ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ເທດສະບານ ເຫງຍໂລະ, ແຂວງ ອຽນບາຍ, ບໍ່ພຽງແຕ່ເປັນບ່ອນເກັບຮັກສາພາບຖ່າຍ, ວັດຖຸພັນກ່ຽວກັບປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ ແລະ ເຈດຈຳນົງປະຕິວັດຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງ ອຽນບ໋າຍ ເວົ້າສະເພາະ ແລະ ບັນດາແຂວງເຂດ ເຕີຍບັກ (ຕາເວັນຕຕົກພາກເໜືອ) ຫວຽດນາມ ເວົ້າລວມ. ສະຖານທີ່ແຫ່ງນີ້ ໄດ້ ແລະ ພວມກາຍເປັນ “ສະຖານທີ່ແດງ” ໃນການສຶກສາມູນເຊື້ອປະຕິວັດໃຫ້ແກ່ຄົນລຸ້ນໜຸ່ມປັດຈຸບັນ.
ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ ເຫງຍໂລະ ໄດ້ສ້າງຕາມຮູບແບບເຮືອນຮ້ານປະທານ ໂຮ່ຈີມິນ ຢູ່ ຮ່າໂນ້ຍ
ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ເທດສະບານ ເຫງຍໂລະ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 40 ປີ (ປີ 1982). ເຂດອະນຸສອນສະຖານແຫ່ງນີ້ຕັ້ງຢູ່ໃຈກາງເທດສະບານ ເຫງຍໂລະ, ແຂວງ ອຽນບາຍ, ໂດຍຢູ່ຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 300 ກິໂລແມັດ. ຕອນນັ້ນ, ປະຊາຊົນເມືອງ ວັນເຈິນ, ເຫງຍໂລະ ໄດ້ສະໝັກໃຈປະກອບເຫື່ອແຮງ, ວັດຖຸ, ນັບແຕ່ແຜ່ນໄມ້, ຫີນ ເພື່ອພ້ອມກັບອຳນາດການປົກຄອງທ້ອງຖິ່ນສ້າງເຂດອະນຸສອນສະຖານ ຕາມຮູບແບບເຮືອນຮ້ານປະທານ ໂຮ່ຈີມິນ ຢູ່ ຮ່າໂນ້ຍ. ລຸງ ລໍ່ວັນເຍິດ, ນັກຮົບເກົ່າຕາແສງ ເຕິນອານ, ເທດສະບານ ເຫງຍໂລະ, ໃຫ້ຮູ້ວ່າ:
“ພໍ່ແມ່ປະຊາຊົນພວກຂ້າພະເຈົ້າທຸກຄົນ ຕ່າງກໍຢາກໄປລາຍງານຜົນງານນຳປະທານ ໂຮ່ຈີມິນ. ແຕ່ຢູ່ໄກ ຮ່າໂນ້ຍ ໂພດ, ຜູ້ໃດມີເງື່ອນໄຂຈຶ່ງໄປໄດ້, ຜູ້ບໍ່ມີກໍໄປບໍ່ໄດ້. ດັ່ງນັ້ນ, ເລື່ອງເຂດອະນຸສອນສະຖານ, ເຮືອນຮ້ານຂອງປະທານ ໂຮ່ຈີມິນ ຢູ່ທີ່ນີ້ ແມ່ນມີຄວາມໝາຍທີ່ສຸດ”.
ປັດຈຸບັນ, ເຂດອະນຸສອນສະຖານພວມເກັບຮັກສາພາບຖ່າຍເອກະສານເກືອບ 1.000 ແຜ່ນ ພ້ອມດ້ວຍ 10 ວັດຖຸພັນອັນລ້ຳຄ່າຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ, ເຊັ່ນ: ຊຸດໂສ້ງເສື້ອ ກາກີ, ໝວກ, ແວ່ນ, ເກີບ ໂດຍຄອບຄົວທະນາຍຄວາມ Loseby ກະກຽມໃຫ້ແກ່ ຫງວຽນອ໊າຍກວັກເພື່ອເດີນທາງອອກຈາກທ່າກ່ຳປັ່ນ Aberdeen - Hong Kong ຈີນ ເມື່ອປີ 1933, ຈັກພິມດີດເອກະສານ ທີ່ປະທານ ໂຮ່ຈີມິນ ໄດ້ນຳໃຊ້ຮຽບຮຽງຖະແຫຼງການປະກາດເອກະລາດ ເມື່ອປີ 1945...
