ເສັ້ນທາງຕາມຫາພໍ່ ກວ່າເຄິ່ງສະຕະວັດ

ເສັ້ນທາງຕາມຫາພໍ່ ກວ່າເຄິ່ງສະຕະວັດ

 

ເປັນເວລາກວ່າເຄິ່ງສະຕະວັດ, ທ່ານ ເລິມຫງອກເຊີນ ແລະ ຄອບ ຄົວ ບໍ່ໄດ້ຢຸດຢັ້ງໃນການຊອກຫາຂໍ້ມູນ ແລະ ມີຄວາມຫວັງ ທີ່ຈະຊອກເຫັນຫຼຸມຝັງສົບ ຂອງພໍ່ ບັງເກີດເກົ້າ ຄື ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ-ຜູ້ທີ່ໄດ້ເສຍສະຫຼະຊີວິດ ຢູ່ສະໜາມຮົບພາກໃຕ້.

ກວ່າເຄິ່ງສະຕະວັດ ຫຼັງຈາກມື້ທີ່ພໍ່ອອກເດີນທາງ ເຂົ້າສູ່ພາກໃຕ້ ເພື່ອປະຕິບັດໜ້າທີ່ພິເສດ, ທ່ານ ເລິມຫງອກເຊີນ ຍັງບໍ່ທັນໄດ້ມີໂອກາດ ຈູດທູບບູຊາ ຢູ່ຕໍ່ໜ້າຫຼຸມຝັງສົບ ຂອງ ພໍ່ ຈັກເທື່ອ. ຄອບຄົວ ບໍ່ຮູ້ວ່າ ພໍ່ໄດ້ສູ້ຮົບ ຢູ່ສະໜາມຮົບໃດ, ເສຍຊີວິດ ຢູ່ບ່ອນໃດ ແລະ ປັດຈຸບັນ ສະຖານທີ່ ຝັງສົບ ຢູ່ໃສ. ຈົນເມື່ອຮູ້ວ່າ ສູນເກັບມ້ຽນເອກະ ສານ ແຫ່ງຊາດ III ພວມເກັບຮັກສາ ສຳເນົາເອກະສານ ແລະ ວັດຖຸພັນ ຂອງບັນດາພະນັກງານ “ລົງໄປ B” ແລະ ໄດ້ຮັບ ສຳເນົາເອກະ ສານ ສະບັບກອບປີ້ ຂອງ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ເລິມທົງ, ເສັ້ນທາງແຫ່ງການຊອກຫາພໍ່ ຕະຫຼອດໄລຍະ 56 ປີ ຂອງຄອບ ຄົວທ່ານ ຈຶ່ງໄດ້ມີຂໍ້ມູນ ທ່ີລ້ຳຄ່າ ເພີ່ມຂຶ້ນອີກ.

 

ພາບຄອບຄົວ ຂອງ ທ່ານນາງ ຟ້າມທິເຖິມ-ພັນລະຍາ ຂອງ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ (ຜູ້ຢູ່ກາງ) ແລະ ບັນດາລູກສາວ, ລູກຊາຍ, ລູກເຂີຍ, ລູກໃພ້ ຖ່າຍຮູບຮ່ວມກັນ, ເດືອນ ກໍລະ ກົດ 2026. ພາບ: ໂດຍຄອບຄົວ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ສະໜອງໃຫ້

ທ່ານໃຫ້ຮູ້ວ່າ ຄອບຄົວໄດ້ແບ່ງປັນເລື່ອງລາວຂອງຕົນ ດ້ວຍຄວາມຫວັງອັນຮິບຮີ່ ວ່າຈະມີຜູ້ທີ່ເຄີຍພົບພໍ້, ເຄີຍປະຕິບັດງານຮ່ວມກັບພໍ່ຂອງທ່ານ ຫຼື ເປັນລູກຫຼານຂອງຍາດພີ່ນ້ອງຝ່າຍພໍ່ ທີ່ຄອບຄົວໄດ້ຂາດການຕິດຕໍ່ພົວພັນ ນັບຕັ້ງແຕ່ຫຼັງສົງຄາມສິ້ນສຸດລົງ.

