• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮັບປະກັນໃຫ້ແກ່ສາຍທາງລົດໄພໄດ້ລ່ວງຕະຫຼອດ ໃນສະພາບການລະບາດ ໂຄວິດ-19

ຕໍ່ການຜັນແປຢ່າງສັບສົນຂອງການລະບາດໂຄວິດ-19 ກໍ່ຄືສະພາບການພາຍຸອາດຈະເກີດຂຶ້ນໃນເວລາຈະມາເຖິງ, ກຳລັງຕຳຫຼວດຈະລາຈອນທາງລົດໄຟຂອງກົມຕຳຫຼວດ ຈະລາຈອນພາກກາງ ໄດ້ເພີ່ມທະວີການລາດຕະເວນ ກວດການ ເພື່ອຮັບປະກັນໃຫ້ແກ່ຄວາມສະຫງົບ, ປອດໄພຢ່່າງເດັດຂາດ ໃຫ້ແກ່ສາຍທາງລົດໄຟ ເໜືອ-ໃຕ້ ເຄື່ອນໄຫວ ລ່ວງຕະຫຼອດ, ຮັບໃຊ້ໃຫ້ແກ່ຄວາມຕ້ອງການຂົນສົ່ງສິນຄ້າ, ພາຫະນະອຸປະກອນ ປ້ອງກັນ ແລະ ຕ້ານການລະບາດ ໂຄວິດ-19 ຂອງທົ່ວປະເທດ. 
ກອງຕຳຫຼວດກວດກາ, ຄວບຄຸມຄວາມເປັນລະບຽບ, ຄວາມປອດໄພ ຈະລາຈອນທາງລົດໄຟເລກ 3, ຂຶ້ນກັບຫ້ອງການແນະນຳຳ ແລະ ຮັບປະກັນຄວາມ ເປັນລະບຽບ, ຄວາມປອດໄພ ຈະລາຈອນທາງລົດໄຟ ຂອງກົມຕຳຫຼວດຈະລາຈອນ ຕັ້ງຢູ່ ດ່າໜັງ ໄດ້ຮັບຜິບຊອບ ສາຍທາງລົດໄຟຍາວ 554,5 ກມ ໄປຂ້າມຜ່ານ 6 ແຂວງ, ນະຄອນ ແຕ່ ກວາງຈີ້ ຫາ ບິ່ງດິ້ງ.

ທ່ານພັນຕີ ຫງວຽນດຶກຮຸ່ງ-ຫົວໜ້າກອງຕຳຫຼວດເລກ 3 ໃຫ້ຮູ້ວ່າ ເຖິງວ່າ ໃນບໍລິເວນທີ່ກວ້າງຂວາງ, ຈຳນວນຕຳຫຼວດ ບໍ່ຫຼາຍ, ແຕ່ອ້າຍນ້ອງທຸກຄົນ ຜູ້ໃດກໍ່ຮັກສາຄວາມສາມັກຄີ, ພະຍາຍາມແກ້ໄຂຄວາມຫຍຸ້ງຍາກທຸກດ້ານ ເພື່ອຕິດຕາມ ວຽກງານ, ຕິດຕາມສະຖານທີ່ ແນໃສ່ຮັບປະກັບຄວາມ ສະຫງົບ, ປອດໄພໃຫ້ແກ່ສາຍທາງລົດໄຟ ດ້ວຍຄວາມມຸ່ງຫວັງ ຈະໄດ້ປະກອບສ່ວນເຫື່ອແຮງຂອງຕົນ ພ້ອມກັບກຳລັງຢູ່ແນວໜ້າໃນການຕ້ານໂລດລະບາດ ໂຄວິດ-19. 


ກອງຕຳຫຼວດກວດກາ, ຄວບຄຸມຄວາມເປັນລະບຽບ, ຄວາມປອດໄພ ຈະລາຈອນທາງລົດໄຟເລກ 3 ມີການປະຊຸມ
ເພື່ອຜັນຂະຫຍາຍວຽກງານ ລາດຕະເວນ, ກວດກາເສັ້ນທາງ
ລົດໄຟຢູ່ກິ່ວ ຫາຍເວີນ ກ່ອນທີ່ພາຍຸເລກ 6 ເກີດຂຶ້ນຢູ່ ດ່າໜັງ. ພາບ: ແທງຮວ່າ/VNP 



ກອງຕຳຫຼວດກວດກາ, ຄວບຄຸມຄວາມເປັນລະບຽບ, ຄວາມປອດໄພ ຈະລາຈອນທາງລົດໄຟເລກ 3 ສົມທົບກັບ
ບັນດາໜ່ວຍງານສ້ອມແປງເສັ້ນທາງລົດໄຟ ດ່າໜັງ ປະຕິບັດ
ການລາດຕະເວນ, ກວດກາດ້ວຍລົດໃຊ້ງານສະເພາະ. ພາບ: ແທງຮວ່າ/VNP



