ເລື່ອງລາວ ກ່ຽວກັບຜູ້ເຈາະເຮືອໄມ້ລຳດຽວ ຢູ່ແມ່ນ້ຳ ດັກ ບລາ

ອາຊີບ ຫວຽດ

ເລື່ອງລາວ ກ່ຽວກັບຜູ້ເຈາະເຮືອໄມ້ລຳດຽວ ຢູ່ແມ່ນ້ຳ ດັກ ບລາ

ເຊັ່ນດຽວກັບປະຊາຊົນ ຫຼາຍຄົນໃນບ້ານ ລູງແລງ, ທ່ານ ອາຫຼຸຍ ບໍ່ຮູ້ຢ່າງແນ່ນອນວ່າ ເຮືອໄມ້ລຳດຽວ ມີມາແຕ່ເມື່ອໃດ ແລະ ໃຜເປັນຜູ້ປະດິດສ້າງ, ​ເພິ່ນ​ຮູ້ພຽງ​ແຕ່ວ່າ ຜ່ານຫຼາຍ​ຮຸ່ນຄົນ ມາແລ້ວ, ​ເຮືອ​ໄມ້​ລຳ​ນີ້ ມີຄວາມສະໜິດຕິດພັນກັບ​ຊາວ​ ບາ​ນາ, ເຮືອໄດ້ພາເຂົາເຈົ້າ ຜ່ານ​​ແມ່​ນ້ຳ​ ດັກ​ ບລາ ໄຫຼສ່ວນຕ່າງໆ ນັບບໍ່ຖ້ວນ ແລະ ປັດຈຸ​ບັນ, ເພິ່ນຍັງ​ສືບ​ຕໍ່​ຮັກສາ​ອາຊີບ​ ເຈາະ ເຮືອ​ໄມ້ລຳດຽວ, ເຖິງວ່າ ອາຊີບນີ້ ຍາກທີ່ຈະຫາລ້ຽງຊີບ ຕົນເອງ ແລະ ຄອບຄົວ ໃນສະໄໝທີ່ບໍ່ມີຄົນນຳໃຊ້ເຮືອປະເພດນີ້ ອີກແລ້ວ.

ເຊັ່ນດຽວກັບປະຊາຊົນ ຫຼາຍຄົນໃນບ້ານ ລູງແລງ, ທ່ານ ອາຫຼຸຍ ບໍ່ຮູ້ຢ່າງແນ່ນອນວ່າ ເຮືອໄມ້ລຳດຽວ ມີມາແຕ່ເມື່ອໃດ ແລະ ໃຜເປັນຜູ້ປະດິດສ້າງ, ​ເພິ່ນ​ຮູ້ພຽງ​ແຕ່ວ່າ ຜ່ານຫຼາຍ​ຮຸ່ນຄົນ ມາແລ້ວ, ​ເຮືອ​ໄມ້​ລຳ​ນີ້ ມີຄວາມສະໜິດຕິດພັນກັບ​ຊາວ​ ບາ​ນາ, ເຮືອໄດ້ພາເຂົາເຈົ້າ ຜ່ານ​​ແມ່​ນ້ຳ​ ດັກ​ ບລາ ໄຫຼສ່ວນຕ່າງໆ ນັບບໍ່ຖ້ວນ ແລະ ປັດຈຸ​ບັນ, ເພິ່ນຍັງ​ສືບ​ຕໍ່​ຮັກສາ​ອາຊີບ​ ເຈາະ ເຮືອ​ໄມ້ລຳດຽວ, ເຖິງວ່າ ອາຊີບນີ້ ຍາກທີ່ຈະຫາລ້ຽງຊີບ ຕົນເອງ ແລະ ຄອບຄົວ ໃນສະໄໝທີ່ບໍ່ມີຄົນນຳໃຊ້ເຮືອປະເພດນີ້ ອີກແລ້ວ.