ຮູບພາບທີ່ໄດ້ບູລະນະຄືນໃໝ່ ຂອງພະນັກງານ “ລົງໄປ B” – ນັກ ຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ. ພາບ: ໂດຍຄອບຄົວ ນັກ ຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ສະໜອງໃຫ້

ບັນດາສຳເນົາເອກະສານ ທີ່ເລົ່າຄືນຊີວິດ ຂອງ ພະນັກງານ “ລົງໄປ B”

ຊຸດສຳເນົາເອກະສານ, ປັດຈຸບັນ ສູນເກັບມ້ຽນເອກະສານ ແຫ່ງຊາດ III ພວມເກັບຮັກສາໄວ້ ປະກອບມີເອກະສານ 11 ສະບັບ, ໃນນັ້ນ ບັດພະນັກງານ “ລົງໄປ B” ລົງວັນທີ 06 ທັນວາ 1970 ໄດ້ບັນທຶກໄວ້ຢ່າງຈະແຈ້ງວ່າ: ທ່ານ ເລິມທົງ-ພໍ່ຂອງທ່ານ ເລິມຫງອກເຊີນ ຊື່ທີ່ໃຊ້ເປັນປະຈຳແມ່ນ ເລິມທົງ, ນາມແຝງ ຫງວຽນທ້ຽນ, ເກີດວັນທີ 02 ມີນາ 1925, ບ້ານເກີດຢູ່ ດາກາວ, ໄຊງ່ອນ (ປັດຈຸບັນແມ່ນ ນະຄອນ ໂຮ່ຈີມິນ), ມີຄວາມສາມາດໃນການເວົ້າ, ອ່ານ, ຂຽນ ແລະ ແປພາສາ ຝຣັ່ງ ໄດ້ດີພໍສົມຄວນ.               

ຮູບຂອງພະນັກງານ “ລົງໄປ B”-ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ. ພາບ: ໂດຍຄອບຄົວ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ສະໜອງໃຫ້

 
ທ່ານ ເປັນລູກຊາຍ ຂອງ ຄູສອນ ເລິມວັນເຕິມ ແລະ ທ່ານນາງ ຫງວຽນທິທວ້າຍ. ໄດ້ເຂົ້າຮ່ວມການປະຕິວັດ ນັບຕັ້ງແຕ່ຊຸມມື້ທຳອິດຂອງ ການປະຕິວັດເດືອນ ສິງຫາ ປີ 1945, ທ່ານເຄີຍປະຕິບັດງານຢູ່ຫຼາຍກົມກອງໃນພາກໃຕ້ ກ່ອນຈະເຕົ້າໂຮມອອກສູ່ພາກເໜືອ ໃນປີ 1954. ຫຼັງຈາກນັ້ນ, ທ່ານ ໄດ້ຮັບຜິດຊອບຫຼາຍຕຳແໜ່ງ ໃນຂະ ແໜງອຸດສາຫະກຳ, ໂດຍສະເພາະແມ່ນຢູ່ບັນດາຫົວໜ່ວຍ ທີ່ຂຶ້ນກັບຂະແໜງຖ່ານຫີນ ຢູ່ແຂວງ ກວາງນິງ.

ເອກະສານບາງຢ່າງ ໃນສຳເນົາເອກະສານ ຂອງ ພະນັກງານ “ລົງໄປ B” ເລິມທົງ. ພາບ: ສູນເກັບມ້ຽນເອກະສານແຫ່ງຊາດ III, ສຳ ເນົາເອກະສານ 46126.

 
ອີງຕາມຂໍ້ຕົກລົງ ສະບັບເລກທີ 2889 THG ລົງວັນທີ 02 ກັນຍາ1970 ຂອງບໍລິສັດຖ່ານຫີນ ຮົ່ງກາຍ ແລະ ຂໍ້ຕົກລົງ ສະບັບເລກທີ 4565 ĐT/CBCt1 ລົງວັນທີ 05 ກັນຍາ 1970 ຂອງກະຊວງໄຟຟ້າ ແລະ ຖ່ານຫີນ, ທ່ານ ເລິມທົງ-ຫົວໜ້າພະແນກບັນຊີ-ການເງິນ, ລັດວິສາຫະກິດຂົນສົ່ງ ລົດໃຫຍ່ ເກິມຝາ ໄດ້ຮັບການຍົກຍ້າຍໄປຍັງ “ຄະນະຈັດຕັ້ງສູນກາງພັກ ເພື່ອຮັບໜ້າທີ່ໃໝ່ ນັບແຕ່ວັນທີ 15 ກັນ ຍາ 1970”.  

