• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຄື່ອງໝາຍການຄ້າ ໄຂ່ໄກ່ ສະອາດ ຕຽນວຽນ

ບໍລິສັດຫຸ້ນສ່ວນ ຕຽນວຽນ ຢູ່ຕາແສງ ດ້າຍອຽນ, ເມືອງ ເຈືອງໝີ໋, ຮ່າໂນ້ຍ ໄດ້ຂະແໜງກະສິກຳ ຮ່າໂນ້ຍ ຕີລາຄາວ່າ ເປັນຈຸດພົ້ນເດັ່ນ ໃນການຫັນປ່ຽນໂຄງປະກອບເສດຖະກິດ ກະສິກຳ. ບັນດາຜະລິດຕະພັນຕົ້ນຕໍ ຂອງ ບໍລິສັດ ໃນປັດຈຸບັນ ແມ່ນໄຂ່ ໄກ່, ໄກ່ຊີ້ນ ແລະ ໄກ່ພັນ ພວມເສີມຂະຫຍາຍກາຍເປັນ ຜູ້ສະ ໜອງໃຫ້ແກ່ຕະຫຼາດ ຮ່າໂນ້ຍ ແລະ ບັນດາ ແຂວງໃກ້ຄຽງ ໃນ ໄລຍະແຍກຫ່າງທາງສັງຄົມ ຕາມຄຳສັ່ງ ສະບັບເລກທີ 16 ຂອງ ລັດຖະບານ. 
ທີ່ບໍລິສັດ ຕຽນວຽນ ໃນໄລຍະ ໂຄວິດ-19 ລະບາດ, ຜູ້ທີ່ເຂົ້າໄປ ໃນຟາມລ້ຽງໄກ່ ຈະຕ້ອງເດີນ ຜ່ານຫ້ອງຂ້າເຊື້ອ, ປົດເກີບ ແລະ ໃສ່ເກີບບົດ, ນຸ່ງເຄື່ອງປ້ອງກັນທັງຕົວ ເພື່ອປ້ອງກັນເຊື້ອ. ໄຂ່ໄກ່ ທີ່ນໍາອອກມາ ກໍ່ຕ້ອງ ຜ່ານບັນດາຂັ້ນຕອນກວດກາ ແລະ ຕີລາຄາຄຸນນະພາບ ດ້ວຍອຸປະກອນ ທີ່ນຳເຂົ້າຈາກຕ່າງປະເທດ. ຫຼັງຈາກເກັບໂຮມໄຂ່ໄກ່ ຮຽບຮ້ອຍແລ້ວ, ໄຂ່ ຈະຖືກຄັດແຍກ ແລະ ລ້າງສະອາດ ດ້ວຍນໍ້າ ດ້ວຍການລະບາຍອາກາດ ໂອໂຊນ, ເຮັດໃຫ້ໄຂ່ແຫ້ງ ແລະ ຂັ້ນຕອນການຫຸ້ມຫໍ່ໄຂ່ໄກ່ ໄດ້ສົມບູນແບບບ. ເທິງເຄື່ອງຫຸ້ມຫໍ່ ໄຂ່ໄກ່ ສະອາດ ຕຽນວຽນ ລ້ວນແຕ່ສະແດງໃຫ້ເຫັນຢ່າງຄົບຖ້ວນ ຂໍ້ມູນຂ່າວສານ ກ່ຽວກັບ ວັນເດືອນປີ ທີ່ຫຸ້ມຫໍ່ ແລະ ການກຳນົດ ເວລານຳໃຊ້. ຫຼັງຈາກ ສຳເລັດ ບັນດາ ຂັ້ນຕອນດັ່ງກ່າວ, ຜະລິດຕະພັນໄຂ່ໄກ່ ຕຽນວຽນ ຈະໄດ້ສົ່ງໄປຍັງຮ້ານສັບພະສິນຄ້າ, ຮ້ານອາຫານ, ວິສາຫະກິດປຸງແຕ່ງສະບຽງອາຫານ...

