ຊາວເຜົ່າ ມົ້ງ ຢູ່ພາກຕາເວັນຕົກສ່ຽງເໜືອ ມ່ວນຊື່ນ ໃນວັນບຸນ ເອກະລາດ

ຊາວເຜົ່າ ມົ້ງ ຢູ່ພາກຕາເວັນຕົກສ່ຽງເໜືອ ມ່ວນຊື່ນ ໃນວັນບຸນ ເອກະລາດ

ວັນບຸນເອກະລາດ ຂອງ ຊາວເຜົ່າ ມົ້ງ ມີຕົ້ນກຳເນີດ ມາຈາກເຫດ ການ ລຸງໂຮ່ ອ່ານບົດຖະແຫຼງການເອກະລາດ, ສະຖາປະນາ ປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ຂຶ້ນ ໃນວັນທີ 2 ກັນຍາ 1945. ຊາວເຜົ່າ ມົ້ງ ຢູ່ພາກຕາເວັນຕົກສ່ຽງເໜືອ ຖືວ່າ ນີ້ແມ່ນວັນບຸນ ປະຈໍາເຜົ່າ, ເປັນການສະແດງ ຄວາມກະຕັນຍູ ຕໍ່ພັກ ແລະ ລັດ, ພ້ອມດຽວກັນນັ້ນ ກໍແມ່ນໂອກາດ ເພື່ອການແລກປ່ຽນ, ມ່ວນຊື່ນ ແລະ ຮັກສາສີສັນເອກະລັກ ວັດທະນະທຳ ອີກດ້ວຍ.

 
 

 ຕັ້ງແຕ່ສະໄໝຕໍ່ສູ້ຕ້ານ ຝຣັ່ງ, ບັນດາຄອບຄົວຊາວເຜົ່າ ມົ້ງ ຢູ່ພາກຕາເວັນຕົກສ່ຽງເໜືອ ໄດ້ຊຸກຊ່ອນລ້ຽງດູພະນັກງານ, ສົ່ງລູກຫຼານ ອອກເດີນທາງໄປຕໍ່ສູ້. ຮູບພາບທຸງແດງດາວຄຳ ປິວສະບັດ ຢູ່ຕາມ ໝູ່ບ້ານຕ່າງໆ ຫຼັງວັນທີ 2 ກັນຍາ 1945 ໄດ້ກາຍເປັນສັນຍະລັກ ແຫ່ງອິດສະຫຼະພາບ, ເປັນຫຼັກໝາຍ ສຳຄັນ ທີ່ປ່ຽນແປງຊະຕາກຳ. ເລື່ອງລາວ ກ່ຽວກັບລຸງ ໂຮ່, ກ່ຽວກັບການປະຕິວັດ, ກ່ຽວກັບເອກະລາດ, ອິດສະຫຼະພາບ ແມ່ນໄດ້ຖືກເລົ່າຂານ ຈາກລຸ້ນ ສູ່ ລຸ້ນ ຂອງ ຊາວເຜົ່າ ມົ້ງ ໃນງານຕະຫຼາດນັດ, ຢູ່ຂ້າງເຕົາໄຟ, ໃນສຽງແຄນ ແລະ ບົດເພງ.


 