ນັ້ນແມ່ນມື້ເລີ່ມຕົ້ນ ຂອງ ການພັດພາກຈາກກັນ ທີ່ແກ່ຍາວກວ່າເຄິ່ງສະຕະວັດ ຂອງ ຄອບຄົວ. ຍ້ອນໜ້າທີ່ ໃນການກັບຄືນສູ່ສະໜາມຮົບພາກໃຕ້ ຕ້ອງໄດ້ເກັບຮັກສາຄວາມລັບ ຢ່າງເດັດຂາດ, ໃນໃບຊີ ວະປະຫວັດ ກ່ອນມື້ອອກເດີນທາງ, ທ່ານ ເລິມທົງ ຈຶ່ງໄດ້ບັນທຶກວ່າ “ຍັງບໍ່ທັນໄດ້ແຕ່ງງານຈັກເທື່ອ” ແລະ “ບໍ່ມີລູກຈັກຄົນ”. ເມື່ອໄດ້ອ່ານແຖວຕົວໜັງສືເຫຼົ່ານັ້ນຄືນໃໝ່ ຫຼັງຈາກເວລາຜ່ານໄປກວ່າ 50 ປີ, ຄອບຄົວກໍ່ອົດຄວາມສະເທືອນໃຈບໍ່ໄດ້, ແຕ່ເໜືອສິ່ງອື່ນໃດ ແມ່ນຄວາມເຂົ້າໃຈ ຕໍ່ໜ້າທີ່ອັນສູງສົ່ງ ທີ່ທ່ານ ໄດ້ຮັບມອບໝາຍ.  

ທ່ານ ເຊີນ ເລົ່າວ່າ: “ແມ່ຂ້ອຍ ບໍ່ເຄີຍຕໍານິພໍ່ ຈັກເທື່ອ. ແມ່ເຂົ້າໃຈດີວ່າ ໃນເວລານັ້ນ, ພໍ່ເຮັດແນວນັ້ນ ກໍ່ເພື່ອປົກປ້ອງເມຍ ແລະ ລູກ”.               

 

ໃບຢັ້ງຢືນ ວັນທີ 16 ເມສາ 1977 ຂອງ ຄະນະກໍາມະການທ້ອນ ໂຮມປະເທດຊາດຂອງລັດຖະບານ. ພາບ: ໂດຍຄອບຄົວ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ສະໜອງໃຫ້

 

ທ່ານ ຍັງບໍ່ລືມເລື່ອງລາວ ທີ່ແມ່ເລົ່າໃຫ້ຟັງ ກ່ຽວກັບການອຳລາກັນຄັ້ງສຸດທ້າຍ. ມື້ນັ້ນ, ຜູ້ເປັນພໍ່ ນອນຢູ່ເທິງອູ່, ອຸ້ມລູກສາວ ອາຍຸຫາກໍໄດ້ສອງປີ ໄວ້ໃນອ້ອມແຂນ ແລ້ວຮ້ອງໄຫ້ຢ່າງງຽບໆ. ເມື່ອຜູ້ເປັນເມຍ ຖາມວ່າ: “ອ້າຍເປັນຫຍັງ?” ພໍ່ພຽງແຕ່ຍິ້ມ ຢ່າງອ່ອນໂຍນ ແລ້ວຕອບວ່າ: “ຂີ້ຝຸ່ນປີວເຂົ້າຕາ”. ບຶດໜຶ່ງ, ພໍ່ໄດ້ຈັບມືແມ່ ແລ້ວສັ່ງຄວາມວ່າ: “ເທື່ອນີ້, ອ້າຍໄປປະຕິບັດໜ້າທີ່ ຄົງຈະໄປດົນ. ນ້ອງຢູ່ເຮືອນ ພະຍາຍາມເບິ່ງແຍງດູແລລູກໆ ໃຫ້ດີເດີ”. ບໍ່ມີໃຜຄາດຄິດວ່າ ນັ້ນຈະເປັນຄຳສັ່ງລາ ຄັ້ງສຸດທ້າຍ. ນັ້ນແມ່ນຄັ້ງສຸດທ້າຍ ທີ່ແມ່ໄດ້ເຫັນໜ້າຜົວ, ແມ່ນຄັ້ງສຸດທ້າຍ ທີ່ລູກໆ ໄດ້ເຫັນໜ້າພໍ່.  