ຈາກຮູບແບບ “ສວນປູກຜັກ, ຕົ້ນໄມ້ກິນໝາກ - ໜອງປາ” ຕະຫຼອດຮອດເຮືອນຮ້ານທີ່ລຽບງ່າຍ, ເຂດອະນຸສອນສະຖານແຫ່ງນີ້ ໄດ້ວາດພາບໃຫ້ເຫັນຢ່າງຈະແຈ້ງວິຖີການດຳລົງຊີວິດອັນລຽບງ່າຍ, ຍອດຍິ່ງບໍລິສຸດຂອງປະທານ ໂຮ່ຈີມິນ. ນີ້ກໍແມ່ນສະຖານທີ່ລຶ້ງເຄີຍສຳລັບພະນັກງານ, ນັກຮຽນ, ນັກສຶກສາ ແລະ ແຂກທ່ອງທ່ຽວທີ່ຈາກທົ່ວທຸກສາລະທິດໃນເສັ້ນທາງຊອກຮູ້, ສະແດງຄວາມຮູ້ບຸນຄຸນ ແລະ ຮ່ຳຮຽນປະຕິບັດຕາມແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ນ້ອງ ເລແອັງເຕ້ວມິງ, ນັກຮຽນ ຫ້ອງ 12C1, ໂຮງຮຽນມັດທະຍົມຕອນປາຍ ເທດສະບານ ເຫງຍໂລະ, ແຂວງ ອຽນບາຍ, ແບ່ງປັນວ່າ:
“ເຂດອະນຸສອນສະຖານແຫ່ງນີ້ໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ ຕື່ມອີກ. ຜ່ານນັ້ນ, ນ້ອງກໍຄຳນຶງໄດ້ເຖິງຄວາມລຽບງ່າຍ ແລະ ຄວາມຮັກແພງຢ່າງລົ້ນເຫຼືອຂອງເພິ່ນທີ່ມີຕໍ່ປະຊາຊົນ, ປະເທດຊາດ. ນ້ອງຍາມໃດກໍພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕາມແນວຄິດ, ວິຖີການດຳລົງຊີວິດຂອງເພິ່ນ, ເກັບກຳຄວາມຮູ້ຢ່າງບໍ່ຢຸດຢັ້ງ, ເຊິ່ງເປັນສິ່ງທີ່ຈຳເປັນທີ່ສຸດໃນຍຸກປັດຈຸບັນ, ໂດຍສະເພາະແມ່ນເມື່ອປະເທດຊາດພວມໃນທ່ວງທ່າເຊື່ອມໂຍງ ແລະ ພັດທະນາ, ກ້າວເຂົ້າສູ່ສັງກາດບຸກບືນ”.
ໂດຍໄດ້ສ້າງຕັ້ງມາໄດ້ກວ່າ 40 ປີ, ເຂດອະນຸສອນສະຖານ ນັບມື້ນັບຢັ້ງຢືນໄດ້ບົດບາດສຳຄັນໃນວຽກງານໂຄສະນາ, ສຶກສາອົບໂຮມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ທ່ານນາງ ຫງວຽນທິຍືກວິ່ງ, ຮອງຜູ້ອຳນວຍການສູນຂໍ້ມູນຂ່າວສານ - ວັດທະນະທຳ ເທດສະບານ ເຫງຍໂລະ, ເຊິ່ງເປັນຜູ້ຄຸ້ມຄອງເຂດອະນຸສອນສະຖານແຫ່ງນີ້, ແບ່ງປັນວ່າ:
“ສຳລັບພະນັກງານລັດຖະກອນ, ພາລະກອນທີ່ເຮັດວຽກຢູ່ທີ່ນີ້, ໃຜໆກໍຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈ. ໃນຊຸມປີຈະມາເຖິງ, ພວກຂ້າພະເຈົ້າ ຈະສືບຕໍ່ສົມທົບກັນຈັດຕັ້ງວຽກງານໂຄສະນາກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງເພິ່ນໃຫ້ມີປະສິດທິຜົນກວ່າເກົ່າ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາໂຮງຮຽນ, ອົງການຈັດຕັ້ງ ຜັນຂະຫຍາຍການເຄື່ອນໄຫວທັດສະນະສຶກສາ, ຈັດກອງປະຊຸມສຳມະນາ, ເກັບກຳຄຳເຫັນຈາກຜູ້ມີປະສົບການ, ມີຂໍ້ລິເລີ່ມເພື່ອປະກອບສ່ວນຍົກສູງຄຸນນະພາບຂອງການເຄື່ອນໄຫວຕ່າງໆຢູ່ອະນຸສອນສະຖານ”.
ປັດຈຸບັນ, ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ເທດສະບານ ເຫງຍໂລະ, ແຂວງ ອຽນບາຍ ເປັນສາຂາທີ 13 ໃນລະບົບຫໍພິພິທະພັນ ໂຮ່ຈີມິນ ໃນທົ່ວປະເທດ, ພ້ອມທັງເປັນສາຂາໜຶ່ງດຽວຢູ່ເຂດຕາເວັນຕົກພາກເໜືຶອ.
ຄຸນຄ່າຂອງເຂດອະນຸສອນສະຖານ ບໍ່ພຽງແຕ່ແມ່ນມາຈາກສະຖາປັດຕະຍາກຳ ຫຼື ປະຫວັດສາດເທົ່ານັ້ນ, ຫາກຍັງຢູ່ທີ່ລວງເລິກດ້ານຈິດໃຈ ທີ່ນຳມາໃຫ້ວົງຄະນະຍາດ. ສະຖານທີ່ແຫ່ງນີ້ແມ່ນສັນຍາລັກໃຫ້ແກ່ນ້ຳໃຈຄວາມເຄົາລົບນັບຖື ແລະ ຮັກແພງຂອງປະຊາຊົນ ເຫງຍໂລະ - ອຽນບາຍ ເວົ້າສະເພາະ, ຂອງເຂດຕາເວັນຕົກສ່ຽງເໜືອ ເວົ້າລວມ ທີ່ມີຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ./.