ພິທີບູຊາເທບພະເຈົ້າ ແຫ່ງພູເຂົາ ປ່າໄມ້ ຂອງຊາວເຜົ່າ ເກີຕູ

ພິທີບູຊາເທບພະເຈົ້າ ແຫ່ງພູເຂົາ ປ່າໄມ້ ຂອງຊາວເຜົ່າ ເກີຕູ

ງານບຸນ ຕາກຢາງກາກອງ, ເຕິກຢ່າງສື໋ ຂອງ ຊາວເຜົ່າ ເກີຕູ ຢູ່ເມືອງ ອາເລື໋ອຍ, ແຂວງ ເທື່ອທຽນເຫວ້ ຖືວ່າ ເປັນງານບຸນປະເພນີ ທີ່ສຳຄັນ ແລະ ສັກສິດທີ່ສຸດ.

ພິທີປາດເຄື່ອງບູຊາ ແມ່ນຈຸດສູງສຸດ ຂອງ ງານບຸນ ຕາກຢາງກາກອງ, ເຕິກຢ່າງສື໋.  

 ຕາມປະເພນີ, ງານບຸນມັກ ຈະຈັດຂຶ້ນໃນທຸກໆ 3 ຫາ 5 ປີ ຫຼື ເມື່ອຊຸມຊົນ ປະສົບກັບເຫດຮ້າຍ ເຊັ່ນ: ຜົນຜະລິດບໍ່ໄດ້ ຜົນດີ, ພະຍາດລະບາດ, ໄພພິບັດ... ສໍາລັບຊາວເຜົ່າ ເກີຕູ, ນີ້ແມ່ນ ພິ ທີກຳ ທາງຈິດວິນຍານ ເພື່ອສະແດງ ຄວາມຮູ້ບຸນຄຸນ ຕໍ່ ບັນດາເທບ ພະເຈົ້າ ຜູ້ປົກຄອງ ພູຜາປ່າດົງ, ແມ່ນ້ຳລຳເຊ ຊຶ່ງເປັນສິ່ງສັກສິດ ນຳ ມາ ເຊິ່ງຊີວິດ, ຜົນລະປູກ ທີ່ອຸດົມສົມບູນ ແລະ ຄວາມສະຫງົບສຸກ ມາ ສູ່ຊາວບ້ານ. ຜ່ານພິທີດັ່ງກ່າວ, ຊຸມຊົນຊາວເຜົ່າ ເກີຕູ ໄດ້ສະແດງ ຄວາມຮູ້ບຸນຄຸນ ແລະ ຂໍພອນຈາກ ເທວະດາ ຟ້າແຖນ ໃຫ້ປົກປ້ອງ, ອຸປະຖຳຄໍ້າຊູ ໃນປີຕໍ່ໆ ໄປຫວັງວ່າ ຜົນລະປູກ ຈະງອກງາມ, ຊາວ ບ້ານ ມີສຸຂະພາບ ແຂງແຮງ, ບ້ານເຮືອນຈະເລີນຮຸ່ງເຮືອງ ແລະ ມີ ຄວາມສຸກ. 

 

ຕາມປະເພນີ ຂອງ ເຜົ່າກະຕູ, ງານບຸນ ຈະຖືກຈັດຂຶ້ນ ໃນທຸກໆ 3 ຫາ 5 ປີ ຫຼື ເມື່ອມີເຫດຮ້າຍ ເກີດຂຶ້ນໃນຊຸມຊົນເຊັ່ນ: ຜົນຜະລິດ ບໍ່ໄດ້ ຮັບ ຜົນ, ພະຍາດລະບາດ, ໄພພິບັດ... 
ນາຍບ້ານ ທໍາພິທີບູຊາ ຊໍາລະສະສາງ ໃຫ້ສະອາດ.