ປີນັ້ນ, ທ່ານ ເຊີນ ຫາກໍ່ມີອາຍຸ ໄດ້ຫົກປີ.

ຂໍ້ຕົກລົງ ສະບັບເລກທີ 2889 THG ລົງວັນທີ 02 ກັນຍາ 1970 ຂອງ ບໍລິສັດຖ່ານຫີນ ຮົ່ງກາຍ ວ່າດ້ວຍການຍົກຍ້າຍ ທ່ານ ເລິມທົງ- ຫົວໜ້າພະແນກບັນຊີ-ການເງິນ, ລັດວິສາຫະກິດຂົນສົ່ງລົດໃຫຍ່ ເກິມຝາ ໄປຮັບໜ້າທີ່ໃໝ່ ຢູ່ ຄະນະຈັດຕັ້ງສູນກາງພັກ ນັບແຕ່ວັນທີ 15 ກັນຍາ 1970. ພາບ: ສູນເກັບມ້ຽນ ເອກະສານແຫ່ງຊາດ III, ສຳເນົາເອກະສານ 46126, ໃບທີ 06.

 
ສາມສິບປີ ຫຼັງຈາກມື້ທີ່ທ່ານ ເລິມທົງ ເສຍຊີວິດ, ຂໍ້ຕົກລົງ ສະບັບເລກທີ 20/CT-KT ລົງວັນທີ 22 ກຸມພາ 1990 ຂອງ ປະທານ ສະ ພາລັດຖະມົນຕີ ວ່າດ້ວຍການມອບໃບ “ປະເທດຊາດຈາລຶກບຸນ ຄຸນ” ໃຫ້ແກ່ 36 ຄອບຄົວນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ, ເຊິ່ງປັດຈຸບັນ ໄດ້ຮັບການເກັບຮັກສາໄວ້ຢູ່ສູນເກັບມ້ຽນເອກະສານ ແຫ່ງ ຊາດ III, ໄດ້ບັນທຶກຊື່ຂອງ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ (ລຳດັບທີ 9) ຢ່າງຈະແຈ້ງ, ພະນັກງານ ລັດວິສາຫະກິດຂົນ ສົ່ງລົດໂອໂຕ, ບ້ານເກີດ: ຄຸ້ມບ້ານ ດາກາວ, ເມືອງ I, ນະຄອນ ໂຮ່ຈີມິນ, ໄດ້ເສຍສະຫຼະຊີວິດ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານອາເມລິກາ, ປີ 1970.

