ຮ່າໂນ້ຍ ສ້າງຕັ້ງລະບົບຕ່ອງໂສ້ການຜະລິດຊາ ເພື່ອສົ່ງອອກ

ຮ່າໂນ້ຍ ສ້າງຕັ້ງລະບົບຕ່ອງໂສ້ການຜະລິດຊາ ເພື່ອສົ່ງອອກ

ໃນຕະຫຼອດໄລຍະ 80 ປີແຫ່ງການສ້າງສາ ແລະ ພັດທະນາປະ ເທດຊາດ, ຂະແໜງກະສິກໍາ ຮ່າໂນ້ຍ ໄດ້ມີບາດກ້າວຂະຫຍາຍ ຕົວຢ່າງແຂງແຮງ, ປ່ຽນຈາກການຜະລິດ ເພິ່ງຕົນເອງ ໄປສູ່ການຜະລິດສິນຄ້າ, ນໍາໃຊ້ເຕັກໂນໂລຊີ ຂັ້ນສູງ ແລະ ຄ່ອຍໆ ເຊື່ອມໂຍງສາກົນ. ຕົ້ນຊາ, ເຊິ່ງເປັນພືດອຸດສາຫະກໍາ ພື້ນເມືອງຂອງ ຮ່າໂນ້ຍ ກໍ່ບໍ່ໄດ້ຢູ່ນອກກະແສດັ່ງກ່າວ, ປັດຈຸບັນ ໄດ້ຖືກຈັດຕັ້ງການຜະລິດ ດ້ວຍລະບົບຕ່ອງໂສ້ ທີ່ມີການເຊື່ອມໂຍງ, ມຸ່ງສູ່ເປົ້າໝາຍການສົ່ງອອກ ແລະ ການພັດທະນາ ແບບຍືນຍົງ.

ບາຈ້າຍ ແມ່ນແຫຼ່ງປູກຊາທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງ ຮ່າໂນ້ຍ ດ້ວຍເນື້ອທີ່ກວ່າ 470 ເຮັກຕາ.
ພະນັກງານ​ກະ​ສີ​ກຳ​ຂອງ​ພະ​ແນກ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຊີ້​ນຳ​ບັນ​ດາ​ເຕັກ​ນິກ​ການ​ເກັບ​ກ່ຽວ​ຊາ​ຢູ່​ເຂດ​ພູ​ຊາ ​ບາ​ຈ້າ​ຍ.

ມີການຜະລິດແບບກະແຈກກະຈາຍ ແລະ ຍ່ອຍອີກຕໍ່ໄປ, ໃນຊຸມປີມໍ່ໆ ມານີ້, ຮ່າໂນ້ຍ ໄດ້ສ້າງຕັ້ງເຂດປູກຊາ ແບບລວມສູນຫຼາຍແຫ່ງ ທີ່ມີການວາງແຜນຢ່າງຈະແຈ້ງ, ຄວບຄຸມຢ່າງເຂັ້ມງວດນັບແຕ່ແນວພັນ, ຂະບວນການທາງເຕັກນິກ ຈົນເຖິງການນໍາໃຊ້ອຸປະກອນກະສິກໍາ ທີ່ປອດໄພ. ຜ່ານບັນດາສະຫະກອນກະສິກໍາ, ນະຄອນ ໄດ້ຈັດຕັ້ງລະບົບຕ່ອງໂສ້ການຜະລິດຊາ ແບບຄົບວົງຈອນ, ລວມມີການປູກ, ການເກັບກ່ຽວ, ການປຸງແຕ່ງເບື້ອງຕົ້ນ, ການປຸງແຕ່ງ ແລະ ການຈໍາໜ່າຍ. ຂະບວນການທັງໝົດຖືກກວດ ກາຢ່າງເຄັ່ງຄັດ, ຕອບສະໜອງໄດ້ມາດຕະຖານເຕັກນິກ ຂັ້ນສູງ ຂອງ ຕະຫຼາດສາກົນ. ການຕິດຕາມແຫຼ່ງກໍາເນີດ ແລະ ການອອກລະຫັດ QR ເຂດປູກຝັງ ກໍ່ໄດ້ຖືກຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ເພື່ອສ້າງພື້ນຖານໃຫ້ແກ່ຂະແໜງຊາ ຂອງ ຮ່າໂນ້ຍ ໃນການເຂົ້າເຖິງຕະຫຼາດສົ່ງອອກ ທີ່ມີທ່າແຮງ.