 

ງານບຸນ ຕາກຢາງກາກອງ, ເຕິກຢ່າງສື໋ ໃນຕົວຈິງ ແມ່ນພິທີກຳຄືກັນ ແລະ ຕ່າງກັນ ພຽງແຕ່ ຂອບເຂດການຈັດຕັ້ງ ແລະ ເປົ້າໝາຍ ເທວະ ດາ ຟ້າແຖນ ທີ່ໄດ້ຮັບການບູຊາເທົ່ານັ້ນ. ຕາກຢາງກາກອງ ແມ່ນພິທີ ທີ່ຖືກຈັດຂຶ້ນ ໃນລະດັບພື້ນທີ່, ຢູ່ເດີ່ນບ້ານ, ມີການເຂົ້າຮ່ວມ ຂອງ ຊຸມ ຊົນ ເປັນຈຳນວນຫຼວງຫຼາຍ, ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາ ເທບພະເຈົ້າ ຜູ້ປົກປ້ອງໃນທົ່ວເຂດ-ໂດຍສະເພາະ ແມ່ນ ເທບພະເຈົ້າ ຜູ້ປົກປ້ອງບ້ານ (Ca Neeh). ເຄື່ອງບູຊາຫຼັກ ໃນພິທີນີ້ ຈະເປັນ ຄວາຍ ຫຼື ແບ້ ແລະ ເຄື່ອງບູຊາພື້ນເມືອງອື່ນໆ. ໃນຂະນະດຽວກັນ, ເຕິກຢ່າງ ສື໋ ແມ່ນພິທີບູຊາ ເຈົ້າປ່າ ທີ່ມີລັກສະນະ ນ້ອຍກວ່າ, ຈັດຂຶ້ນ ຢູ່ປ່າ ຫຼື ພູເຂົາ ໃດໜ່ຶງ ເຊິ່ງຖືວ່າ ສັກສິດ ສຳລັບຊຸມຊົນ. ເຄື່ອງບູຊາ ໃນພິທີນີ້ ຈະເປັນແບ້, ໝູ ແລະ ເຄື່ອງບູຊາ ອື່ນໆ. ເຖິງວ່າ ຈະແຕກຕ່າງກັນ ກ່ຽວກັບຂະໜາດ, ແຕ່ງານບຸນທັງສອງ ລ້ວນແຕ່ ປະຕິບັດ ຕາມພິທີ ກຳປະເພນີ ເຊັ່ນ: ພິທີຊຳລະລ້າງ, ພິທີບູຊາ ໃຫ້ສະອາດ, ພິທີແທງ ເຄື່ອງບູຊາ ແລະ ພິທີບູຊາເຄື່ອງ ບູຊາ ທີ່ສຸກແລ້ວ.

 

ນາຍບ້ານ ປະຕິບັດພິທີ ທ່ີສັກສິດ ທີ່ສຸດ ເພື່ອຖວາຍເຄື່ອງບູຊາ ແກ່ ເທວະດາຟ້າແຖນ ໃນງານບຸນ ຕາກຢາງກາກອງ, ເຕິກຢ່າງສື໋.  

ງານບຸນເລີ່ມຕົ້ນ ດ້ວຍພິທີ ອາຊາອາຣາດູເມີບ. ນີ້ແມ່ນພິທີ ຊຳລະລ້າງ ທີ່ມີຄວາມໝາຍ, ໝາຍເຖິງການຊໍາລະລ້າງ ສິ່ງເປິະເປື້ອນ, ຊົ່ວຮ້າຍ ທີ່ ຊາວບ້ານໄດ້ນຳມາໂດຍບໍ່ໄດ້ຕັ້ງໃຈ. ຕາມຄວາມເຊື່ອ ຂອງ ຊາວ ເຜົ່າ ເກີຕູ, ຖ້າບໍ່ປະຕິບັດ ພິທີນີ້, ຢ່າງ (ເທວະດາຟ້າແຖນ) ຈະບໍ່ຮັບ ເຄື່ອງບູຊາ ແລະ ງານບຸນ ຈະບໍ່ສັກສິດ.