ກວ່າເຄິ່ງສະຕະວັດ ແຫ່ງການຊອກຫາພໍ່

ພາຍຫຼັງປະເທດຊາດ ໄດ້ຮັບການໂຮມເຂົ້າເປັນເອກະພາບ, ແມ່ຂອງ ທ່ານ ເລິມຫງອກເຊີນ ໄດ້ເລີ່ມຕົ້ນເສັ້ນທາງ ການຊອກຫາຜົວ. ເພິ່ນໄດ້ເດີນທາງໄປຍັງ ບໍ່ຖ່ານຫີນ ແດ່ວນາຍ ແລະ ລັດວິສາຫະກິດຂົນສົ່ງລົດໃຫ່ຍ ເກິມຝາ ເຊິ່ງເປັນບ່ອນທີ່ທ່ານ ເລິມທົງ ເຄີຍປະຕິ ບັດງານ ກ່ອນຈະ “ລົງໄປ B”. ບັນດາເພື່ອນຮ່ວມງານເກົ່າ ລ້ວນແຕ່ໃຫ້ການຊ່ວຍເຫຼືອຢ່າງສຸດໃຈ ແຕ່ບໍ່ມີໃຜຮູ້ວ່າ ທ່ານ ໄດ້ຍົກຍ້າຍໄປຢູ່ໃສ, ພຽງແຕ່ແນະນຳ ໃຫ້ເພິ່ນໄປພົວພັນນຳ ຄະນະກຳມະການທ້ອນ ໂຮມປະເທດຊາດ ຂອງລັດຖະບານ ເພື່ອຄົ້ນຫາສຳເນົາເອກະ ສານ.  

ປະມານປີ 1977, ເພິ່ນໄດ້ໄປຍັງ ຄະນະກຳມະການທ້ອນໂຮມປະ ເທດຊາດຂອງລັດຖະບານ, ໄດ້ພົບກັບທ່ານ ຟານກື່ວ-ຫົວໜ້າພະແນກຄຸ້ມຄອງແນວຫຼັງ. ຫຼັງຈາກກວດກາເບິ່ງສຳເນົາເອກະສານແລ້ວ, ທ່ານ ຟານກື່ວ ໄດ້ກ່າວດ້ວຍຄວາມແປກໃຈວ່າ: “ຂ້າພະເຈົ້າບໍ່ຮູ້ເລີຍວ່າ ສະຫາຍ ເລິມທົງ ມີຄອບຄົວແລ້ວ”. ມາຮອດເວລານັ້ນ, ອົງການກໍ່ຍັງບໍ່ທັນມີຂໍ້ມູນໃດໆ ກ່ຽວກັບທ່ານ ເລິມທົງ.

ຂໍ້ຕົກລົງ ສະບັບເລກທີ 4565 ĐT/CBCt1 ລົງວັນທີ 5 ກັນຍາ1970 ຂອງກະຊວງໄຟຟ້າ ແລະ ຖ່ານຫີນ ວ່າດ້ວຍການຍົກຍ້າຍ ທ່ານ ເລິມທົງ – ຫົວໜ້າຫ້ອງການ ບັນຊີ-ການເງິນ, ລັດວິສາຫະກິກຂົນສົ່ງລົດໃຫ່ຍ ເກິມຝາ ໄປຮັບໜ້າທີ່ໃໝ່ ຢູ່ ຄະນະຈັດຕັ້ງສູນກາງພັກ ນັບແຕ່ວັນທີ 15 ກັນຍາ1970. ພາບ: ສູນເກັບມ້ຽນ ເອກະສານແຫ່ງຊາດ III, ສຳເນົາເອກະສານ 46126, ໃບທີ 04.

 
ວັນທີ 16 ເມສາ 1977, ຄະນະກຳມະການທ້ອນໂຮມປະເທດຊາດຂອງລັດຖະບານ ໄດ້ອອກເອກະສານຢັ້ງຢືນວ່າ ນາງ ຟ້າມທິເຖິມ ພວມລ້ຽງລູກສອງຄົນ ພຽງລຳພັງ ຄື ເລິມຫງອກເຊີນ ແລະ ເລິມທິແທັງມິງ-ເຊິ່ງເປັນລູກຂອງສະຫາຍ ເລິມທົງ, ພະນັກງານ “ລົງໄປ B” ປີ 1970, ພ້ອມດຽວກັນນັ້ນ ກໍ່ສະເໜີໃຫ້ອຳນາດການປົກຄອງທ້ອງ ຖິ່ນ ເອົາໃຈໃສ່, ສ້າງເງື່ອນໄຂຊ່ວຍເຫຼືອຄອບຄົວ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກ. ເອກະສານດັ່ງກ່າວ ມີກາປະທັບຂອງ ຄະນະກຳມະການທ້ອນໂຮມປະເທດຊາດ ຂອງລັດຖະບານ ແລະ ລາຍເຊັນຂອງທ່ານ ຟານກື່ວ ຕາງໜ້າຫົວໜ້າຄະນະກຳມະການທ້ອນໂຮມປະເທດຊາດ ຂອງລັດຖະບານ, ຫົວໜ້າພະແນກຄຸ້ມຄອງແນວຫຼັງ.

