ກຸບໃບບົວ ແຫ່ງເມືອງ ເຫວ້

ກຸບໃບບົວ ແຫ່ງເມືອງ ເຫວ້

ກຸບໃບບົວ ເມືອງ ເຫວ້ ເປັນການປະສົມປະສານກັນຢ່າງລົງຕົວລະຫວ່າງອາຊີບ ເຮັດກຸບໃບລານ ແບບມູນເຊື້ອ ແລະ ວັດຖຸດິບ ໃໝ່ຄື ໃບບົວ. ແນວຄວາມຄິດນີ້ເກີດຂຶ້ນຈາກຄວາມປາດຖະໜາທີ່ຈະສ້າງຜະລິດຕະພັນໜຶ່ງ ທີ່ທັງຮັກສາເອກະລັກວັດທະນະທຳ ມູນເຊື້ອ ແລະ ທັງມີລັກສະນະປ່ຽນແປງໃໝ່, ສ້າງສັນອີກດ້ວຍ. ຂັ້ນຕອນການຜະລິດ ເລີ່ມຕົ້ນຈາກການຄັດເລືອກເອົາໃບບົວ ທີ່ສວຍງາມທີ່ສຸດ, ຫຼັງຈາກນັ້ນ ຜ່ານຂັ້ນຕອນການປຸງແຕ່ງເພື່ອຮັບ ປະກັນຄວາມທົນທານ ຂອງໃບ ແລະ ສີສັນ. ຊ່າງຝີມືຢູ່ບ້ານເຮັດ ກຸບ ດົກເຊີ ຈະໃຊ້ເວລາປະ ມານໜຶ່ງມື້ເພື່ອ “ຈໍ່າ” (ຫຍິບ) ຢ່າງລະອຽດ, ສ້າງເປັນຜະລິດຕະພັນ ສຳເລັດຮູບ.

ທ່ານ ຫງວຽນແທງຖ໋າວ ຜູ້ສ້າງສັນກຸບໃບບົວ ເມືອງເຫວ້.

ທ່ານ ຫງວຽນແທງຖ໋າວ, ຜູ້ກໍ່ຕັ້ງຍີ່ຫໍ້ ແຊນຖ໋າວ ກ່າວວ່າ: “ຂ້າພະ ເຈົ້າຢາກສ້າງຜະລິດຕະພັນໜຶ່ງ ທີ່ບໍ່ພຽງແຕ່ງາມເທົ່ານັ້ນ, ແຕ່ຍັງມີຄວາມໝາຍທາງດ້ານວັດທະນະທຳ ແລະ ທຳມະຊາດອີກ ດ້້ວຍ. ໃບບົວ ເປັນສັນຍະລັກ ແຫ່ງຄວາມບໍລິສຸດ, ລະອຽດອ່ອນ, ເຊິ່ງເປັນລັກສະນະ ທີ່ເໝາະສົມກັບຄວາມງາມ ຂອງ ເມືອງ ເຫວ້ ເປັນຢ່າງຍິ່ງ”.

 

ໃບບົວ ທີ່ຖືກຄັດເລືອກ ຕ້ອງເປັນໃບແກ່, ມີສີຂຽວເຂັ້ມ, ເສັ້ນໃບຊັດເຈນ ແລະ ບໍ່ມີແມງໄມ້ ກັດເຈາະ.
ທ່ານ ຫງວຽນແທງຖ໋າວ ປຶກສາຫາລືກັບຊ່າງຝີມື ໃນຂະບວນການເຮັດສຳເລັດກຸບໃບບົວ.


ຈາກແນວຄວາມຄິດເບື້ອງຕົ້ນ, ຍີ່ຫໍ້ ແຊນຖ໋າວ ໄດ້ຂະຫຍາຍ ແລະ ພັດທະນາ ສາຍຜະລິດຕະພັນກຸບໃບບົວ ທີ່ຫຼາກຫຼາຍຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ແຊນຖ໋າວ ໄດ້ສະໜອງ ກຸບໃບບົວ ຫຼາຍປະ ເພດທີ່ເໝາະສົມກັບກຸ່ມເປົ້າໝາຍ ທີ່ແຕກຕ່າງກັນຄື: ກຸບສຳລັບເດັກນ້ອຍ ທີ່ມີຂະໜາດນ້ອຍ ກະທັດຮັດ, ກຸບສຳລັບຍິງສາວ ທີ່ມີການອອກແບບທີ່ສວຍງາມ, ກຸບສຳລັບແມ່ຊີ, ພະສົງ ທີ່ມີການອອກແບບທີ່ສຸພາບຮຽບຮ້ອຍ, ເໝາະສົມກັບບັນຍາກາດແຫ່ງການປະຕິບັດທຳ.

