ເຕັກໂນໂລຊີ ເປີດທາງໃຫ້ແກ່ອຸດສາຫະກຳ ວັດທະນະທຳ ຫວຽດນາມ
ໃນຍຸກ ດີຈີຕອນ, ຫວຽດນາມ ກຳລັງປະຈັກເຖິງ ການຫັນປ່ຽນຢ່າງ ແຂງແຮງ ເມື່ອເຕັກໂນໂລຊີ ບໍ່ພຽງແຕ່ ຊ່ວຍໃນການອະນຸລັກ ມໍລະ ດົກ ເທົ່ານັ້ນ, ແຕ່ຍັງກາຍເປັນກຳລັງຜັກດັນ ໃຫ້ອຸດສາຫະກຳ ວັດທະນະທຳ ຂະຫຍາຍຕົວ, ເປີດກວ້າງພື້ນທີ່ແຫ່ງການສ້າງສັນ ແລະ ຍົກລະດັບພະລັງອ່ອນ ຂອງຊາດ.
ຈາກ “ຄຸນຄ່າອ່ອນ” ສູ່ກຳລັງຜັກດັນ ແຫ່ງການເຕີບໂຕ
ໃນກະແສແຫ່ງໂລກາພິວັດ ແລະ ການຫັນເປັນ ດີຈີຕອນ, ການສົມທົບ ລະຫວ່າງເຕັກໂນໂລຊີ ແລະ ວັດທະນະທຳ ຢູ່ ຫວຽດນາມ ກຳລັງກາຍເປັນທິດທາງ ທີ່ມີລັກສະນະຍຸດທະສາດ. ຖ້າຫາກໃນເມື່ອກ່ອນ, ວັດທະນະທຳ ສ່ວນໃຫຍ່ຖືກເບິ່ງວ່າ ແມ່ນ ຂົງເຂດທາງດ້ານຈິດໃຈ, ແຕ່ໃນປັດຈຸບັນ ກຳລັງຄ່ອຍໆ ຖືກກຳນົດ ຕຳແໜ່ງ ໃຫ້ເປັນຂະແໜງເສດຖະກິດ ທີ່ມີຄວາມສາມາດ ສ້າງ ມູນຄ່າເພີ່ມ ແລະ ປະກອບສ່ວນໂດຍກົງ ເຂົ້າໃນການເຕີບໂຕ.
ໃນກອງປະຊຸມ CICON Vietnam 2026 ພາຍໃຕ້ຫົວຂໍ້ “ການເຕີບໂຕ ທ່ີຍືນຍົງ ໃນຍຸກສະໄໝ AI”, ຮສຈ. ປອ ມາກກວັກແອັງ - ຫົວໜ້າສະຖາບັນເສດຖະກິດ ແລະ ການ ພັດທະນາວິສາຫະກິດ, ຮອງປະທານ ສະມາຄົມວິສາຫະກິດ ຂະໜາດກາງ ແລະ ນ້ອນ ນະຄອນຫຼວງ ຮ່າໂນ້ຍ ໄດ້ໃຫ້ ທັດສະນະວ່າ: “ພວກເຮົາ ກຳລັງຢືນຢູ່ຕໍ່ໜ້າ ຈຸດເວລາ ທີ່ສິລະປະ ບໍ່ແມ່ນສິນຄ້າຟຸ່ມເຟືອຍອີກຕໍ່ໄປ, ແຕ່ກຳລັງກາຍເປັນ ພາກສ່ວນໜຶ່ງ ຂອງ ພື້ນຖານເສດຖະກິດ”. ສິ່ງນີ້ໄດ້ສະທ້ອນ ໃຫ້ເຫັນເຖິງ ການຫັນປ່ຽນຈາກ “ຄຸນຄ່າອ່ອນ” ໄປສູ່ “ແຫຼ່ງ ກຳລັງແຂງ”, ເຊິ່ງອຸດສາຫະກຳ ວັດທະນະທຳ ຖືກຄາດຫວັງວ່າ ຈະກາຍເປັນເສົາຄ້ຳໃໝ່.
ບັນດາທົວທ່ອງທ່ຽວ ໃນຕອນກາງຄືນ ຢູ່ເຂດບູຮານສະຖານ ເຊັ່ນ: ວັນມ໋ຽວ - ກວັກຕືຢ໋າມ ກໍ່ກຳລັງສ້າງຜະລິດຕະພັນທ່ອງທ່ຽວໃໝ່, ເຊິ່ງ ເຕັກໂນໂລຊີ ແສງ - ສີ - ສຽງ ແລະ ພາບເໝືອນຈິງ (virtual reality) ນຳປະສົບການ ທີ່ແຕກຕ່າງມາໃຫ້ຜູ້ຊົມ.