ຊຸມປີຜ່ານມາ, ບໍລິສັດ ຕຽນວຽນ ໄດ້ເຊື່ອມຕໍ່ ລະຫວ່າງ ການ ລ້ຽງສັດ-ຈຳໜ່າຍຜະລິດຕະພັນ ແບບຄົບວົງຈອນ ໃຫ້ແກ່ ນິຄົມລ້ຽງສັດກວ່າ 30 ແຫ່ງໃນຂົງເຂດເມືອງ ເຈືອງໝີ໋. ສ້າງໄດ້ ມາດຕະຖານ ໃນການລ້ຽງສັດ, ຮັບປະກັນດ້ານຄຸນນະພາບ ແລະ ຄວາມສະໝໍ່າສະເໝີຂອງຜະລິດຕະພັນ. ພື້ນຖານໂຄງລ່າງ ຂອງ ເຂດປຸງແຕ່ງໃນຂັ້ນຕົ້ນ, ຫຸ້ມຫໍ່ຜະລິດຕະພັນ ໄຂ່ໄກ່ ໄດ້ ຮັບການກໍ່ສ້າງຢ່າງສົມບູນແບບ, ກຳລັງການຜະລິດ ບັນລຸໄດ້ 200.000 ໜ່ວຍຕໍ່ມື້, ຕອບສະໜອງໄດ້ຄວາມຕ້ອງການ ກ່ຽວກັບ ຫຼັກອະນາໄມ ແລະ ຄວາມປອດໄພ ດ້ານສະບຽງອາຫານ.  ແຕ່ລະເດືອນ, ບໍລິສັດ ຕຽນວຽນ ໄດ້ສະໜອງ ໄຂ່ໄກ່ ໃຫ້ແກ່ຕະຫຼາດກວ່າ 2.000.000 ໜ່ວຍ ແລະ ໄກ່ຊີ້ນ ກວ່າ 2 ໂຕນ ຜ່ານ ຄູ່ຮ່ວມມື ຈຳໜ່າຍຜະລິດຕະພັນ 100 ແຫ່ງທີ່ເປັນບັນດາ ບໍລິສັດ, ຮ້ານສັບພະສິນຄ້າ, ຮ້ານອາຫານຢູ່ພາຍໃນ ແລະ ນອກ ນະຄອນ ຮ່າໂນ້ຍ. 


ນິຄົມລ້ຽງໄກ່ ມີເນື້ອທີ່ກວ່າ 10 ເຮັກຕາຂອງບໍລິສັດຫຸ້ນສ່ວນ ຕຽນວຽນ. ພາບ: ແຄ໋ງລອງ/VNP


ທ່ານ ເຈິ່ນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພ້ອມກັບຄະນະປະຕິບັດງານ ມາກວດກາ
ການຜະລິດ, ເຮັດທຸລະກິດຂອງບໍລິສັດຫຸ້ນສ່ວນ ຕຽນວຽນ. ພາບ: ແຄ໋ງລອງ/
VNP


ໄກ່ແມ່ພັນ ທີ່ເລືອກ ຈະແມ່ນໄກ່ ທີ່ແຂງແຮງ, ລ້ຽງຕາມ ແບບຄົບວົງຈອນ, ໄດ້ແບ່ງຕາມອາຍຸ. ພາບ: ກົງດາດ/VNP


ຂັ້ນຕອນການຈຳແນກປະເພດໄຂ່ໄກ່. ພາບ: ແຄ໋ງລອງ/VNP


ຫຼັງຈາກເກັບໄຂ່ໄກ່ ຮຽບຮ້ອຍແລ້ວ, ໄຂ່ ຈະຖືກຄັດແຍກ ແລະ ລ້າງສະອາດດ້ວຍນໍ້າ ດ້ວຍການລະບາຍອາກາດ ໂອ ໂຊນ, ເຮັດໃຫ້ໄຂ່ແຫ້ງ ແລະ ສຳເລັດຂັ້ນຕອນການ ຫຸ້ມຫໍ່ ໄຂ່ໄກ່. ພາບ: ກົງດາດ/VNP


ຂັ້ນຕອນການອະນາໄມ ໄຂ່ໄກ່ ແລະ ເອົາອອກໄຂ່ໄກ່ໜ່ວຍທີ່ບໍ່ຄົບມາດຕະຖານ. ພາບ: ແຄ໋ງລອງ/VNP


ສາງເກັບຮັກສາໄຂ່ໄກ່ ໄດ້ຮັກສາໃນອຸ່ນຫະພູມ ທີ່ເຢັນ ແລະ ມີລະບົບລະບາຍອາກາດໂອໂຊນ, ແຕ່ລະຫ້ອງມີເນື້ອ ທີ່ກວ້າງ ປະມານ 20 ມ2 ໄດ້ຕິດຕັ້ງເຄື່ອງລະບາຍອາກາດ ໂອໂຊນ 2 ຊຸດ. ພາບ: ກົງດາດ/VNP