ທ່ານ ຖ໋າວ ກ່າວວ່າ: “ພວກຂ້າພະເຈົ້າໄດ້ຄົ້ນຄວ້າ ແລະ ສ້າງສັນຢູ່ສະເໝີ ເພື່ອນຳສະເໜີຜະລິດຕະພັນໃໝ່ໆ ທີ່ເໝາະສົມກັບ ຄວາມຕ້ອງການ ແລະ ຄວາມນິຍົມ ຂອງ ລູກຄ້າ. ແຕ່ລະສາຍຜະລິດຕະພັນ ລ້ວນແຕ່ມີລັກສະນະພິເສດ ໂດຍສະເພາະ, ແຕ່ຍັງຄົງຮັກສາຄວາມງາມແບບທຳມະຊາດ ຂອງໃບບົວ ແລະເຕັກ ນິກການເຮັດກຸບ ມູນເຊື້ອໄວ້ໄດ້”.

 


ທ່ານນາງ ເຈິ່ນທິເຮືອງ, ຊ່າງເຮັດກຸບ ທີ່ມີປະສົບການກວ່າ 30 ປີ ຢູ່ບ້ານ ດົກເຊີ ໃຫ້ຂໍ້ສັງເກດວ່າ: “ຂ້າພະເຈົ້າເຮັດ ກຸບໃບລານ ມູນເຊື້ອ ມາຕະຫຼອດຊີວິດ, ແຕ່ເມື່ອເລີ່ມເຂົ້າຮ່ວມ ເຮັດກຸບໃບບົວ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນການປ່ຽນແປງໃໝ່ທີ່ສ້າງສັນຫຼາຍ. ການນຳໃຊ້ໃບບົວ ຮຽກຮ້ອງໃຫ້ມີເຕັກນິກ ທີ່ແຕກຕ່າງຈາກໃບລານມູນເຊື້ອ. ພວກເຮົາຕ້ອງລະມັດລະວັງກວ່າເກົ່າ, ພິ ຖີ ພິຖັນ ກວ່າເກົ່າໃນການ ຫຍິບ ເພື່ອບໍ່ໃຫ້ເສຍຫາຍລວດລາຍທຳມະຊາດ ຂອງ ໃບບົວ”.

ຈຸດພິເສດທີ່ສຸດ ຂອງ ກຸບໃບບົວ ເມືອງ ເຫວ້ ແມ່ນລວດລາຍຂອງ ໃບບົວ ທີ່ຍັງເຫັນໄດ້ຢ່າງຊັດເຈນຢູ່ເທິງກຸບ. ໃບບົວ ແຕ່ລະໃບ ມີລວດລາຍທີ່ແຕກຕ່າງກັນ, ເຊິ່ງເຮັດໃຫ້ກຸບໃບບົວ ແຕ່ລະໜ່ວຍມີເອກະລັກສະເພາະ ໜຶ່ງບໍ່ມີສອງ. ບໍ່ພຽງແຕ່ເປັນເຄື່ອງ ໃຊ້ປະຈຳວັນເທົ່ານັ້ນ, ກຸບໃບບົວ ຍັງເປັນຜົນງານສິລະປະ ທີ່ສະ ແດງເຖິງການປະສົມກົມກຽວກັນລະຫວ່າງຄົນ ແລະທຳມະຊາດ, ລະຫວ່າງປະເພນີ ແລະ ຄວາມທັນສະໄໝ.

 

ກຸບ ຖືກຕາກແດດໃຫ້ແຫ້ງ.

ກຸບໃບບົວ ເຫວ້ ບໍ່ພຽງແຕ່ມີຄຸນຄ່າທາງດ້ານຄວາມງາມເທົ່ານັ້ນ, ແຕ່ຍັງມີປະໂຫຍດໃຊ້ສອຍສູງໃນຊີວິດປະຈຳວັນອີກດ້ວຍ. ນີ້ແມ່ນທາງເລືອກໃໝ່ ສຳລັບຊຸດ ອ໋າວຢາຍ ເມືອງ ເຫວ້. ສີຂຽວ ອ່ອນໆ ທີ່ກົມກຽວ ຂອງ ໃບບົວ ສາມາດເຂົ້າກັນໄດ້ດີ ກັບ ອ໋າວຢາຍ ຫຼາຍປະເພດ, ສ້າງຄວາມງາມ ທີ່ສຸພາບຮຽບຮ້ອຍ, ອ່ອນຫວານ ໃຫ້ແກ່ແມ່ຍິງ ຫວຽດນາມ.