 

ທ່ານ ອາຫຼຸຍ ແມ່ນໜຶ່ງໃນຈຳນວນໜ້ອຍ ທີ່ຍັງຊຳນິ ຊໍານານເຕັກນິກການເຈາະເຮືອໄມ້ລຳດຽວ ຢູ່ໝູ່ບ້ານ ລູງ ເລງ. ພາບ: ແທງຮ່ວາ/VNP  

ອາຫຼຸຍ ​ແມ່ນ​ຊາວ​ ບາ​ນາ, ອາ​ໄສ​ຢູ່​ບ້ານ ​ລູງແລງ, ຕາ​ແສງ​ຊາບິ່ງ, ເມືອງ ​ຊາ​ໄທ່, ແຂວງ ​ກອນ​ຕູມ. ເພິ່ນເປັນໜຶ່ງ ໃນຈໍານວນທີ່ຍັງເຫຼືອຢູ່ໃນບ້ານ ທີ່ຍັງຮັກສາໄດ້ເຕັກນິກການ ຜະລິດເຮືອໄມ້ລຳດຽວ.

ໝູ່​ບ້ານ​ ລູງແລງ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ດັກ​ ບລາ, ດັ່ງ​ນັ້ນ​ ທຸກ​ສິ່ງ​ທຸກ​ຢ່າງ​ ນັບແຕ່ໄປ​ເຮັດ​ໄຮ່, ເຮັດ​ນາ, ຫາ​ປາ ຫຼື​ ຂົນ​ສົ່ງ​ສາ​ລີ, ເຝືອກມັນ​, ໝາກ​ຖົ່ວສ່ວນ​ຫຼາຍ​ແມ່ນ​ໃຊ້ ​ເຮືອ​ໄມ້ລຳດຽວ.

ທ່ານ ອາຫຼຸຍ ໄດ້ເວົ້າຢ່າງກະຕືລືລົ້ນກ່ຽວກັບເຕັກນິກການເຮັດ ເຮືອໄມ້ລຳດຽວ. ພາບ: ແທງຮ່ວາ/VNP

ເຮືອໄມ້ລຳດຽວ ແມ່ນມີຄວາມກະທັດຮັດ ແລະເຄື່ອນທີ່ສະບາຍ, ສະນັ້ນ ສະດວກໃນ ການເຄື່ອນໄຫວ ທາງນໍ້າ, ໂດຍສະເພາະ ໃນແມ່ນ້ຳ ທ່ີມີແກ້ງ, ໂກດຫີນ ແລະ ສິ່ງກີດຂວາງ ຢູ່ໃຕ້ນໍ້າ ຫຼາຍ ຄືຢູ່ເຂດ ໄຕງວຽນ ນີ້.

ພິ​ເສດ, ໄຕງວຽນ ​ໃນ​ສະ​ໄໝ​ກ່ອນ ແມ່ນ​ເຂດ​ທີ່​ມີ​ໄມ້​ຫຼາຍ ຊະ​ ນິດ, ສະ​ນັ້ນ​ ຈຶ່ງ​ຫາ​ໄມ້ໄດ້​ງ່າຍ ​ເພື່ອ​ເຮັດ​ເຮືອໄມ້ລຳດຽວ. ປັດຈຸ​ບັນ, ດ້ວຍ​ການ​ຫ້າມ​ຂຸດ​ຄົ້ນ​ປ່າ ​ແລະ ການ​ນຳ​ໃຊ້​ເຮືອ ​ໃໝ່​ຫຼາຍ​ລຳ, ດັ່ງນັ້ນ ຊາວບ້ານ ​ລູງແລງ ​ບໍ່ຄ່ອຍ​ໄດ້​ໃຊ້​ເຮືອ​ໄມ້ລຳດຽວ. ບາງທີ ຈະໄດ້ນຳໃຊ້ ພຽງແຕ່ໃນງານບຸນ ຫຼື ການແຂ່ງຂັນ ເຮືອປະເພນີ ເທ່ົານັ້ນ.

ອາດສາມາດເວົ້າ​ໄດ້​ວ່າ ​ເຮືອ​ໄມ້ລຳດຽວ ​ມີຄວາມສະໜິດ​ຕິດ​ພັນ​ກັບ​ຊີວິດ ​ແລະ ວັດທະນະທຳ​ ຂອງ​ ຊາວ ​ບາ​ນາ​ ເປັນເວລາຍາວ ນານ. ມັນບໍ່ພຽງແຕ່ເປັນເຄື່ອງໃຊ້ ໃນການຂົນສົ່ງ ແລະ ການໄປ ມາ ທີ່ໄດ້ຮັບຄວາມນິຍົມເທົ່ານັ້ນ, ແຕ່ຍັງ ສະແດງໃຫ້ເຫັນເຖິງ ຄວາມຄ່ອງແຄ່ວ ຂອງຊາວ ບານາ ໃນເຕັກນິກການເຮັດເຮືອ ໄມ້ລຳດຽວ ທີ່ເປັນເອກະລັກ ສະເພາະປະເພດນີ້.

