• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ຊາດ ດ້ວຍ​ພູມ​ປັນ​ຍາ ແລະ ຫົວ​ຄິດ​ປະ​ດິດ​ສ້າງ

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່ຽວກັບການສ້າງ ມະຕິ 2 ສະບັບເພື່ອຍືນສະເໜີຕໍ່ກອງປະຊຸມສູນກາງຊຸດທີ XIV.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ໂດຍເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່ຽວກັບການສ້າງ ມະຕິ 2 ສະບັບເພື່ອຍືນສະເໜີຕໍ່ກອງປະຊຸມສູນກາງຊຸດທີ XIV (ມະຕິກ່ຽວກັບການປ່ຽນແປງໃໝ່ຮູບແບບພັດທະນາປະເທດຊາດ ອີງຕາມວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການເຫັນເປັນດີຈີຕອນ; ມະຕິກ່ຽວກັບບັນດາມາດຕະການຍຸດທະສາດເພື່ອຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກຕິດພັນກັບການກຳນົດສ້າງຮູບແບບການເຕີບໂຕໃໝ່). ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງວ່າ:-

ຕ້ອງຕິດແທດ ແລະ ຫັນບັນດາທັດສະນະຂອງພັກກ່ຽວກັບບັນດາເປົ້າໝາຍ ທີ່ໄດ້ຍົກອອກໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ເປັນລະບອບລະບຽບການ. ກຳນົດເນື້ອໃນຂອງ 2 ມະຕິສະບັບນີ້ແມ່ນບັນດາເນື້ອໃນສຳຄັນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃນທັນທີ. ຕ້ອງຮັບປະກັນລັກສະນະຄວາມເປັນໄປໄດ້ ແລະ ມີລັກສະນະກະທຳສູງ, ຕິດພັນກັບວິແຜນການ, ບາດກ້າວ, ແຫຼ່ງກຳລັງປະຕິບັດ. ມະຕິເພື່ອມີການກະທຳ, ມີລັກສະນະຮຽກໂຮມ, ສ້າງແຫຼ່ງບັນດານໃຈ, ສ້າງຄວາມເປັນເອກະພາບສູງໃນທົ່ວພັກ ແລະ ລະບົບການເມືອງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ປຸກລຸກຄວາມມຸ່ງຫວັງອຸທິດສ່ວນ, ແງ່ຫວັງບືນຕົວຂຶ້ນຂອງຊາດດ້ວຍພູມປັນຍາ ແລະ ຫົວຄິດປະດິດສ້າງ.     

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top