ກອງປະຊຸມມີການເຂົ້າຮ່ວມຂອງປະມຸກລັດ ແລະ ຜູ້ນຳລັດຖະບານທີ່ມາຈາກກວ່າ 30 ປະເທດ, ພ້ອມກັບການນຳຂະແໜງການ, ນັກຮຽນຮູ້ ແລະ ຜູ້ວາງນະໂຍບາຍທີ່ມາຈາກກວ່າ 140 ປະເທດ ໃນໂລກ, ພ້ອມດ້ວຍຜູ້ຕາງໜ້າທີ່ຈະມາຈາກກວ່າ 80 ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ລະຫວ່າງລັດຖະບານ.
ກອງປະຊຸມສຸດຍອດລັດຖະບານໂລກປີ 2025 ຢູ່ UAE (ພາບ: Economy Midlle East)
ກອງປະຊຸມສຸດຍອດລັດຖະບານໂລກປີ 2025 ດ້ວຍຫົວຂໍ້ “ສ້າງລັດຖະບານອະນາຄົດ” ເປັນຮູບປະທຳໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ກຸມພາ, ຢູ່ນະຄອນ ດູບາຍ, ສະຫະລັດ ອາຣັບ ເອມມີເລດ (UAE). ກອງປະຊຸມມີການເຂົ້າຮ່ວມຂອງປະມຸກລັດ ແລະ ຜູ້ນຳລັດຖະບານທີ່ມາຈາກກວ່າ 30 ປະເທດ, ພ້ອມກັບການນຳຂະແໜງການ, ນັກຮຽນຮູ້ ແລະ ຜູ້ວາງນະໂຍບາຍທີ່ມາຈາກກວ່າ 140 ປະເທດ ໃນໂລກ, ພ້ອມດ້ວຍຜູ້ຕາງໜ້າທີ່ຈະມາຈາກກວ່າ 80 ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ລະຫວ່າງລັດຖະບານ. ກອງປະຊຸມ ເພື່ອແນໃສ່ປຶກສາຫາລື ກ່ຽວກັບສິ່ງທ້າທາຍ ແລະ ອະນາຄົດຂອງອົງການບໍລິຫານທົ່ວໂລກ ກໍຄືເພີ່ມທະວີການຮ່ວມມືສາກົນກ່ຽວກັບບັນດາມາດຕະການປະດິດຄິດສ້າງໃນອະນາຄົດ, ຜ່ານນັ້ນກໍ່ ຊຸກຍູ້ ແລະ ຍົກສູງກຳລັງແຮງຂອງການນຳລັດຖະບານລຸ້ນຕ່າງໆໃນອະນາຄົດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແຕ່ວັນທີ 11 – 13 ກຸມພາ. ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຈະມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລື “ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ, ຍາດແຍ່ງການປ່ຽນແປງໃໝ່ເຕັກນິກດີຈີຕອນ ແລະ ພະລັງງານທົດແທນເພື່ອຊຸກຍູ້ການເຕີບໂຕເສດຖະກິດ ແລະ ການແກ້ງແຍ້ງ”; ກ່າວຄຳເຫັນໃນວາລະປະຊຸມ “ການກະທຳມຸ່ງໄປເຖິງບັນດາເປົ້າໝາຍສະຫັດສະວັດ ດ້ວຍຫົວຂໍ້: ບົດຮຽນປະສົບການ ແລະ ຜົນງານຂອງ ຫວຽດນາມ ກ່ຽວກັບການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ”; ພົບປະກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ກຸ່ມບໍລິສັດໃຫຍ່ໃນຂົງເຂດເຕັກໂນໂລຢີ, ນະວັດຕະກຳຢູ່ນອກກອງປະຊຸມ.
(ແຫຼ່ງຄັດຈາກ VOV)