ໄຂ່ໄກ່ ຕ້ອງຂ້າມຜ່ານຂັ້ນຕອນການກວດກາດ້ວຍເຄື່ອງຈັກທີ່ນຳເຂົ້າມາຈາກຕ່າງປະເທດ. ພາບ: ແຄ໋ງລອງ/VNP


ຂັ້ນຕອນການພິມ ກໍານົດເວລາໃຊ້ ໃສ່ໄຂ່ໄກ່ ຫຼັງຈາກທີ່ ໄດ້ເຮັດສະອາດ. ພາບ: ແຄ໋ງລອງ/VNP

ຕີລາຄາກ່ຽວກັບປະສິດທິຜົນ ຂອງ ລະບົບສະໜອງ ໄຂ່ໄກ່ ຕຽນວຽນ, ຫົວໜ້າກົມ ກົມພັດທະນາຊົນນະບົດ ຮ່າໂນ້ຍ ຫງວຽນວັນຈີ໋ ໃຫ້ຮູ້ວ່າ ບັນດາຜະລິດຕະພັນໄຂ່ໄກ່ ຕຽນວຽນ ລ້ວນແຕ່ ຕອບສະໜອງໄດ້ ຄວາມຕ້ອງການ ກ່ຽວກັບ ຄວາມປອດໄພ ດ້ານສະບຽງອາຫານ, ລະຫັດ QR Code ຫາແຫຼ່ງທີ່ມາ ຕາມກຳນົດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຂະແໜງການ ທີ່ກ່ຽວຂ້ອງ ໃນການຄວບຄຸມ ຄຸນນະພາບ ຜະລິດຕະພັນ ຢູ່ທ້ອງຕະຫຼາດ. 

ເບິ່ງໃນແງ່ ຜູ້ບໍລິໂພກ, ປ້າ ຫງວຽນທິບິກຫງອກ ຢູ່ບ້ານ ລາເຄ໋, ເມືອງ ຮ່າດົງ ໃຫ້ຮູ້ວ່າ ປັດຈຸບັນ ໄຂ່ໄກ່ ຕຽນວຽນ ມີລາຄາສູງ ກວ່າ 5% ເມື່ອທຽບກັບໄຂ່ໄກ່ ທີ່ວາງຂາຍ ຢູ່ຕາມຕະຫຼາດ​, ແຕ່ ເພິ່ນຍັງຊື້ ເພາະວ່າ ນີ້ເປັນໄຂ່ໄກ່ ສະອາດ, ແຊບ, ມີຄຸນະພາບ ດີ  ເພາະມີ ລະຫັດ QR Code ຫາແຫຼ່ງທີ່ມາ, ມີການກຳນົດເວລາ ນຳໃຊ້...  

ຮອງຜູ້ອຳນວຍການ ພະແນກກະສິກຳ ແລະ ພັດທະນາ ຊົນນະບົດ ຮ່າໂນ້ຍ ຫງວຽນຫງອກເຊີນ ໃຫ້ຮູ້ວ່າ ເພື່ອໃຫ້ ບັນດາ ລະບົບສະໜອງຜະລິດຕະພັນກະເສດເວົ້າລວມ ແລະ ໄຂ່ໄກ່ ຕຽນວຽນ ເສີມຂະຫຍາຍປະສິດທິຜົນ, ຂະແໜງ ກະສິກຳ ນະຄອນຫຼວງ ສືບຕໍ່ປະກອບຄຳເຫັນໃຫ້ນະຄອນ ມີນະໂຍບາຍ ຊ່ວຍເຫຼືອ ບັນດາລະບົບສະໜອງ ຜະລິດຕະພັນ ກ່ຽວກັບ ການສ້າງເຄື່ອງໝາຍການຄ້າ; ເຊື່ອມຕໍ່ກັບ ວິສາຫະກິດ ໃນການຈຳໜ່າຍ ຜະລິດຕະພັນ; ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາຜະລິດຕະພັນ ສະອາດ, ປອດໄພ ເຖິງຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດ. 

ຜະລິດຕະພັນ ໄຂ່ໄກ່ ສໍາເລັດຮູບຈໍານວນໜຶ່ງຂອງ ບໍລິສັດ ຕຽນວຽນ. ພາບ: ແຄ໋ງລອງ/VNP









 
 
ປະຕິບັດ: ແຄ໋ງລອງ ແລະ ກົງດາດ - ແປໂດຍ: ຢືຟຽນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top