ເມື່ອຫວນຄືນປະຫວັດສາດ, ວິຈິດສິນ ຫວຽດນາມ ເຄີຍ ຂະຫຍາຍຕົວ ຢ່າງແຂງແຮງ ໃນຕົ້ນສະຕະວັດ ທີ XX ດ້ວຍ ໂຮງຮຽນວິຈິດສິນ ອິນດູຈີນ - ເຊິ່ງເປັນແຫຼ່ງກຳເນີດ ໃນການ ຝຶກອົບຮົມ ຈິດຕະກອນ ຜູ້ມີຊື່ສຽງໂດ່ງດັງຫຼາຍທ່ານ. ເຖິງຢ່າງໃດ ກໍ່ຕາມ, ສົງຄາມທີ່ແກ່ຍາວ ພ້ອມກັບສະໄໝເກື້ອກູນ ໄດ້ເຮັດໃຫ້ ຕະຫຼາດສິລະປະ ເກືອບວ່າ ຢຸດສະງັກ ເປັນເວລາ ຫຼາຍທົດສະວັດ. ນັບແຕ່ຫຼັງໄລຍະມີການປ່ຽນແປງໃໝ່ ປີ 1986 ເປັນຕົ້ນມາ, ຕະຫຼາດສິລະປະ ຈຶ່ງຄ່ອຍໆ ຟື້ນຕົວຄືນໃໝ່, ເປີດສາກ ໃຫ້ແກ່ ຄົນລຸ້ນໃໝ່ ທີ່ມີຫົວຄິດປະດິດສ້າງ ຢ່າງຂະຫຍັນຂັນເຂື່ອນ ແລະ ເຊື່ອມໂຍງຫຼາຍຂຶ້ນ.
ປັດຈຸບັນ, ຫວຽດນາມ ມີທ່າແຮງຫຼາຍດ້ານ ຄື: ມີພື້ນຖານ ວັດທະນະທຳ ອັນເກົ່າແກ່, ມີກຳລັງການສ້າງສັນໄວໜຸ່ມ ແລະ ການເພີ່ມຂຶ້ນຢ່າງໄວ ຂອງ ຊົນຊັ້ນກາງ ເຊິ່ງແມ່ນກຸ່ມລູກຄ້າ ພ້ອມທີ່ຈະຈ່າຍເງິນ ໃຫ້ແກ່ ບັນດາຜະລິດຕະພັນວັດທະນະທຳ. ຕາມການກຳນົດທິດ ຂອງຊາດ, ອຸດສາຫະກຳ ວັດທະນະທຳ ຄາດວ່າ ຈະປະກອບສ່ວນ ເຂົ້າໃນ ຈີດີພີ ໃຫ້ ໄດ້ 7% ໃນປີ 2030 ແລະ 9% ໃນປີ 2045, ພ້ອມທັງຮັກສາ ອັດຕາການເຕີບໂຕ ຂອງ ການສົ່ງອອກ ໃຫ້ໄດ້ 7-9% ຕໍ່ປີ.
ຕະຫຼາດສິລະປະ ກໍ່ມີສັນຍານທີ່ດີຫຼາຍຢ່າງ. ໃນໄລຍະປີ 2024 -2025, ຈຳນວນຫ້ອງວາງສະແດງສິລະປະ (gallery), ພື້ນທີ່ ແຫ່ງການສ້າງສັນ ແລະ ໂຮງປະມູນສິນຄ້າ ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໄດ້ເພີ່ມຂຶ້ນຢ່າງໄວ. ພາບແຕ້ມ ຫຼາຍແຜ່ນ ຂອງບັນດາຈິດຕະກອນ ຜູ້ມີຊື່ສຽງ ເຊັ່ນ: ບຸ່ຍຊວນຝ໋າຍ, ເລໂຝ, ຫງວຽນຕືງຽມ, ມາຍຈຸງທື໋ ຖືກຂາຍ ໃນລາຄາສູງ ໃນການ ປະມູນ, ສິ່ງນີ້ສະແດງໃຫ້ເຫັນເຖິງ ຄວາມດຶງດູດ ທີ່ນັບມື້ນັບ ເພີ່ມຂຶ້ນ ຂອງ ສິລະປະ ຫວຽດນາມ.