ຊາວບ້ານ ບາຈ້າຍ, ເມືອງ ຊ໋ວຍຮາຍ ກຳລັງຂົ້ວຊາ ຕາມ ວິທີແບບດັ້ງເດີມ.
ບາງສະຫະກອນ ແລະ ວິສາຫະກິດ ຢູ່ ຮ່າໂນ້ຍ ໄດ້ສຸມໃສ່ການສ້າງຍີ່ຫໍ້ຊາ, ເລັ່ງລັດການສົ່ງເສີມການຄ້າ, ສ້າງລາຍໄດ້ ສູງໃຫ້ແກ່ຊາວກະສິກອນ.

ຢູ່ບ້ານ ຟຸກຊວນ, ໂດເລືອງ (ຕາແສງ ຈູງຢ໊າ), ສວນຊາ ຫຼາຍຮ້ອຍເຮັກຕາ ໄດ້ຖືກປູກ ແບບປອດໄພ ແລະ ມີປະສິດທິຜົນ. ທ່ານນາງ ດ່າວທິກຸ໋ຍ-ຜູ້ອໍານວຍການສະຫະກອນກະສິກໍາ ແລະ ປ່າໄມ້ ບັກເຊີນ ໃຫ້ຮູ້ວ່າ ດ້ວຍຂະບວນການເຕັກນິກ ທີ່ໄດ້ຮັບການປັບປຸງ, ແຕ່ລະເຮັກຕາ ຂອງ ຕົ້ນຊາ ສາມາດໃຫ້ຜົນຜະລິດໃບຊາສົດ ປະ ມານ 5 ໂຕນ, ເທົ່າກັບຊາ ແຫ້ງ 1 ໂຕນ. ຍ້ອນໄດ້ຮັບການປຸງແຕ່ງເບື້ອງຕົ້ນ ແລະ ຫຸ້ມຫໍ່ແບບມືອາຊີບ, ຜະລິດຕະພັນ ມີການຫຸ້ມຫໍ່, ປ້າຍຊື່ ແລະ ຕິດຕາມແຫຼ່ງກໍາເນີດທີ່ຊັດເຈນ, ໄດ້ຮັບການຮັບຮອງ ມາດຕະຖານ OCOP 4 ດາວ, ດັ່ງນັ້ນ, ລາຄາຂາຍຊາ ຈຶ່ງມີຄວາມໝັ້ນຄົງ, ຈໍາໜ່າຍໄດ້ງ່າຍ, ເຮັດໃຫ້ຊາວກະສິກອນ ມີລາຍໄດ້ 250-300 ລ້ານດົງ/ເຮັກຕາ/ປີ.

ສ່ວນຢູ່ບ້ານ ບາຈ້າຍ (ຕາແສງ ຊວຍຮາຍ), ເຊິ່ງເປັນເຂດປູກຊາທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງ ດ້ວຍເນື້ອທີ່ກວ່າ 470 ເຮັກຕາ, ຕົ້ນຊາໄດ້ພັດທະນາຢ່າງແຂງແຮງ ເທິງເນື້ອທີ່ພູດອຍ ທີ່ມີສະພາບອາ ກາດເຢັນ ແລະ ດິນທີ່ເໝາະສົມ. ຜະລິດຕະພັນຊາ ບາຈ້າຍ ມີຄຸນນະພາບດີເລີດ, ມີກິ່ນຫອມທໍາມະຊາດ, ລົດຊາດເຂັ້ມຂຸ້ນເປັນເອກະລັກ ແລະ ໄດ້ຮັບການຂະໜານນາມວ່າ “ຊາອັນດັບໜຶ່ງຂອງ ຮ່າໂນ້ຍ”. ປ້າ ຫວູ໊ທິເຕີມ, ຊາວບ້ານຄົນໜຶ່ງໄດ້ແບ່ງປັນວ່າ: “ໄດ້ຮັບການສະໜັບສະໜູນຈາກຂະແໜງກະສິກໍາ ຮ່າໂນ້ຍ ໃນການ ນໍາ ເອົາແນວພັນໃໝ່ເຂົ້າມາປູກ ແລະ ປັບປຸງສວນຊາເກົ່າ, ພວກຂ້າພະເຈົ້າໄດ້ນໍາໃຊ້ຂະບວນການ VietGAP, ນັບແຕ່ນັ້ນມາ, ຜົນຜະລິດ, ຄຸນນະພາບ ແລະ ມູນຄ່າຂອງຊາ ໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ”.

