APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ໄດ້ດຳເນີນກອງປະຊຸມວາລະທຳອິດ. ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ຂອງຄະນະກຳມະການແຫ່ງຊາດ APEC 2027 ໂດຍທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຫົວໜ້າອະນຸກຳມະການ.
APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈຄື: ກອງປະຊຸມລະຫວ່າງ ລັດຖະມົນຕີການຕ່າງປະເທດ - ເສດຖະກິດ, ກອງປະຊຸມສຸດຍອດ ວິສາຫະກິດ, ກອງປະຊຸມຂອງບັນດາການນຳເສດຖະກິດ APEC. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
ປີ APEC 2027 ບໍ່ພຽງແຕ່ແມ່ນໜ້າທີ່ສາກົນເທົ່ານັ້ນ ຫາກພວກເຮົາເປັນເຈົ້າພາບຈັດຕັ້ງເພື່ອຢັ້ງຢືນຕົນເອງຕໍ່ບັນດາສະມາຊິກໃນ APEC. ນີ້ແມ່ນໂອກາດທີ່ດີທີ່ສຸດເພື່ອໃຫ້ພວກເຮົາໂຄສະນາກ່ຽວກັບພາບພົດຂອງປະເທດຊາດເຖິງປະຊາຄົມສາກົນ, ສ້າງຫຼາຍໂອກາດຕື່ມອີກ, ໃນນັ້ນມີທັງໂອກາດກ່ຽວກັບເສດຖະກິດ, ໂອກາດໃຫ້ແກ່ການພັດທະນາ ຫຼືສ້າງກຳລັງໜູນໃຫ້ແກ່ເຂດພິເສດຝຸກວັກ, ອານຢາງ.
(ແຫຼ່ງຄັດຈາກ VOV)