ທ່ານພັນຕີ ຫງວຽນດຶກຮຸ່ງ-ຫົວໜ້າກອງຕຳຫຼວດເລກ 3 ນຳໜ້າຄະນະລາດຕະເວນກວດການ. ພາບ: ແທງຮວ່າ/VNP


ລົດໃຊ້ງານສະເພາະແລ່ນໃນສະພາບການຝົນຕົກແຮງ, ສົ່ງສັນຍານວ່າ ພາຍຸໃກ້ຈະເຂົ້າມາແລ້ວ. ພາບ: ແທງຮວ່າ/VNP


ໝົດທຸກຄົນຕິດຕາມ, ກວດກາເສັ້ນທາງລົດໄຟ ຜ່ານປະຕູຂອງລົດໃຊ້ງານສະເພາະ. ພາບ: ແທງຮວ່າ/VNP


ທ່ານຮ້ອຍເອກ ຟ້າມຈີຫງວຽນ ພວມສັງເກດການຮັກສາ ຄວາມສະຫງົບ,
ປອດໄພຂອງການຈະລາຈອນທາງລົດໄຟ ຢູ່ບັນດາຈຸດທີ່ມີຊຸມຊົນຫຼາຍ.
ພາບ: ແທງຮວ່າ/VNP


ສາຍທາງລົດໄຟຂ້າມຜ່ານ ກິ່ວ ຫາຍເວີນ. ພາບ: ແທງຮວ່າ/VNP


ທ່ານພັນຕີ ເຈີ່ນຫາຍຫວ່າງ, ຮອງຫົວໜ້າກອງທະຫານເລກ 3 ພວມບັນທຶກໄວ້ ບັນດາຮູບພາບຢູ່ຈຸດສຳຄັນ. ພາບ: ແທງຮວ່າ/VNP


ມີບາງຈຸດສັງເກດໄດ້ຍາກ, ບັນດານັກຮົບຕ້ອງຢືນຢູ່ເບື້ອງ ນອກຂອງລົດໃຊ້ງານສະເພາະຈຶ່ງສາມາດສັງເກດໄດ້. ພາບ: ແທງຮວ່າ/VNP


ຝົນຕົກແຮງ ເຮັດໃຫ້ ທ່ານພັນຕີ ເຈີ່ນຫາຍຫວ່າງ ຕ້ອງລຸກຕົວ ຂຶ້ນ ໃຫ້ໃກ້ກັບປະຕູຂອງລົດໃຊ້ງານສະເພາະ ເພື່ອສັງເກດ ໄດ້ຢ່າງຈະແຈ້ງ.  ພາບ: ແທງຮວ່າ/VNP
 
ໜ້າສົນໃຈ, ໄລຍະຜ່ານມາ, ຍ້ອນສະພາບການລະບາດ ໂຄວິດ-19 ພວມຜັນແປຢ່າງສັບສົນ, ສະນັ້ນ ຂະແໜງການ ລົດໄຟ ຕັດສິນໃຈ ຢຸດນຳໃຊ້ ບໍລິການຂົນສົ່ງຜູ້ໂດຍສານ ດ້ວຍທາງລົດໄຟ, ເພາະສະນັ້ນ ຈຶ່ງເກີດຂຶ້ນສະພາບການ ປະຊາຊົນຫ້ອຍຕົວໄປຕາມບັນດາລົດໄຟຂົນສົ່ງສິນຄ້າ ເພື່ອຫຼົບໜີການກວດກາ, ສ້າງຄວາມບໍ່ປອດໄພໃຫ້ແກ່ການເດີນທາງຂອງລົດໄພ ກໍ່ຄືວຽກງານປ້ອງກັນ ແລະ ຕ້ານ ໂລກລະບາດຂອງທ້ອງຖິານ. ຕໍ່ສະພາບດັ່ງກ່າວ, ໜ່ວຍງານ ໄດ້ກໍ່ສ້າງແຜນການ ຈັດກຳລັງຕຳຫຼວດເພີ່ມທະວີການລາດຕະເວນກວດການ, ກວດກາຢ່າງເຄັ່ງຄັດ ບັນດາລົດໄຟ ຂົນສົ່ງສິນຄ້າທີ່ເດີນຂ້າມຜ່ານບໍລິເວນ ເພື່ອປະກົດເຫັນ, ສະກັດກັ້ນ ເລື່ອງພະນັກງານທາງລົດໄຟ ສວຍໂອກາດ ຂົນສົ່ງຜູ້ໂດຍສານ ເທິງລົດໄຟຂົນສົ່ງສິນຄ້າ.
 