ບໍ່ພຽງແຕ່ດ້ານວິຈິດສິນ ເທົ່ານັ້ນ, ຂົງເຂດຮູບເງົາ ຫວຽດນາມ ກໍ່ມີ ບາດກ້າວຂະຫຍາຍຕົວຢ່າງຍິ່ງ. ຕົວຢ່າງ: ຮູບເງົາເລື່ອງ “ມາຍ” (Mai) ສາມາດສ້າງລາຍຮັບໄດ້ກວ່າ 500 ຕື້ດົ່ງ ພາຍໃນປະເທດ ແລະ ໄດ້ສາຍ ຢູ່ໂຮງສາຍຮູບເງົາ ກວ່າ 100 ແຫ່ງ ຢູ່ ສ ອາເມລິກາ, ການາດາ ແລະ ເອີຣົບ, ເຊິ່ງເປັນການຢືນຢັນ ເຖິງ ຄວາມສາມາດ ໃນການແຂ່ງຂັນລະດັບສາກົນ ຂອງ ຜະລິດຕະພັນ ວັດທະນະທຳ ຫວຽດນາມ.
ເຕັກໂນໂລຊີ “ກະຕຸ້ນ” ລະບົບນິເວດ ແຫ່ງການປະດິດສ້າງ
ເຕັກໂນໂລຊີ ກຳລັງມີບົດບາດສຳຄັນ ໃນຂະບວນການຫັນປ່ຽນນີ້. ທ່ານ ດັ້ງມິງເວ້, ຮອງຜູ້ອຳນວຍການ ຫໍພິພິທະພັນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ການຫັນເປັນ ດິີຈີຕອນ ບໍ່ໄດ້ປ່ຽນແທນຄຸນຄ່າດັ້ງເດີມ ແຕ່ຊ່ວຍໃຫ້ ເລື່ອງລາວ ທາງວັດທະນະທຳ ຖືກຖ່າຍທອດອອກມາ ຢ່າງມີສະເໜ່ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນ”.
ແທນທີ່ຈະເກັບຮັກສາ ບູຮານວັດຖຸ ຕາມຮູບແບບດັ້ງເດີມ, ບັນດາ ເຕັກໂນໂລຊີ ເຊັ່ນ: ການສະແກນ 3D, ການຖ່າຍຮູບ ທີ່ມີຄວາມ ລະອຽດສູງ ແລະ ການເກັບຮັກສາ ຜ່ານລະບົບ ຄລາວ (cloud storage) ໄດ້ສ້າງສຳເນົາ ດີຈີຕອນ ທີ່ມີຄວາມຊັດເຈນ. ຍ້ອນແນວນັ້ນ, ວຽກງານການອະນຸລັກ ຈຶ່ງມີຄວາມຍືນຍົງ ກວ່າເກົ່າ, ພ້ອມທັງເປີດກວ້າງຄວາມສາມາດ ໃນການເຂົ້າເຖິງ ຂໍ້ມູນ ໃຫ້ແກ່ບັນດານັກວິໄຈ ແລະ ສາທາລະນະຊົນ.
ບໍ່ພຽງແຕ່ຢຸດຢູ່ທີ່ການອະນຸລັກເທົ່ານັ້ນ, ເຕັກໂນໂລຊີ ກຳລັງ ຍົກລະດັບ ການສຳຜັດ ກັບວັດທະນະທຳໃຫ້ດີຍິ່ງຂຶ້ນ. ຢູ່ ຫໍພິພິທະພັນ ຮ່າໂນ້ຍ, ບັນດາຮູບແບບ ການສາຍພາບທີ່ ທັນສະໄໝ ເຊັ່ນ: 3D mapping, ຈໍພາບແບບໂຕ້ຕອບ (interactive screen) ແລະ ຂໍ້ມູນທີ່ຫັນເປັນ ດີຈີຕອນ ໄດ້ຊ່ວຍໃຫ້ ການທ່ຽວຊົມ ມີຊີວິດຊີວາຍິ່ງຂຶ້ນ. ໃນຂະນະດຽວກັນ, ບັນດາທົວທ່ອງທ່ຽວ ໃນຕອນກາງຄືນ ຢູ່ເຂດບູຮານສະຖານ ເຊັ່ນ: ວັນມ໋ຽວ - ກວັກຕືຢ໋າມ ກໍ່ກຳລັງສ້າງຜະລິດຕະພັນທ່ອງທ່ຽວໃໝ່, ເຊິ່ງ ເຕັກໂນໂລຊີ ແສງ - ສີ - ສຽງ ແລະ ພາບເໝືອນຈິງ (virtual reality) ນຳປະສົບການ ທີ່ແຕກຕ່າງມາໃຫ້ຜູ້ຊົມ.