ຫຼັງຈາກພິທີຊຳລະລ້າງ, ຊາວເຜົ່າ ເກີຕູ ຈະກະກຽມ ເຄື່ອງບູຊາ ແລະ ປະຕິບັດພິທີ ຕັກຢູເລົ້າ ດ້ວຍການເຮັດພາເຂົ້າ ເພື່ອຖະຫວາຍຕໍ່ ເທ ວະດາຟ້າແຖນ. ນາຍບ້ານ ຫຼື ຫົວໜ້າຄອບຄົວ ຈະເປັນຜູ້ກ່າວ ຄຳ ອະທິຖານ, ອ້ອນວອນ ຢ່າງ ໃຫ້ມາຮັບເອົາ ນໍ້າຈິດນ້ຳໃຈ ຈາກ ລູກຫຼານ ດ້ວຍຄວາມເພີ່ງພໍໃຈ. 

ພິທີແທງເຄື່ອງບູຊາ ແມ່ນຈຸດສູງສຸດ ຂອງ ງານບຸນ, ສັດ ທ່ີນໍາມາບູຊາ ຈະ ເປັນຄວາຍ ຫຼື ແບ້. ນີ້ແມ່ນສັດສັກສິດ ທີ່ມີຈິດວິນຍານ ຂອງບ້ານ, ໄດ້ຮັບຄວາມໄວ້ວາງໃຈວ່າ ຈະປົກປ້ອງ, ຄຸ້ມຄອງປະຊາຊົນ ໃນການ ເດີນທາງເຂົ້າປ່າ ຫຼື ໃນການເຮັດໄຮ່ ເຮັດສວນ. 

 

ຊາວເຜົ່າ ເກີຕູ ເຊື່ອວ່າ ເມື່ອສຽງສະໄນ ດັງຂຶ້ນ ຈະຊ່ວຍໃຫ້ ພວກເຂົາ ເຊື່ອມຕໍ່ກັບໂລກທາງວິນຍານ.
 

ສຸດທ້າຍແມ່ນພິທີບູຊາ ເຄື່ອງບູຊາ ທີ່ສຸກແລ້ວ, ຖວາຍຢູ່ເທິງ ເຮືອນ ສັກສິດ ປາຣາ. ຢູ່ທີ່ນີ້, ນາຍບ້ານ ຈະຂໍພອນໃຫ້ ຢ່າງ ຮັບເຄື່ອງບູຊາ ແລະ ໂຍນ ອານອຍ (ເຂົ້າໜົມພື້ນເມືອງຊະນິດໜຶ່ງ) ຂຶ້ນເທິງຫຼັງຄາ ປາຣາ. ຖ້າເຂົ້າໜົມຄ້າງຢູ່ເທິງຫຼັງຄາ, ນັ້ນຄືສັນຍານ ສັກສິດວ່າ ຢ່າງ ໄດ້ຮັບຄຳອະທິຖານແລ້ວ, ຊຸມຊົນຈະໄດ້ຮັບ ຜົນລະປູກດີ, ມີສຸຂະ ພາບແຂງແຮງ, ມີຄວາມສຸກ.

ຫຼັງຈາກທໍາພິທີກຳ ຈົບລົງ, ງານບຸນ ຈະເລີ່ມຂຶ້ນດ້ວຍສຽງຄ້ອງ, ສຽງ ແຄນ ດັງຟົດສະໜັ່ນ, ປະຊາຊົນ ພາກັນຟ້ອນລຳ ທຳເພງ, ດື່ມເຫຼົ້າ ໄຫ ແລະ ເຈືອຈານເຂົ້າກັບ ພື້ນທີ່ວັດທະນະທຳ ທີ່ເຕັມໄປດ້ວຍຈິດວິນ ຍານ ຂອງ ຊຸມຊົນ.

ທຸກຄົນເຕັ້ນລຳອ້ອມຕົ້ນກະຖິນ ພາຍໃນງານບຸນ.

ງານບຸນ ຕາກຢາງກາກອງ, ເຕິກຢ່າງສື໋ ບໍ່ພຽງແຕ່ເປັນ ພິທີກຳພື້ນ ເມືອງ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກ ທີ່ມີຊີວິດຊີວາ ໃຫ້ແກ່ ພະລັງ ຊີວິດ ທີ່ທົນທານໜຽວແໜ້ນຂອງ ວັດທະນະທຳ ຊາວເຜົ່າ ເກີຕູ ອີກດ້ວຍ.

ບົດ ແລະ ພາບໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


Top