ຈາກສຳເນົາເອກະສານ ສະບັບນີ້ເອງ, ຄອບຄົວຂອງທ່ານ ຈຶ່ງໄດ້ຮູ້ວ່າ ພໍ່ຂອງທ່ານ ຍັງມີຍາດພີ່ນ້ອງຢູ່ ຮ່າໂນ້ຍ. ຄອບຄົວຂອງທ່ານ ໄດ້ໄປພົບກັບ ທ່ານນາງ ຟ້າມທິແຮ້ງ , ເອື້ອຍໄພ້ຂອງພໍ່. ໃນໃບຊີ ວະປະຫວັດ ກ່ອນມື້ “ລົງໄປ B” ປີ 1970, ທ່ານ ເລິມທົງ ໄດ້ບັນ ທຶກຊື່ຜູ້ທີ່ຕ້ອງແຈ້ງຂ່າວ ໃຫ້ຊາບ ຢ່າງຈະແຈ້ງຄື: “1- ຟ້າມທິແຮ້ງ, ປະຕິບັດງານ ຢູ່ ບໍລິສັດກໍ່ສ້າງ ກະຊວງໄຟຟ້າ ແລະ ຖ່ານຫີນ ຮ່າໂນ້ຍ, ພັກເຊົາຢູ່ ເຮືອນພັກລວມໝູ່ ໂຮງງານໄຟຟ້າ ເບີ່ໂຮ່, ຄຸ້ມບ້ານ 66, ໜ່ວຍ 5, ຮ່າໂນ້ຍ” ແລະ “2 - ຮວິ່ງເຕິ໋ນກຽດ, ລູກຂອງເອື້ອຍ ແຮ້ງ, ຫຼານຂອງຂ້ອຍ, ປະຕິບັດງານຢູ່ ຄະນະກະສິກຳ, ສູນກາງຊາວໜຸ່ມແຮງງານ ໂຮ່ຈີມິນ, ຮ່າໂນ້ຍ”.

ບັດພະນັກງານ ຂອງພະນັກງານ “ລົງໄປ B” ເລິມທົງ, ວັນທີ 06 ກັນ ຍາ 1970. ພາບ: ສູນເກັບມ້ຽນ ເອກະສານແຫ່ງຊາດ III, ສຳເນົາເອກະສານ 46126, ໃບທີ 01-02.
 

ທ່ານ ເຊີນ ໄດ້ຫວນຄືນຄວາມຊົງຈຳວ່າ: “ເມື່ອເຫັນພວກຂ້ອຍ, ປ້າ ແຮ້ງ ໄດ້ໂອບກອດລູກໆ ຂອງພໍ່ ແລ້ວກ່າວດ້ວຍຄວາມຕື້ນຕັນໃຈວ່າ: ໂອຍ! ມັນຄືກັບບັກ ທົງ ແທ້ໆ! ຈັ່ງໃດມັນພັດບອກວ່າ ຍັງບໍ່ເຄີຍມີເມຍ ມີລູກຈັກເທື່ອ”.  

ຄອບຄົວ ຍັງໄດ້ຮັບເອົາລົດຖີບ ຖົ໋ງເຍິດ ແລະ ກະເປົາເດີນທາງ ທີ່ທ່ານ ເລິມທົງ ໄດ້ຝາກໄວ້ ກ່ອນມື້ອອກເດີນທາງ. ຕໍ່ມາບໍ່ດົນ, ທ່ານນາງ ແຮ້ງ ໄດ້ຍົກຍ້າຍໄປຢູ່ບ່ອນອື່ນ, ການຕິດຕໍ່ພົວພັນກັບຍາດພີ່ ນ້ອງຝ່າຍພໍ່ ຈຶ່ງໄດ້ຂາດວັກຂາດຕອນ ລົງອີກຄັ້ງໜຶ່ງ.  