ກ່ອນນັ້ນໜຶ່ງເດືອນ ກ່ອນວັນຊາດ ທີ 2 ກັນຍາ, ການກະກຽມ ໃຫ້ ວັນບຸນເອກະລາດ ຂອງຊາວເຜົ່າ ມົ້ງໄດ້ຮັບການດຳເນີນໄປ ທ່າມກາງ ບັນຍາກາດ ທ່ີຄຶກຄື້ນ ຢູ່ທົ່ວທຸກໝູ່ບ້ານ ຂອງເຂດ ພູສູງ. ບັນດາຊຸດເຄື່ອງນຸ່ງ ລາຍດອດພື້ນເມືອງ ທີ່ມີສີສັນສົດໃສ ໄດ້ຖືກຊັກໃຫ້ ສະອາດ ແລະ ຕາກແດດ ເພື່ອຮັກສາສີສັນເດີມ. ເຫຼົ້າສາລີ ຕົ້ນລະດູ ຖືກຕົ້ມ ຈາກ ເຕົາໄຟ ຊຶ່ງສົ່ງກິ່ນຫອມ ເກາະແໜ້ນ ກັບ ອາຍໝອກ ຢູ່ ເຂດ ພູເຂົາ. ສຽງແຄນ ມົ້ງ,  ສຽງຫົວສຽງເວົ້າ ຢ່າງນຶກນອງ… ເໝືອນດັ່ງ ໄດ້ປັດເປົ່າ ຄວາມງຽບສະຫງັດ ທີ່ເຄີຍມີຢູ່ເຂດພູຜາປ່າໄມ້. ເດັກນ້ອຍ ແອບຟ້ອນ, ຊາວໜຸ່ມ ຝຶກ ເປົ່າແຄນ, ແມ່ຍິງຫຍິບແສ່ວ, ຈັດ ແຈງສິ່ງ ຕ່າງໆ… ທຸກຄົນລ້ວນແຕ່ ມີຄວາມຕື່ນເຕັ້ນແບບ ດຽວກັນ.

 

ເຂດພູພຽງ ມົກເຈົາ (ແຂວງ ເຊີນລາ) ບ່ອນປຽບດັ່ງ “ບໍ່ເກີດ ຂອງ ວັນບຸນເອກະລາດ ຂອງ ຊາວເຜົ່າ ມົ້ງ”. ໃນສີແດງ ຂອງ ທຸງຊາດ ແລະ ດອກໄມ້, ຊາວເຜົ່າ ມົ້ງ ໃນຊຸດເຄື່ອງນຸ່ງ ທີ່ສວຍງາມທີ່ສຸດ, ພ້ອມກັນ ລົງຖະໜົນ. ຊາວເຜົ່າ ມົ້ງຢູ່ ມົກເຈົາ ພາກັນໄປຫຼິ້ນ ວັນບຸນເອກະລາດ ເພື່ອຊົມໃຊ້ອາຫານການກິນ, ໂຍນ ໝາກຄອນ, ຕີ ໝາກຂ່າງ, ຊື້ເຄື່ອງນຸ່ງ ແພລາຍດອກ ພື້ນເມືອງ, ໄປຕະຫຼາດຄວາມຮັກ... ທ່ານ ລີ໋ມີ໋ເກື່ອງ, ຄົນ ມົກເຈົາ ທີ່ມາຮຽນ ຢູ່ສະຖາບັນດົນຕີແຫ່ງຊາດ ຢູ່ ຮ່າໂນ້ຍ ໄດ້ໃຫ້ຮູ້ວ່າ: “ເຖິງແມ່ນວ່າ ຈະຮຽນຢູ່ໄກ, ແຕ່ຂ້າພະເຈົ້າ ກໍພະຍາຍາມ ກັບຄືນ ບ້ານເກີດ ໃນໂອກາດນີ້. ວັນບຸນ ເອກະລາດ ແມ່ນໂອກາດ ເພື່ອເຊື່ອມຕໍ່ ສາຍສຳພັນ ໃນຄອບຄົວ, ແມ່ນຊ່ວງເວລາ ທີ່ເຮັດໃຫ້ ຊາວເຜົ່າ ມົ້ງ ຮັບຮູ້ຢ່າງຈະແຈ້ງ ກວ່າເວລາໃດໝົດ ກ່ຽວກັບ ຄວາມເອກອ້າງ ທະນົງໃຈ ແຫ່ງຊາດ”.