ພາຍໃຕ້ແສງຕາເວັນ, ກຸບໃບບົວ ຍິ່ງເປັ່ງປະກາຍ ດ້ວຍສີຂຽວສົດໃສ, ສະດຸດຕາ. ສິ່ງທີ່ພິເສດ ກຸບແມ່ນເຮັດຈາກໃບບົວ ສອງຊັ້ນທັງໝົດ, ຫຼັງຈາກຫຍິບ ແລ້ວຈະເຄືອບຊັ້ນສີ ຢູ່ດ້ານນອກ, ຊ່ວຍໃຫ້ກຸບສາມາດທົນທານຕໍ່ແດດຝົນໄດ້ດີ. ຜູ້ໃຊ້ສາມາດໃສ່ກຸບໄດ້ຢ່າງສະບາຍໃນຊີວິດປະຈຳວັນ ໂດຍບໍ່ຕ້ອງກັງວົນກ່ຽວກັບຄວາມທົນທານ ຂອງ ຜະລິດຕະພັນ.

 


ທ່ານນາງ ດິງງອກລຽນ, ລູກຄ້າທີ່ໃຊ້ກຸບໃບບົວເປັນປະຈຳ ກ່າວວ່າ: “ຂ້າພະເຈົ້າ ມັກກຸບໃບບົວ ນີ້ຫຼາຍ ເພາະວ່າ ມັນທັງງາມ ແລະ ທົນທານ. ສີຂຽວທຳມະຊາດ ຂອງ ໃບບົວ ເຮັດໃຫ້ຮູ້ສຶກເຢັນສະບາຍ, ໃກ້ຊິດກັບທຳມະຊາດ. ຂ້າພະເຈົ້າໃຊ້ກຸບນີ້ ມາໄດ້ກວ່າໜຶ່ງປີແລ້ວ ແລະ ມັນຍັງຄົງຮັກສາສີສັນ ແລະ ຮູບຮ່າງເດີມໄວ້ໄດ້. ໂດຍສະເພາະ, ທຸກຄັ້ງທີ່ໃສ່ກຸບນີ້ ອອກໄປຂ້າງນອກ, ຂ້າພະເຈົ້າມັກຈະໄດ້ຮັບຄຳຍ້ອງຍໍຈາກຄົນອ້ອມຂ້າງສະເໝີ”.

ທ່ານ John Smith, ນັກທ່ອງທ່ຽວ ມາຈາກປະເທດ ການາດາ ກ່າວວ່າ: “ຂ້າພະເຈົ້າໄດ້ຊື້ກຸບໃບບົວ ໜຶ່ງໜ່ວຍເພື່ອເປັນ ຂອງ ຂວັນໃຫ້ເມຍ ຂອງ ຂ້າພະເຈົ້າ. ນີ້ແມ່ນຂອງຂວັນທີ່ເປັນເອກະ ລັກທີ່ສຸດທີ່ຂ້າພະເຈົ້າເຄີຍຊື້ໃນການເດີນທາງທ່ອງທ່ຽວຂອງຕົນ. ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍກັບເຕັກນິກການເຮັດກຸບ, ໂດຍສະເພາະແມ່ນການນຳໃຊ້ໃບບົວ ເປັນວັດຖຸດິບ. ກຸບ ບໍ່ພຽງແຕ່ງາມເທົ່ານັ້ນ, ແຕ່ຍັງມີລັກ ສະນະວັດທະນະທຳຫວຽດນາມ ຢ່າງເຂັ້ມຂຸ້ນ, ໂດຍສະເພາະແມ່ນວັດທະນະທຳ ເຫວ້”.

 

ຜະລິດຕະພັນກຸບ ໃບບົວ ຂອງ ທ່ານ ຫງວຽນແທງຖ໋າວ ຖືກຈັດໃຫ້ເປັນຜົນງານສິລະປະ ໃນງານກ່ຽວກັບພຸດທະສາສະໜາ ທີ່ ເຫວ້.

ປະຕິບັດໂດຍ: ແທງຢາງ/VNP - ແປໂດຍ: ຢືຟຽນ


Top