ໂດຍບໍ່ຍອມປະຖິ້ມຄວາມຫວັງ, ແມ່ຂອງທ່ານ ເຊີນ ໄດ້ພາລູກໆ ກັບຄືນສູ່ພາກໃຕ້ ເພື່ອສືບຕໍ່ຊອກຫາ. ປີເດືອນແຫ່ງການທຳມາຫາກິນ ອັນລຳບາກກາກກຳ ພ້ອມກັບກາລະເວລາທີ່ຜ່ານໄປ ໄດ້ເຮັດໃຫ້ຂໍ້ມູນເບາະແສ ນັບມື້ນັບໜ້ອຍລົງ. ຈົນເມື່ອເພິ່ນກັບຄືນມາ ຮ່າໂນ້ຍ ອີກຄັ້ງໜຶ່ງ ໃນປີ 1982, ຄະນະກຳມະການທ້ອນໂຮມປະເທດຊາດ ຂອງ ລັດຖະບານ ກໍ່ໄດ້ຍຸບເລີກໄປແລ້ວ. ບັນດາເບາະແສສຸດທ້າຍ ກໍ່ຄ່ອຍໆ ປິດລົງ.

ຂໍ້ຕົກລົງ ສະບັບເລກທີ 20 CT/KT ລົງວັນທີ 22 ກຸມພາ 1990 ເຊິ່ງລົງລາຍເຊັນໂດຍ ປະທານສະພາລັດຖະມົນຕີ ໂດ໊ເມື່ອຍ ວ່າດ້ວຍການມອບໃບ “ປະເທດຊາດຈາລຶກບຸນຄຸນ” ໃຫ້ແກ່ 36 ຄອບຄົວນັກ ຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ໃນນັ້ນມີຊື່ຂອງ ນັກຮົບທີ່ເສຍສະ ຫຼະຊີວິດເພື່ອຊາດ ເລິມທົງ, ພະນັກງານ ລັດວິສາຫະກິດຂົນສົ່ງລົດໃຫຍ່, ບ້ານເກີດ: ຄຸ້ມບ້ານ ດາກາວ, ເມືອງ I, ນະຄອນ ໂຮ່ຈີມິນ, ໄດ້ເສຍສະຫຼະຊີວິດ ໃນພາລະກິດ ຕໍ່ສູ້ກູ້ຊາດຕ້ານ ອາເມລິກາ, ປີ 1970. ພາບ: ສູນເກັບມ້ຽນເອກະສານແຫ່ງຊາດ III, ສຳເນົາເອກະ ສານ 351, ໃບທີ 43-47.

 
ປີນີ້, ແມ່ຂອງທ່ານ ເຊີນ ມີອາຍຸໄດ້ 95 ປີແລ້ວ. ເສັ້ນຜົມທີ່ຂາວໂພ່ນ ແມ່ນຮ່ອງຮອຍ ເກືອບຕະຫຼອດຊີວິດ ທີ່ຄອງຄອຍລໍຖ້າຜົວ, ຊອກຫາພໍ່ໃຫ້ລູກໆ. ບັນດາລູກໆ ຂອງ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ມາຮອດປັດຈຸບັນ ກໍ່ໄດ້ກ້າວເຂົ້າສູ່ໄວຊະລາແລ້ວ, ແຕ່ກໍ່ຍັງບໍ່ທັນຈືດຈາງ ຄວາມປາຖະໜາ ທີ່ຈະຊອກຫາຊິ້ນສ່ວນທີ່ຍັງຂາດຫາຍໄປ ກ່ຽວກັບຊີວິດຂອງຜູ້ເປັນພໍ່, ຜູ້ເປັນນັກຮົບ. ເຂົາເຈົ້າຫວັງວ່າ ຈະສາມາດໄດ້ພົບກັບຍາດພີ່ນ້ອງຮ່ວມສາຍເລືອດ, ບັນດາເພື່ອນຮ່ວມຮົບ ທີ່ເຄີຍຄຽງບ່າຄຽງໄຫຼ່ກັບທ່ານ ເພື່ອເຂົ້າໃຈຢ່າງຄົບຖ້ວນ ກ່ຽວກັບໄລຍະສຸດທ້າຍ ຂອງ ພໍ່ ແລະ ເກັບຮັກສາຄວາມຊົງຈຳເຫຼົ່ານັ້ນໄວ້ ໃຫ້ແກ່ຮຸ່ນລູກຮຸ່ນຫຼານສືບຕໍ່ໄປໃນພາຍພາກໜ້າ.

