ທ່ານ ນາງ Rachel Nguyen Isenschmid ປາດຖະໜາທີ່ສຸດຕໍ່ບັນດານະໂຍບາຍຊຸກຍູ້ການປຽນແປງໃໝ່ ຮູບແບບການເຕີບໂຕອີງໃສ່ວິທະຍາສາດ- ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.
ໃນການສຳພາດທີ່ຜ່ານມາໃກ້ໆນີ້ ຕໍ່່ນັກຂ່າວຂອງ ສະວິດ ທ່ານ ນາງ Rachel Nguyen Isenschmid - ເລຂາທິການເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ຢັ້ງຢືນວ່າ SVEF ຍາມໃດກໍ່່ມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ, ຫວັງວ່າກອງປະຊຸມໃຫຍ່ຂອງພັກຈະຍົກອອກບັນດານະໂຍບາຍຊີ້ຂາດທີ່ລັກສະນະບຸກທະລຸ, ມີວິໄສທັດຍາວນານ ແລະ ຄວາມເປັນໄປໄດ້ສູງ, ແນໃສ່ຫັນຄວາມມຸ່ງຫວັງຂອງຫວຽດນາມ ເປັນປະເທດເຂັ້ມແຂງແຮງກ້າ ໃນປີ 2045 ໃຫ້ປະກົດເປັນຈິງ.
ທ່ານ ນາງ Rachel Nguyen Isenschmid ປາດຖະໜາທີ່ສຸດຕໍ່ບັນດານະໂຍບາຍຊຸກຍູ້ການປຽນແປງໃໝ່ ຮູບແບບການເຕີບໂຕອີງໃສ່ວິທະຍາສາດ- ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ສິ່ງນີ້ຮຽກຮ້ອງການປະຕິຮູບຢ່າງແຂງແຮງຂອງລະບອບລະບຽບການ, ສ້າງພື້ນທີ່ທົດລອງນະໂຍບາຍ, ສົ່ງເສີມການພັດທະນາຂອງພາກເອກະຊົນ, ສ້າງວິສາຫະກິດນໍາພາທີ່ມີຄວາມສາມາດມີກຳລັງແກ່ງແຍ້ງໃນພາກພື້ນ ແລະ ທົ່ວໂລກ.
ນອກຈາກນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ໄດ້ຮັບຄວາມຕັ້ງຫວັງວ່າຈະກຳນົດຍຸດທະສາດສຳລັບການພັດທະນາແບບຍືນຍົງ ແລະ ເພິ່ງຕົນເອງຢ່າງຈະແຈ້ງກວ່າ, ມີຄວາມຕິດພັນລະຫວ່າງການເຕີບໂຕທາງເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ການຫັນປ່ຽນພະລັງງານ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັບປະກັນຊີວິດສັງຄົມ.
(ແຫຼ່ງຄັດຈາກ VOV)