​ທີ 19 ພະ​ຈິກ, ທີ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮືງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝີ້ນ ໄດ້​ພົບ​ປະ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ​ຄຸ້ມ​​ຄອງ​ການ​ສຶກ​ສາ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ. ເຂົ້າ​ຮ່ວມ​​ງານ​ພົບ​ປະ​ມີ​ຄູ​ອາ​ຈານ​ດີ​ເດັ່ນ 70 ທ່ານ ຕາງ​ໜ້າ​ໃຫ້​ຄູ​ອາ​ຈານກ່​ວາ 1.4 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ແລະ ຄູ​ອາ​ຈານ 33 ທ່ານ ແມ່ນ ສ​ສ​ຊ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ມອບຂອງຂວັນເພື່ອຍ້ອງຍໍຊົມເຊີຍຄູອາຈານທີ່ດີເດັ່ນໃນປີ 2026. (ພາບ: VNA)

ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮືງ ຢືນ​ຢັນ​ວ່າ ຖັນ​ແຖວ​ຄູ​ອາ​ຈານ​ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ແກ່​ນສານ​ຍົກ​ສູງ​ພູມ​ປັນ​ຍາ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ມະ​ຕິ​ເລກ​ທີ 71 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ບຸກ​ທະ​ລຸ​ພັດ​ທະ​ນາ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ຢ​ັ້ງ​ຢືນ​ການ​ສຶກ​ສາ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ, ຕ້ອງ​ໄປ​ກ່ອນ​ບາດ​ກ້າວ​ໜຶ່ງເພື່ອ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ​ສະ​ເໜີ​ຄວາມ​ຕັດ​ສິນ​ໃຈ ຕ້ອງ​ນຳ​ການ​ສຶກ​ສາ​ກາຍ​ເປັນ​ເສົາ​ຄ້ຳ​ພັດ​ທະ​ນາ​ມະ​ນຸດ​ຢ່າງ​ແທ້​ຈິງ ແລະ ແມ່ນ​ກຳ​ລັງ​ແກ່ນ​ສານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ເສັ້ນທາງຕາມຫາພໍ່ ກວ່າເຄິ່ງສະຕະວັດ

ເສັ້ນທາງຕາມຫາພໍ່ ກວ່າເຄິ່ງສະຕະວັດ

ເປັນເວລາກວ່າເຄິ່ງສະຕະວັດ, ທ່ານ ເລິມຫງອກເຊີນ ແລະ ຄອບ ຄົວ ບໍ່ໄດ້ຢຸດຢັ້ງໃນການຊອກຫາຂໍ້ມູນ ແລະ ມີຄວາມຫວັງ ທີ່ຈະຊອກເຫັນຫຼຸມຝັງສົບ ຂອງພໍ່ ບັງເກີດເກົ້າ ຄື ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ-ຜູ້ທີ່ໄດ້ເສຍສະຫຼະຊີວິດ ຢູ່ສະໜາມຮົບພາກໃຕ້.

Top