ຫວັງຊອກຫາ ບັນດາຊິ້ນສ່ວນທີ່ຍັງຂາດຫາຍໄປ ກັບຄືນມາ

ສຳລັບຄອບຄົວຂອງທ່ານ ເລິມຫງອກເຊີນ, ຊຸດສຳເນົາເອກະສານ ບໍ່ພຽງແຕ່ແມ່ນບັນດາເອກະສານ ບໍລິຫານ ທີ່ລຽບງ່າຍເທົ່ານັ້ນ, ແຕ່ຍັງແມ່ນຂົວຕໍ່ລະຫວ່າງອະດີດ ກັບ ປັດຈຸບັນ, ເຊິ່ງໄດ້ເປີດຄວາມຫວັງຂຶ້ນຕື່ມ ພາຍຫຼັງກວ່າເຄິ່ງສະຕະວັດ ແຫ່ງການຊອກຫາຍາດພີ່ນ້ອງ.  

ຄອບຄົວຫວັງວ່າ ຖ້າໃຜເປັນລູກຫຼານ ຂອງ ທ່ານນາງ ຟ້າມທິແຮ້ງ, ທ່ານ ຮວິ່ງເຕິນກຽດ, ຄົນໃນຕະກຸນ ເລິມ ຫຼື ເຄີຍຮູ້ຈັກ ສະຫາຍ ເລິມທົງ (ນາມແຝງ ຫງວຽນທ້ຽນ), ເຄີຍປະຕິບັດງານຢູ່ ຄະນະຈັດຕັ້ງສູນກາງພັກ, ກອງພັນ 658, ກອງພົນ 330, ກອງບັນຊາການ ພາກຕາເວັນອອກ ພາກໃຕ້, ກອງບັນຊາການທະຫານແຂວງ ລອງເຈົາຊາ ຫຼື ເຄີຍ “ລົງໄປ B” ຮ່ວມກັນ ໃນປີ 1970, ກະລຸນາຕິດຕໍ່ຫາ ທ່ານ ເລິມຫງອກເຊີນ ຜ່ານເບີໂທລະສັບ 0986.710.984 ຫຼື 0768.944.168.

ໃບ “ປະເທດຊາດຈາລຶກບຸນຄຸນ” ຂອງ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ຕາມຂໍ້ຕົກລົງ ສະບັບເລກທີ 20 CT/KT ລົງວັນທີ 22 ກຸມພາ 1990 ເຊິ່ງລົງລາຍເຊັນໂດຍ ປະທານສະພາລັດຖະ ມົນຕີ ໂດ໊ເມື່ອຍ. ພາບ: ໂດຍຄອບຄົວ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເລິມທົງ ສະໜອງໃຫ້

ສຳລັບຫຼາຍໆ ຄົນ ນັ້ນອາດເປັນພຽງຄວາມຊົງຈຳນ້ອຍໆ ໜຶ່ງ, ແຕ່ສຳລັບຄອບຄົວ ຂອງ ທ່ານ ເຊີນ, ນັ້ນອາດຈະແມ່ນສິ້ນສ່ວນ ສຸດທ້າຍ ທີ່ຊ່ວຍປິດສາກເສັ້ນທາງ ແຫ່ງການຊອກຫາພໍ່ ທີ່ໄດ້ແກ່ຍາວມາເປັນເວລາກວ່າເຄິ່ງສະຕະວັດ.

  •                          ປະຕິບັດໂດຍ: ກົງດາດ/VNP - ເຈິ່ນທິຮວ່ານ (ສູນເກັບມ້ຽນ ເອກະ ສານແຫ່ງຊາດ III). ພາບ: ໂດຍຄອບຄົວສະໜອງໃຫ້

 

 

Top