ໃນຂອບເຂດຂອງລາຍການຍັງມືບັນດາການເຄື່ອນໄຫວກະກຽມ, ປະດັບປະດາເຂດຕ້ອນຮັບບຸນເຕັດຢູ່ບັນດາບ້ານຊົນເຜົ່າ ນຸ່ງ, ໄຕ່, ຢ້າວ, ມົງ, ເມື່ອງ, ເຄີມູ…
ງານບຸນມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວເຜົ່າກວ່າ 100 ຄົນ (ພາບ: VGP)
ຕາມຂໍ້ມູນຈາກກົມວັດທະນະທຳບັນດາເຜົ່າ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ນັບແຕ່ນີ້ຮອດທ້າຍເດືອນ ມັງກອນ 2026, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງ ດວ່າຍເຟືອງ, ຮ່າໂນ້ຍ), ໄດ້ຈັດການເຄື່ອນໄຫວຫຼາຍຢ່າງດ້ວຍຫົວຂໍ້ “ບຸນເຕັດເຂດບ້ານ” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວເຜົ່າກວ່າ 100 ຄົນທີ່ມາຈາກ 16 ຊົນເຜົ່າ; ການເຂົ້າຮ່ວມຂອງ 11 ທ້ອງຖິ່ນມີຊາວເຜົ່າເຄື່ອນໄຫວເປັນປະຈຳຢູ່ບ້ານ, ລວມມີ: ທາຍງວຽນ, ຝູທໍ້, ຕວຽນກວາງ, ເຊີນລາ, ເຫ້ວ, ຢາລາຍ, ກວາງງ້າຍ, ແຄັງຮ່ວາ, ດັກລັກ, ເກີນເທີ, ຮ່າໂນ້ຍ.
ຈຸດພົ້ນເດັ່ນແມ່ນ ງານພົບປະແລກປ່ຽນ “ບຸນເຕັດວຽນມາບ້ານຂອງນ້ອງ” ຂອງພໍ່ແມ່ປະຊາຊົນເຜົ່າ ຜູ້ໄທ ເຂດ ແທັງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທາງພາກເໜືອ ຢູ່ບ້ານ ແລະ ການສະແດງຮ້ອງລຳທຳເພງຂອງປະຊາຊົນບັນດາເຜົ່າ; ແນະນຳຮີດຄອງປະເພນີຕ້ອນຮັບບຸນເຕັດ ແລະ ຫໍ່ເຂົ້າຕົ້ມດຳໃນມື້ບຸນເຕັດ.
ໃນຂອບເຂດຂອງລາຍການຍັງມືບັນດາການເຄື່ອນໄຫວກະກຽມ, ປະດັບປະດາເຂດຕ້ອນຮັບບຸນເຕັດຢູ່ບັນດາບ້ານຊົນເຜົ່າ ນຸ່ງ, ໄຕ່, ຢ້າວ, ມົງ, ເມື່ອງ, ເຄີມູ…
(ແຫຼ່ງຄັດຈາກ VOV)