 

ໃນຊຸມປີມໍ່ໆ ມານີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ສ້າງຕັ້ງ ຫຼາຍແຫຼ່ງປູກຊາແບບລວມສູນທີ່ມີການວາງແຜນຢ່າງລະອຽດ,ໂດຍນໍາໃຊ້ອຸປະກອນກະສິກຳທີ່ປອດໄພ.
ທ່ານນາງ ຟ້າມທິຫຼີ໋ (ຊ້າຍສຸດ)-ຜູ້ອຳນວຍການບໍລິສັດ ເຍິດເຢືອງຊິງ ຈຳກັດ ພ້ອມດ້ວຍຄະນະພະນັກງານ ພະແນກກະ ສິກຳ ແລະ ສິ່ງແວດລ້ອມນະຄອນຫຼວງ ຮ່າໂນ້ຍ ລົງສຳຫຼວດ ສວນກ້າຊາ ດອກຄາມີເລຍ ສີເຫຼືອງ ຢູ່ເມືອງ ຈຸງຢ໊າ.

ທ່ານ ຕ້າວັນເຕື່ອງ - ຮອງຜູ້ອໍານວຍການພະແນກກະສິກໍາ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ກ່າວວ່າ ປັດຈຸບັນ, ທົ່ວນະຄອນ ມີເນື້ອທີ່ປູກຊາ ຫຼາຍກວ່າ 2.000 ເຮັກຕາ, ໃນນັ້ນມີ 356 ເຮັກຕາ ໄດ້ຜະ ລິດແບບນໍາໃຊ້ເຕັກໂນໂລຊີ ຂັ້ນສູງ, ກວມເອົາປະມານ 10,2% ຂອງ ເນື້ອທີ່ທັງໝົດ. ເຂດປູກຊາ ທີ່ມີຊື່ສຽງ ຂອງ ຮ່າໂນ້ຍ ເຊັ່ນ: ບັກເຊີນ, ລອງຟູ໋, ບາຈ້າຍ... ບໍ່ພຽງແຕ່ນໍາໃຊ້ເຄື່ອງຈັກ ເຂົ້າໃນຂັ້ນຕອນການເບິ່ງແຍງ, ເກັບກ່ຽວເທົ່ານັ້ນ, ແຕ່ຍັງລົງທຶນໃສ່ລະບົບການປຸງແຕ່ງທີ່ທັນສະໄໝ, ຮັບປະກັນສຸຂະອະນາໄມ ແລະ ຄວາມປອດໄພ ຂອງ ອາຫານ ແລະ ຕອບສະໜອງໄດ້ມາດຕະຖານສາ ກົນ. ດ້ວຍເຫດນີ້, ຜະລິດຕະພັນຊາ ຈາກເຂດເຫຼົ່ານີ້ ໄດ້ເລີ່ມຕົ້ນເຈາະຕະຫຼາດ ທີ່ຕ້ອງການມາດຕະຖານສູງ ບາງແຫ່ງເຊັ່ນ: ລັດ ເຊຍ, ໄຕ້ຫວັນ (ຈີນ), ຕາເວັນອອກກາງ... ເປັນຂີດໝາຍໃໝ່ ໃນການເດີນທາງສູ່ຕະຫຼາດສາກົນ ຂອງ ຜະລິດຕະພັນກະສິກໍາ ຂອງ ນະຄອນຫຼວງ.