ຄຽງຂ້າງນັ້ນ, ໃນໄລຍະນີ້ ຢູ່ພາກກາງ ໃກ້ຈະເຖິງລະດູຝົນ, ສະນັ້ນ ພ້ອມກັບການຮັບປະກັນຄວາມສະຫງົບ, ປອດໄພ ຂອງການປ້ອງກັນ ແລະ ຕ້ານໂລກລະບາດ, ບັນດານັກຮົບຂອງກອງຕະຫຼວດເລກ 3 ຍັງເພີ່ມທະວີການລາດຕະເວນ ກວດການ, ກວດກາ ແລະ ສົນທົບກັບບັນດາໜ່ວຍງານ ຕ່າງໆ​ ຈັດຕັ້ງການກວດກາ, ສຳຫຼວດໂດຍກົງ ບັນດາສາຍທາງ, ຈຸດສຳຄັນ ເພື່ອມີແຜນການຮັບມືກັບ ໄພພາຍຸ ກໍ່ຄືວິທີການຟື້ນຟູ, ສ້ອມແປງຢ່າງທັນການ, ຮັບປະກັນໃຫ້ການເຄື່ອນໄຫວຂອງສາຍທາງລົດໄຟ ເໜືອ-ໃຕ້ ໄດ້ລ່ວງຕະຫຼອດ ເມື່ອເດີນຂ້າມຜ່ານບໍລິເວນ, ຂົນສົ່ງ ພະຫະນະ ແລະ ອຸປະກອນການແພດໄດ້ຢ່າງທັນການ ເພື່ອຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ປ້ອງກັນ ແລະ ຕ້ານໂລກລະບາດ, ກໍ່ຄືການພັດທະນາເສດຖະກິດຂອງ ບັນດາທ້ອງຖິ່ນໃນທົ່ວປະເທດ ຕາມຄວາມຮັກຮ້ອງຂອງ ລັດຖະບານ. 
 

ຍ້ອນໂລກລະບາດ ໂຄວິດ-19 ພວມຜັນແປຢ່າງສັບສົນ, ສະນັ້ນ ບໍ່ມີບໍລິການຂົນສົ່ງຜູ້ໂດຍສານ, ມີແຕ່ລົດຂົນ ສົ່ງສິນຄ້າ
ເຄື່ອນໄຫວເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານໂລກລະບາດເທົ່ານັ້ນ. ພາບ: ແທງຮວ່າ/
VNP


ແຕ່ວ່າ ກຳລັງຕຳຫຼວດທາງລົດໄຟ ຍັງເພີ່ມທະວີການລາດຕະເວນກວດການ. ພາບ: ແທງຮວ່າ/VNP
 

ປ້ອມຍາມໜຶ່ງຂອງຂະແໜງການລົດໄຟເທິງ ກິ່ວ ຫາຍເວີນ. ພາບ: ແທງຮວ່າ/VNP


ທ່ານພັນຕີ ເຈີ່ນຫາຍຫວ່າງ, ຮອງຫົວໜ້າກອງທະຫານເລກ 3 ພວມກວດກາ ແລະ ແລກປ່ຽນກ່ຽວກັບວຽກງານ ຮັບປະກັນໃຫ້ແກ່ຄວາມສະຫງົບ,
ປອດໄພ ກັບພະນັກງານ ຢູ່ສະຖານີລົດໄຟ ຫາຍເວີນນາມ ເທິງກິ່ວ ຫາຍເວີນ. ພາບ: ແທງຮວ່າ/VNP



ຄະນະປະຕິບັດການລາດຕະເວນກວດກາ ຢູ່ຈຸດສຳຄັນຈຳນວນໜຶ່ງ ເທິງກິ່ວ ຫາຍເວີນ. ພາບ: ແທງຮວ່າ/VNP


ກວດກາເອກະສານຄຸ້ມຄອງແຜນການເຄື່ອນໄຫວ ແລະ ຮັບປະກັນຄວາມສະຫງົບ,
ປອດໄພທາງລົດໄຟ ຢູ່ສະຖານີ ລົດໄຟແຫ່ງໜຶ່ງ. ພາບ: ແທງຮວ່າ/VNP

ລົດໃຊ້ງານສະເພາະ ພວມຂົນສົ່ງພາຫະນະ ແລະ ອຸປະກອນກໍ່ສ້າງ ເພື່ອຮັບໃຊ້ໃຫ້ແກ່ວຽກງານສ້ອມແປງເສັ້ນທາງລົດໄຟ
ເທິງກິ່ວ ຫາຍເວີນ.
ພາບ: ແທງຮວ່າ/VNP

ການເຄື່ອນໄຫວສ້ອມແປງເສັ້ນທາງລົດໄຟ ໄດ້ບັນດານັກຮົບ
ຂອງກອງຕຳຫຼວດເລກ 3 ຕິດຕາມ ແລະ ກຳໄດ້ຢ່າງຄົບຖ້ວນ. ພາບ: ແທງຮວ່າ/VNP

 
ບົດ ແລະ ພາບ: ແທງຮວ່າ 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top