• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຈັດວາງພາສີ 25% ສຳລັບລົດໂອໂຕທັງໝົດທີ່ນຳເຂົ້າ

ພວກຂ້າພະເຈົ້າຈະບັງຄັບໃຫ້ບັນດາບໍລິສັດຕ້ອງຈ່າຍເງິນທີ່ພາຍຫຼັງຫຼາຍໄດ້ເອົາວຽກງານ ແລະ ຄວາມຮັ່ງມີຂອງປະເທດ ອາເມລິກາ ໄປ.

ວັນທີ 26 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີ 25% ສຳລັບລົດໂອໂຕທັງໝົດທີ່ນຳເຂົ້າ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນດຽວກັນ, ທ່ານປະທານາທິບໍດີ Donald Trump, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະບັງຄັບໃຫ້ບັນດາບໍລິສັດຕ້ອງຈ່າຍເງິນທີ່ພາຍຫຼັງຫຼາຍໄດ້ເອົາວຽກງານ ແລະ ຄວາມຮັ່ງມີຂອງປະເທດ ອາເມລິກາ ໄປ. ລະດັບພາສີ 25% ຈະໄດ້ຈັດວາງສຳລັບລົດໂອໂຕທັງໝົດ ທີ່ບໍ່ໄດ້ຜະລິດຢູ່ ອາເມລິກາ. ຖ້າຫາກວ່າ ຜະລິດຢູ່ ອາເມລິກາ, ບັນດາລົດໂອໂຕນີ້ຈະບໍ່ຖືກຈັດວາງພາສີ. ອັດຕາພາສີນຳເຂົ້າລົດໂອໂຕຈະເພີ່ມຂຶ້ນແຕ່ລະດັບ 2,5% ຂຶ້ນເປັນ 25%.”

ນີ້ແມ່ນການກະທຳຫຼ້າສຸດຂອງອຳນາດການປົກຄອງ ອາເມລິກາ ໃນບັ້ນສົງຄາມການຄ້າກັບບັນດາປະເທດອື່ນ, ໃນນັ້ນ, ບັນດາປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດແມ່ນ ຍີ່ປຸ່ນ, ສ.ເກົາຫຼີ ແລະ ເຢຍລະມັນ.

(ແຫຼ່ງຄັດຈາກ VOV)

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຕາມແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ ມຽນມາ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 30 ມີນາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ປະເທດນີ້ ໃນຕອນບ່າຍວັນທີ 28 ມີນາ ໄດ້ເພີ່ມຂຶ້ນ 1.644 ຄົນ, ມີຜູ້ຖືກບາດເຈັບເກືອບ 2.400 ຄົນ. ປັດຈຸບັນ, ກຳລັງກູ້ໄພກູ້ຊີບຍັງພວມສືບຕໍ່ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ນະຄອນ Mandalay, ເຂດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ.

Top