ຄຽງຄູ່ກັບການຈັດຕັ້ງການຜະລິດ, ຮ່າໂນ້ຍ ໄດ້ເອົາໃຈໃສ່ເປັນພິ ເສດຕໍ່ການສ້າງຍີ່ຫໍ້ ສິນຄ້າ ແລະ ຂະຫຍາຍຕະຫຼາດຈໍາໜ່າຍບໍລິ ໂພກ. ຕົວຢ່າງ ທີ່ໂດດເດັ່ນ ແມ່ນຜະລິດຕະພັນ “ຊາສະອາດ ບາຈ້າຍທີ່ໄດ້ຮັບການຄຸ້ມຄອງສິດ ເຄື່ອງໝາຍການຄ້າ, ຕິດລະຫັດ QR ເພື່ອຕິດຕາມ ແຫຼ່ງກໍາເນີດ ແລະ ມີສະຕິກເກີ ຮັບຮອງຄຸນນະ ພາບຄົບຖ້ວນ. ປັດຈຸບັນ, ຜະລິດຕະພັນດັ່ງກ່າວໄດ້ຮັບມາດຕະ ຖານ OCOP 3 ດາວ ແລະ ໄດ້ຖືກຈໍາໜ່າຍຢູ່ຕາມລະບົບອາຫານສະອາດ ແລະ ຮ້ານຂາຍຜະລິດຕະພັນກະສິກໍາ ຫຼາຍແຫ່ງ, ສ້າງລາຍໄດ້ທີ່ໝັ້ນຄົງປະມານ 300 ລ້ານດົງ/ເຮັກຕາ/ປີ ໃຫ້ແກ່ຊາວກະສິກອນ. ນອກຈາກນັ້ນ, ຜະລິດຕະພັນຊາ ຂອງ ຮ່າໂນ້ຍ ກໍາລັງຖືກນໍາຂຶ້ນສູ່ເວທີການຄ້າ ເອເລັກໂຕຣນິກ, ເຂົ້າຮ່ວມງານວາງສະ ແດງຜະລິດຕະພັນກະສິກໍາ ໃນພາກພື້ນອາຊຽນ, ອາຊີຕາເວັນອອກ, ເອີຣົບ, ຈາກນັ້ນກໍໄດ້ປະກອບສ່ວນຍົກສູງຖານະ ແລະ ຍີ່ຫໍ້ໃນຕະຫຼາດສາກົນ.

ການສ້າງຕັ້ງລະບົບຕ່ອງໂສ້ ການຜະລິດ-ການປຸງແຕ່ງ-ການຈໍາໜ່າຍຊາ ຂອງ ຮ່າໂນ້ຍ ບໍ່ພຽງແຕ່ຊ່ວຍຄວບຄຸມຄຸນນະພາບ, ຫຼຸດ ຜ່ອນຕົ້ນທຶນກາງເທົ່ານັ້ນ, ແຕ່ຍັງສ້າງການຈໍາໜ່າຍທີ່ໝັ້ນຄົງ, ຫຼຸດ ຄວາມສ່ຽງໃຫ້ແກ່ຊາວກະສິກອນ. ນີ້ແມ່ນວິທີການທີ່ມີປະສິດທິ ພາບ ເພື່ອຊ່ວຍຍົກສູງມູນຄ່າ ຂອງ ຜະລິດຕະພັນກະສິກໍາ, ພ້ອມທັງຢືນຢັນບົດບາດ ການນໍາພາ ຂອງ ຮ່າໂນ້ຍ ໃນຂະບວນການຫັນປ່ຽນໄປສູ່ກະສິກໍາ ທີ່ທັນສະໄໝ, ຍືນຍົງ ແລະ ມີຄວາມສາ ມາດ ແຂ່ງຂັນໃນລະດັບໂລກ.

ປະຕິບັດໂດຍ: ຮວ່າງຮ່າ/VNP - ແປໂດຍ: ຢືຟຽນ


Top