ຕາມ​ຜູ້​ເຖົ້າ​ແກ່​ໃນ​ໝູ່​ບ້ານ ລູງແລງ ​ໃຫ້ຮູ້ວ່າ ​ເຮືອໄມ້ລຳດຽວ ​ຍັງ​ເອີ້ນ​ວ່າ “ຊ໊ອງ”, ​ໃນ​ພາສາ​ ບາ​ນາ ​ແມ່ນ ປລູງ”. ເຮືອໄມ້ລຳ ດຽວ ຖືກເຈາະ ຈາກຕົ້ນໄມ້ໃຫຍ່ລຳໜຶ່ງ; ເປັນປະເພດໄມ້ອ່ອນ, ທົນທານຕໍ່ນ້ໍາ, ຕໍ່ການກະແທກ. ເຮືອບໍ່ມີຂະໜາດ ທີ່ແນ່ນອນ, ສ່ວນຫຼາຍແມ່ນຂຶ້ນກັບ ຂະໜາດ ຂອງ ຕົ້ນໄມ້, ປົກກະຕິແລ້ວ ຈະຍາວ ປະມານ 5-9 ແມັດ ຫຼື ບາງທີຈະຍາວກວ່າ.

 

ເຮືອໄມ້ລຳດຽວ ​ແມ່ນ​ຕິດ​ພັນ​ກັບ​ຊີ​ວິດ ແລະ ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ ບາ​ນາ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແມ່​ນ້ຳ ​ດັກ​ ບລາ, ເມືອງ ​ຊາ​ໄທ່, ແຂວງ ​ກອນ​ຕູມ. ພາບ: ແທງຮ່ວາ/VNP

ເຄື່ອງມືເຈາະເຮືອ ໃນເບື້ອງຕົ້ນ ແມ່ນຂ້ອນຂ້າງງ່າຍ, ສ່ວນຫຼາຍ ແມ່ນເລື່ອຍມື, ຂວານ, ມີດ, ຊິ່ວ ແລະ ຕໍ່ມາມີການເພີ່ມເລື່ອຍ ຈັກ. ກໍ່ຍ້ອນວ່າ ເຮືອຖືກ ເຈາະແບບຫັດຖະກຳ, ສະນັ້ນ ມັນຂຶ້ນ ກັບປະສົບການ ແລະ ທັກສະ ຂອງຊ່າງໄມ້ ຫຼື ຊ່າງຫັດຖະກຳ.

ເພື່ອ​ເຈາະ ໄດ້ເຮືອໄມ້ລຳດຽວ ທີ່​ດີ ແລະ ​​ສາມາດ​ພາຍ​ເທິງ​ໜ້ານ້ຳ​ໄດ້​ໄວ, ​ຊ່າງ​ຫັດຖະກຳ ​ຕ້ອງ​ຄິດ​ໄລ່​ວິທີ​ການ​ເຈາະ, ເຮັດແນວ ໃດໃຫ້ຄວາມກົ່ງ ຂອງ ຫົວເຮືອ,  ນ້ຳໜັກ​ຂອງທ້າຍ, ຄວາມ​ຊື່​ຂອງ​ລຳ​ຕົວ ແລະ ຄວາມ​ໜາ​, ບາງຂອງ​ ທັງ​ສອງ​ຂ້າງ ​ແລະ ພື້ນເຮືອ ຕ້ອງສົມດູນ. ທຸກຢ່າງເບິ່ງຄືວ່າ ງ່າຍ, ແຕ່ຕົວຈິງ ແລ້ວແມ່ນຂ້ອນຂ້າງຍາກ ເພາະວ່າ ພຽງແຕ່ ຄິດໄລ່ຜິດ, ແຮງຕັດ ແລະ ທິດຕັດຂອງຂວານ ແມ່ນສາມາດສົ່ງຜົນກະທົບ ຕໍ່ຄວາມ ທົນທານ ແລະ ລັກສະນະ ດ້ານຕັກນິກ ຂອງເຮືອ.