ທ່ານ ເລຊວນກຽວ, ຜູ້ອຳນວຍການ ສູນກິດຈະກຳວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ - ກວກຕືຢ໋າມ ໃຫ້ຂໍ້ມູນວ່າ: “ທົວທ່ອງທ່ຽວຕອນກາງຄືນ ຈະສືບຕໍ່ໄດ້ຮັບການຍົກລະດັບ ໂດຍມີເຕັກໂນໂລຊີ ເປັນໃຈກາງ ໃນການປ່ຽນແປງ ຮູບແບບ ການເລົ່າເລື່ອງມໍລະດົກ, ຜ່ານນັ້ນ ນຳເອົາປະສົບການທີ່ດຶງດູດ ແລະ ເໝາະສົມກວ່າ ມາໃຫ້ແກ່ນັກທ່ອງທ່ຽວໃນຍຸກປັດຈຸບັນ”.
ບັນດາຮູບແບບນີ້ ກຳລັງດຶງດູດນັກທ່ອງທ່ຽວ ຢ່າງແຂງແຮງ, ໂດຍສະເພາະ ແມ່ນນັກທ່ອງທ່ຽວສາກົນ, ເມື່ອເຂົາເຈົ້າສາມາດ “ສຳຜັດ” ກັບ ປະຫວັດສາດ ຜ່ານເຕັກໂນໂລຊີ. ນີ້ແມ່ນວິທີ ທີ່ອຸດສາຫະກຳ ວັດທະນະທຳ ເປີດກວ້າງພື້ນທີ່ ແຫ່ງການ ແຜ່ຂະຫຍາຍ, ນຳເອົາເອກະລັກ ຫວຽດນາມ ອອກສູ່ໂລກ.
ພາກທຸລະກິດ ກໍ່ມີສ່ວນຮ່ວມທີ່ສຳຄັນ. ຫຼາຍບໍລິສັດ ເຕັກໂນໂລຊີ ຫວຽດນາມ ໄດ້ນຳໃຊ້ລະບົບ 3D ເພື່ອຟື້ນຟູ ພື້ນທີ່ ທາງ ປະຫວັດສາດ, ນັບແຕ່ຄຸ້ມເມືອງເກົ່າ ຮ່າໂນ້ຍ ຈົນເຖິງພະລາຊະວັງ ທັງລອງ ແລະ ບັນດາສິ່ງກໍ່ສ້າງ ສະຖາປັດຕະຍະກຳ ທີ່ໂດດເດັ່ນ. ການສ້າງພື້ນຖານຂໍ້ມູນມໍລະດົກ ທີ່ເປັນມາດຕະຖານ ບໍ່ພຽງແຕ່ ຮັບໃຊ້ວຽກງານ ການອະນຸລັກເທົ່ານັ້ນ, ແຕ່ຍັງສ້າງພື້ນຖານ ໃຫ້ແກ່ ການສ້າງສັນເນື້ອໃນ ແລະ ພັດທະນາ ຜະລິດຕະພັນ ວັດທະນະທຳ ໃນສະພາບແວດລ້ອມ ດີຈີຕອນ.
ໃນສະພາບການໃໝ່, ມໍລະດົກວັດທະນະທຳ ບໍ່ພຽງແຕ່ ເປັນຄວາມ ຊົງຈຳ ຂອງ ອະດີດເທົ່ານັ້ນ, ແຕ່ຍັງແມ່ນແຫຼ່ງກຳລັງ ໃຫ້ແກ່ ອະນາຄົດ. ເມື່ອເຕັກໂນໂລຊີ ກາຍເປັນຂົວຕໍ່, ອຸດສາຫະກຳ ວັດທະນະທຳ ຫວຽດນາມ ກຳລັງຄ່ອຍໆ ກ້າວຂ້າມຂີດຈຳກັດ ດ້ານພື້ນທີ່ ແລະ ເວລາ, ເປີດລະບົບນິເວດແຫ່ງການສ້າງສັນ ທີ່ຄ່ອງຕົວ, ເຊິ່ງເປັນບ່ອນທີ່ເອກະລັກ ຂອງຊາດ ໄດ້ຮັບການ ປົກປັກຮັກສາ ແລະ ແຜ່ຂະຫຍາຍ ຢ່າງແຂງແຮງ ຢູ່ໃນແຜນທີ່ ວັດທະນະທຳໂລກ.
ບົດ: ເງິນຮ່າ - ພາບ: ກົງດາດ/VNP