ທ່ານ ມົ່ວອາລ໋ື, ຊາວເຜົ່າ ມົ້ງ ຢູ່ຕາແສງ ມົກລີ້ (ແຂວງ ເຊີນລາ) ຫຼັງຈາກໄດ້ສະແດງການເປົ່າແຄນ ພ້ອມກັບບັນດາເພື່ອນຮ່ວມ ເຜົ່າ ເພື່ອໃຫ້ນັກທ່ອງທ່ຽວຊົມ ຢູ່ສະໜາມກິລາ ມົກເຈົາ ໄດ້ກ່າວ ດ້ວຍຄວາມຕື່ນເຕັ້ນວ່າ: “ເມື່ອກ່ອນ, ວັນບຸນເອກະລາດ ແມ່ນຫຼິ້ນ ພາຍໃນບ້ານເທົ່ານັ້ນ, ລຽບງ່າຍຫຼາຍ! ແຕ່ປັດຈຸບັນ ແມ່ນແຕກຕ່າງແລ້ວ! ຊາວເຜົ່າ ມົ້ງ ບໍ່ພຽງແຕ່ຈັດງານບຸນ ເທົ່ານັ້ນ, ແຕ່ຍັງໄດ້ນໍາເອົາເອກະລັກວັດທະນະທຳ ໄປແນະນຳ ໃຫ້ທົ່ວປະເທດ ແລະ ນັກທ່ອງທ່ຽວ ຕ່າງປະເທດ ໄດ້ຊົມນຳອີກ”.

 

ບໍ່ພຽງແຕ່ຢູ່ ມົກເຈົາ, ຊາວເຜົ່າ ມົ້ງຢູ່ ລາວກາຍ ກໍໄດ້ເຂົ້າສູ່ ງານ ບຸນທີ່ໃຫຍ່ທີ່ສຸດແຫ່ງປີ. ທ່ານ ຊຸ່ງອາຮົ່ງ, ຊາວເຜົ່າ ມົ້ງ ທີ່ອາໄສ ຢູ່ ແຂວງ ລາວກາຍ ໄດ້ກ່າວວ່າ: “ເມື່ອໃກ້ເຖິງໂອກາດ ວັນທີ 2 ກັນຍາ, ຊາວເຜົ່າ ມົ້ງ ຈາກທົ່ວທຸກໝູ່ບ້ານ ໄດ້ພາກັນ ມາຍັງ ຕາແສງ ໝູ່ກັງຈ໊າຍ ເພື່ອຮ່ວມມ່ວນຊື່ນ ໃນວັນບຸນເອກະລາດ ດ້ວຍຫຼາຍກິດຈະກຳ ສິລະປະ-ວັດທະນະທຳ ທີ່ອຸດົມສົມບູນ ເຊັ່ນ: ຟ້ອນແຄນ, ຕຳແບັ໋ງໄຢ່, ໂຍນໝາກຄອນ, ດຶງເຊືອກ, ເປົ່າແຄນ, ສະແດງ ຊຸດປະຈຳ ເຜົ່າ… ນີ້ບໍ່ພຽງແຕ່ເປັນໂອກາດ ເພື່ອການ ຫຼິ້້ນມ່ວນຊື່ນ, ຜ່ອນຄາຍອາລົມ ຫຼັງລະດູການ ເກັບກ່ຽວເທົ່ານັ້ນ, ແຕ່ຍັງເປັນໂອກາດເພື່ອສ້າງ ສາຍສຳພັນໃໝ່, ເພີ່ມຄວາມສາມັກຄີ. ຫຼາຍຄູ່ຮັກຊາວເຜົ່າ ມົ້ງ ໄດ້ເປັນຜົວເປັນເມຍ ຈາກງານບຸນ ດັ່ງກ່າວ!”. 

ຄວາມຄິດ ແລະ ຄວາມຮູ້ສຶກ ຂອງ ທ່ານ ລີ໋ມີ໋ເກື່ອງ, ມົ່ວອາຊື໋, ຊຸ່ງອາຮົ່ງ ກໍແມ່ນຄວາມຮູ້ສຶກ ຂອງເກືອບ 1,4 ລ້ານຄົນ ຂອງ ຊາວເຜົ່າ ມົ້ງ ຢູ່ພາກ ຕາເວັນຕົກສ່ຽງເໜືອ, ສືບຕໍ່ຂຽນ ເລື່ອງລາວ ກ່ຽວກັບຄວາມເຊື່ອໝັ້ນ ຕໍ່ພັກ, ຕໍ່ລຸງ ໂຮ່ ແລະ ອະນາຄົດ ທີ່ອີ່ມໜໍາສໍາລານ ຢູ່ເຂດ ພູສູງ.

ບົດ: ບິກເວິນ - ພາບ: VNA - ແປໂດຍ: ບິກລຽນ


Top