ເພື່ອ​ຜະລິດອອກເຮືອໄມ້ລຳດຽວ ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຕອນ, ທັງ​ໝົດ​ແມ່ນ​ເຮັດ​ດ້ວຍ​ມື​ ຕາມ​ຄວາມ​ສາມາດ ​ແລະ ປະສົບ​ການ​ຂອງ​ຊ່າງ​ຫັດຖະກຳ. ພາບ: ແທງຮ່ວາ/VNP 

ທ່ານ ອາ ຫຼູຍ ກ່າວ​ວ່າ ໃນ​ເມື່ອ​ກ່ອນ, ເກືອບ​ທຸກ​ຄອບຄົວ ໃນ ບ້ານ​ລ້ວນແຕ່ມີເຮືອໄມ້ລຳດຽວ, ​​ປັດຈຸ​ບັນ, ຍ້ອນ​ບໍ່​ມີ​ຄົນ​ໃຊ້​ເຮືອ​ໄມ້ລຳດຽວຫຼາຍ, ສະນັ້ນ ຈຳນວນ​ຄົນ​ງານ ​ແລະ​ຊ່າງເຈາະ​ເຮືອ​ໄມ້ລຳດຽວ ​ກໍ່ຄ່ອຍໆ ​ຫຼຸດ​ລົງ. ປັດຈຸ​ບັນ, ເພິ່ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່າງຫັດຖະກຳ​ ຈຳນວນ​ໜ້ອຍທີ່​ຍັງ​ມີ​ຄວາມ​ຊຳນານ​ໃນ​ການ​ເຈາະເຮືອໄມ້ລໍາດຽວ ຂອງ ​ຊາວ​ເຜົ່າ ​ບາ​ນາ ​ຢູ່​ບ້ານ ​ລູງແລງ. ການ​ຢຶດໝັ້ນກັບອາຊີບ​ຂອງ​ ເພິ່ນ ​ແມ່ນ​ຄວາມ​ມັກ ​ແລະ ຄວາມ​ປາຖະໜາ ​ທີ່​ຈະ​ຮັກສາ​ອາຊີບ​ພື້ນ​ເມືອງ​ທີ່​ບັນພະບຸລຸດ​ ປະໄວ້​ໃຫ້. ​ເຖິງ​ວ່າ​ ວຽກ​ງານ​ບໍ່​ຫຼາຍ​ປານ​ໃດ ​ແລະ ​ບໍ່​ໄດ້​ນຳ​ມາ​ເຊິ່ງ​ແຫຼ່ງລາຍ​ຮັບ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ເປັນ​ການ​ອະນຸລັກ​ຮັກ ສາ​ອາຊີບ​ເຮັດ​ເຮືອ​ຂອງ​ໝູ່​ບ້ານ ​ແລະ ຊ່ວຍ​ໃຫ້​ຄະນະ​ແຂ່ງ​ຂັນ​ເຮືອ​ຂອງ​ໝູ່​ບ້ານ​ມີ​ເຮືອ​ຊ່ວງ​ທີ່​ດີ​ ທີສຸດ ​ໃນ​ທຸກໆ​ ລະດູ​ການ​ແຂ່ງຂັນ ເຮືອໄມ້ ລຳດຽວ​ ຂອງ​ ຊາວເຜົ່າ ​ບາ​ນາ.

ປັດຈຸ​ບັນ, ໂດຍປະຕິບັດ “​ໂຄງການ​ອະນຸລັກ​ຮັກສາ ​ແລະ ພັດ ທະນາ​ອາຊີບ ​ຫັດຖະກຳ​ພື້ນ​ເມືອງ ​ຂອງ ​ປະຊາຊົນ ບັນດາ​ເຜົ່າສ່ວນໜ້ອຍ ໃນຂົງເຂດແຂວງ ກອນຕູມ”, ຄະນະ​ກຳມະການ​ຊົນ​ເຜົ່າ​ແຂວງ ກອນ​ຕູມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ ​ເມືອງ ​ຊາ​ໄທ່ ສ້າງເງື່ອນໄຂໃຫ້ບັນດາຊ່າງ​ ຫັດຖະກຳ​ບ້ານ​ ລູງແລງ, ຕາ​ແສງ ​ຊາບິ່ງ ໄດ້ເປີດ ຫ້ອງຮຽນສອນອາຊີບ ພື້ນ ເມືອງ ເພື່ອອະນຸລັກຮັກສາ ອາຊີບ ຫັດຖະກຳພື້ນເມືອງ ພ້ອມທັງແນະ ນຳວິທີການຮັກສາເຮືອ ເພື່ອບໍ່ໃຫ້ເກີດຄວາມ ເສຍຫາຍຈາກຟ້າຝົນ, ລົມ ແລະ ປວກ ມອດ.

