• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຫຼິ້ນບຸນ ເກົ່າຕ່າວ

ເມື່ອລະດູບານໃໝ່ມາເຖິງ, ຊາວເຜົ່າ ມົ້ງ ຢູ່ຕາແສງ ຊານສາ ໂຮ່, ເມືອງ ຊາປາ, ແຂວງ ລາວກາຍ ໄດ້ຈັດບຸນ ເກົ່າຕ່າວ. ແຕ່ກ່ອນ, ເກົ່າຕ່າວ ເປັນງານບຸນສະເພາະ ຂອງຕະກຸນ, ແຕ່ປັດຈຸບັນ ໄດ້ກາຍເປັນງານບຸນລວມ ຂອງເຂດ ຫວ່າງລຽນເຊີນ ຊຶ່ງມີຄວາມໝາຍວ່າ ຂໍໃຫ້ມີລູກ, ຂໍໃຫ້ມີ ຜົນລະປູກທີ່ອຸດົມສົມບູນ. 
ຕາມເລື່ອງລາວ ທີ່ເລົ່າສືບທອດກັນມາແຕ່ບູຮານນະການ ຂອງ ເຂດຊາປາ ກໍ່ແມ່ນວ່າ ຖ້າຄູ່ຜົວເມຍໃດເອົາກັນມາໄດ້ຫຼາຍປີ ແຕ່ບໍ່ມີລູກ, ຜູ້ເປັນຜົວຕ້ອງຂຶ້ນໄປເທິງຈອມພູໃດໜຶ່ງ ເພື່ອຂໍໃຫ້ ເທວະດາຟ້າດິນຄຸ້ມຄອງຊ່ວຍເຫຼືອຄອບຄົວ ເກີດໄດ້ລູກຊາຍຄົນ ໜຶ່ງ... ຄອບຄົວຈະຈັດງານບຸນ ເກົ່າຕ່າວ ເປັນປະຈຳໃນ 3-5 ປີ ເພື່ອ ເຊີນພີ່ນ້ອງ, ພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ມາເຂົ້າຮ່ວມ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າດິນທີ່ໃຫ້ການຊ່ວຍ ເຫຼືອ.

ປັດຈຸບັນ, ບຸນ ເກົ່າຕ່າວ ຂອງຊາວເຜົ່າ ມົ້ງ ຢູ່ຕາແສງ ຊານສາໂຮ່ ໄດ້ຈັດເປັນປະຈຳ ແລະ ກາຍເປັນງານບຸນລວມ ຂອງປະຊາຊົນໃນບ້ານ. ນອກຈາກການຂໍໃຫ້ມີລູກ, ຜູ້ທີ່ມາເຂົ້າຮ່ວມ ໃນບຸນ ເກົ່າຕ່າວ ຍັງຂໍໃຫ້ມີສຸຂະພາບ ແຂງແຮງ, ຢູ່ດີມີສຸກ, ມີໂຊກມີໄຊ, ໄດ້ຜົນລະປູກ ທີ່ອຸດົມສົມບູນ.

ພໍ່ແມ່ປະຊາຊົນຊາວເຜົ່າ ມົ້ງ ຢູ່ ຮວ່າງລຽນເຊີນ ຊວນກັນ ໄປ ເຂົ້າຮ່ວມບຸນ ເກົ່າຕ່າວ. ພາບ: ຈ້ອງຈິງ/VNP


ບຸນ ເກົ່າຕ່າວ ໄດ້ຈັດຢູ່ທົ່ງນາຂັ້ນໄດ ຢູ່ຕາແສງ ຊານສາໂຮ່. ພາບ: ເຈິ່ນຮ້ຽວ/VNP



ໃນສ່ວນທຳພິທີ, ຊາວເຜົ່າ ມົ້ງ ຈະເປົ່າສະໃນເພື່ອເຊີນເທວະດາຟ້າດິນລົງມາເຂົ້າຮ່ວມບຸນ ເກົ່າຕ່າວ ແລະ ມັດສາລີ, ເຂົ້າສານເທິງຕົ້ນກະຖິນ
ໂດຍຄວາມຫວັງ ຊີວິດຈະມີຄວາມອີ່ມໜຳສຳລານ. ພາບ: ເຕິດເຊີນ/VNP
 

ບັນດານ້ອງນ້ອຍຊົນເຜົ່າ ມົ້ງ ໃນງານບຸນ ເກົ່າຕ່າວ ດ້ວຍຄວາມປະທັບໃຈ. ພາບ: ຫວຽດເກື່ອງ/VNP 


ບັນດານ້ອງນ້ອຍຊົນເຜົ່າ ມົ້ງ ສະແດງລາຍການ ຟ້ອນ ຄັນຮົ່ມ ໃນງານບຸນ ເກົ່າຕ່າວ. ພາບ: ຈ້ອງຈິງ/VNP


ບັນດານ້ອງນ້ອຍຊົນເຜົ່າ ມົ້ງ ຊົມເບິ່ງບັນດາລາຍການ
ສະແດງສິລະປະມູນເຊື້ອ. ພາບ: ຈາງລິງ/
VNP
 
 

 
ບັນດານ້ອງນ້ອຍຊົນເຜົ່າ ມົ້ງ ແຂ່ງກັນຍ່າງເທິງໄມ້ໄຜ່. ພາບ: ເຈິ່ນຮ້ຽວ/VNP




ບັນດານ້ອງນ້ອຍຊົນເຜົ່າ ມົ້ງ ແຂ່ງກັນຂຶ້ນໄມ້ໄຜ່. ພາບ: ເຈິ່ນຮ້ຽວ/VNP 

ງານບຸນ ເກົ່າຕ່າວ ມີຫຼາຍລາຍການເຄື່ອງໄຫວດ້ານ ວັດທະນະທຳ ທີ່ໜ້າຈັບໃຈ ຄື: ຟ້ອນແຄນ, ແຂ່ງກັນຂຶ້ນຕົ້ນໄມ້, ຟ້ອນໄມ້ເທົ້າ, ຍິງໜ້າເກັກ, ຊົກມວຍ, ຮ້ອງເພງ ແລະ ອື່ນໆ. ສ່ວນນັກ ທ່ອງທ່ຽວ ແລະ ຜູ້ຊົມຢືນຢູ່ຂ້າງນອກ ພາກັນຕົບມື ຊົມເຊີຍ, ໂຮ່ຮ້ອງ ຍິ່ງເຮັດໃຫ້ງານບຸນ ຄຶກຄື້ນມ່ວນຊື່ນ. ເຖິງຍາມຄໍ່າຄືນ ແມ່ນເວລາບັນດາຄູ່ບ່າວ ສາວ ສະແດງ ຄວາມໃນໃຈຂອງຕົນ ຜ່ານສຽງດົນຕີ ຫຼື ບັນດາບົດເພງ ແຫ່ງຄວາມຮັກ. 
 
ປະຕິບັດ: ສະໂມສອນຖ່າຍຮູບວິນາທີຄຳ
 

ຂຶ້ນ ຫຼັງຄາ ພາກໃຕ້

ຂຶ້ນ “ຫຼັງຄາ ພາກໃຕ້”

ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.

Top