 

ຫຼັງ​ຈາກ​ນຳ​ໃຊ້​ແລ້ວ, ເຮືອ​ໄດ້​ຖືກ​ນຳ​ຂຶ້ນ​ຝັ່ງ ​ແລະ ​ເກັບ​ຮັກ​ສາ​ໄວ້​ຢ່າງ​ລະ​ມັດ​ລະ​ວັງ​ຢູ່​ໃຕ້​ເຮືອນ​ຮ້ານ. ພາບ: ແທງຮ່ວາ/VNP

ປັດຈຸ​ບັນ, ​ເຖິງ​ວ່າ ​ເຮືອ​ໄມ້ລຳດຽວ ບໍ່​ໄດ້​ໃຊ້​ຫຼາຍ ໃນຊີວິດປະຈຳ ວັນ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ແມ່ນ​ສ່ວນ​ໜຶ່ງໃນ​ວັດທະນະທຳ ​ຂອງ​ ຊາວ​ເຜົ່າ ​ບາ​ນາ ​ຢູ່​ບ້ານ​ ລູງແລງ ​ແລະ ພວມ​ໄດ້​ຮັບ​ການ​ຄົ້ນຄວ້າ​ ແລະ ​ນຳ​ໄປຮັບໃຊ້​ບໍລິການ​ທ່ອງ​ທ່ຽວ ເທື່ອ​ລະ​ກ້າວ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ໄດ້​ສຳ​ຜັດ​ກັບ​ການ​ຂີ່​ເຮືອໄມ້ລຳດຽວ ​ແລະ ​ຄົ້ນພົບກັບ​ການ​ແຂ່ງ​ຂັນເຮືອໄມ້ ລຳດຽວ​ພື້ນ​ເມືອງ​ ທີ່​ເຕັມ​ໄປ​ດ້ວຍ​ຈິດ​ວິນຍານການຕໍ່ສູ້ ​ຂອງ​ຊາວ​ ໄຕງວຽນ ​ເທິງແມ່​ນ້ຳ ​ດັກ​ ບລາ.

 

  • ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ

Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

ໃນພື້ນທີ່ຂະໜາດນ້ອຍໆ ໜ້າຮັກ ກັບໂທນສີຂຽວ ສົດຊື່ນ, Maypaperflower ຕ້ອນຮັບຜູ້ຮັກດອກໄມ້ ດ້ວຍຫຼາຍໆ ຜົນງານ ສິລະປະ ທີ່ເປັນເອກະລັກ ທີ່ເຮັດຈາກເຈ້ຍ. ດອກໄມ້ ແຕ່ລະດອກ, ຮູບພາບແຕ່ລະແຜ່ນ ລ້ວນແຕ່ເຂັ້ມຂຸ້ນໄປດ້ວຍ ຮີດຄອງ ຂອງໝູ່ ບ້ານ ເຮັດດອກໄມ້ເຈ້ຍ ພື້ນເມືອງ ແທງຕຽນ ທີ່ມີອາຍຸກວ່າ 300 ປີ, ບັນດາຜົນງານ ຂອງ Maypaperflower ແມ່ນການປະສົມປະສານ ຢ່າງກົມກຽວ ລະຫວ່າງການເຮັດດອກໄມ້ເຈ້ຍ ແບບດັ້ງເດີມ ກັບ ການປ່ຽນໃໝ່ທີ່ທັນສະໄໝ, ສ້າງເປັນຮູບແບບສະເພາະ ແລະ ໜ້າ ຈັບໃຈ.

Top