ຂຶ້ນ “ຫຼັງຄາ ພາກໃຕ້”
ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.
ເມື່ອຂຶ້ນໄປສູ່ຈອມພູ ບ່າແດນ, ນອກເໜືອໄປຈາກການໄດ້ຊົມທິວ ທັດອັນສວຍງາມຊວຍຝັນແລ້ວ, ນັກທ່ອງທ່ຽວ ຍັງຈະໄດ້ເຫັນ ສະ ຖາປັດຕະຍະກຳ ແລະ ຮູບປັ້ນທີ່ເປັນເອກະລັກ ຈາກວັດວາອາ ຮາມ, ຮູບປັ້ນ, ນ້ຳຕົກຕາດ, ເສັ້ນທາງເດີນ... ແລະ ຮັບຟັງຄຳອະ ທິບາຍ ເລື່ອງລາວ ອັນລຶກລັບກ່ຽວກັບພູ ບ່າແດນ ຈາກຜູ້ນຳທ່ຽວ.
ຕາມເລື່ອງລາວ ທີ່ເລົ່າສືບທອດກັນມາແຕ່ບູຮານນະການວ່າ ນາງ ທຽນເຮືອງ ເປັນສາວງາມ ທີ່ມີຄວາມເມດຕາ ແລະ ໃຈດີ. ໃນໝູ່ບ້ານມີຊາຍໜຸ່ມຊື່ ເລຊີ໊ຈຽດ, ເປັນເດັກກຳພ້າ ທີ່ໄດ້ຮັບການລ້ຽງດູຈາກ ພະສົງ ຈີເຕິນ ຈົນມີຄວາມຮູ້ຄວາມສາມາດທາງການເມືອງ ແລະ ການທະຫານ, ທັງຍັງມີຄວາມຮັກຕໍ່ນາງ. ໃນຄັ້ງໜຶ່ງ, ເມື່ອນາງ ທຽນເຮືອງ ຂຶ້ນໄປໄຫວ້ພະພຸດທະເຈົ້າ ຢູ່ເທິງພູ ໂມດ, ນາງ ໄດ້ຖືກກຸ່ມຄົນອັນຕະພານ ລ້ອມຈັບ. ໃນຂະນະທີ່ຕົກຢູ່ໃນອັນຕະ ລາຍ, ຊາຍໜຸ່ມ ເລຊີ໊ຈຽດ ໄດ້ໂດດເຂົ້າໄປຕໍ່ສູ້ ແລະ ຊ່ວຍນາງພົ້ນຈາກຄວາມ ອັນຕະລາຍ. ເພື່ອຕອບແທນບຸນຄຸນ, ພໍ່ແມ່ຂອງນາງ ທຽນເຮືອງ ໄດ້ສັນຍາວ່າ ຈະຍົກນາງ ໃຫ້ເປັນເມຍຂອງ ເລຊີ໊ຈຽດ. ແຕ່ໃນຍາມບ້ານເມືອງ ບໍ່ສະຫງົບ, ທັງສອງຍັງບໍ່ທັນໄດ້ແຕ່ງງານກັນ, ຊາຍໜຸ່ມ ເລຊີ໊ຈຽດ ກໍຕ້ອງໄດ້ເຂົ້າຮ່ວມກອງທັບອອກສູ່ສະ ໜາມຮົບ.
ເມື່ອ ເລຊີ໊ຈຽດ ເຂົ້າເປັນທະຫານ, ຢູ່ເຮືອນ ໃນຄັ້ງໜຶ່ງທີ່ນາງ ທຽນ ເຮືອງ ຂຶ້ນໄປໄຫວ້ພະພຸດທະເຈົ້າ, ນາງ ກໍຖືກກຸ່ມຄົນບໍ່ດີ ກຸ່ມເກົ່າ ລ້ອມຈັບອີກ, ໂດຍມີເຈດຕະນາຮ້າຍ. ເພື່ອຮັກສາຄວາມຊື່ສັດ, ນາງໄດ້ໂດດລົງໄປໃນຮ່ອມພູ ແລະ ເສຍຊີວິດ. ໃນຄືນນັ້ນ, ນາງ ໄດ້ປະກົດຕົວໃຫ້ ພະສົງ ຈີເຕິນ ເຫັນໃນຮູບຮ່າງຂອງແມ່ຍິງ ຜິວ ດຳ ແລະເລົ່າເລື່ອງທັງໝົດໃຫ້ຟັງ. ຫຼັງຈາກໄດ້ຟັງເລື່ອງລາວ, ພະ ສົງ ຈີເຕິນ ໄດ້ຕື່ນຂຶ້ນ ແລະ ໃຫ້ຄົນໄປຊອກຫາສົບຂອງນາງ ແລ້ວນຳໄປຝັງ, ຕໍ່ມາປະຊາຊົນ ໃນເຂດນັ້ນໄດ້ສ້າງຫໍບູຊາ ເທິງພູ. ຈາກນັ້ນມາ, ພູເຂົາ ໂມດ ຈຶ່ງຖືກເອີ້ນຊື່ວ່າ ພູ ບ່າແດນ.
ການບອກລາງຝັນ ຄັ້ງທີສອງ ແມ່ນເມື່ອເຈົ້າ ຫງວຽນແອ໋ງ ຖືກກອງທັບ ໄຕເຊີນ ໄລ່ຕີ, ຈົນຕ້ອງໜີໄປລີ້ໄພ ຢູ່ພູ ບ່າແດນ. ໃນຄືນ ນັ້ນ, ບ່າແດນ ໄດ້ປະກົດຕົວ ແລະ ບອກລາງຝັນ, ຊີ້ທາງໃຫ້ເຈົ້າ ຫງວຽນແອ໋ງ ຫຼົບໜີໄດ້. ເມື່ອ ຫງວຽນແອ໋ງ ຂຶ້ນຄອງລາດ, ເພື່ອລະ ນຶກເຖິງເລື່ອງທີ່ຂຶ້ນພູເຂົາແລ້ວ ໄດ້ຮັບການບອກທາງລີ້ໄພ ແລະ ລອດພົ້ນຈາກໄພອັນຕະລາຍ, ເພິ່ນຈຶ່ງໄດ້ແຕ່ງຕັ້ງນາງ ເປັນລິງ ເຊີນ ແທ໋ງເໝົາ ແລະ ສ້າງຮູບປັ້ນ ຂອງ ເພິ່ນດ້ວຍທອງດຳ ເພື່ອໃຫ້ປະຊາຊົນ ໄດ້ບູຊາ ແລະ ເຄົາລົບນັບຖື.
ກຸ່ມປູສະນີຍະສະຖານ ພູ ບ່າແດນ ກວ້າງຂວາງກວມເອົາເນື້ອ ທີ່ປະມານ 24 ກມ2, ປະກອບດ້ວຍ 3 ໜ່ວຍພູ ຮ່ວມກັນຄື: ພູ ແຮວ - ພູ ຝຸ້ງ - ພູ ບ່າແດນ. ກະຈາຍຕັ້ງແຕ່ຕີນພູ ຂຶ້ນໄປ ຈົນເຖິງຈອມພູ ແມ່ນກຸ່ມສະຖາປັດຕະຍະກຳ ທີ່ປະກອບດ້ວຍ ວັງ, ວັດ, ຫໍບູຊາ, ຫໍຜະສາດ... ໃນນັ້ນ, ທີ່ໂດດເດັ່ນແມ່ນວັດ ບ່າແດນ (ລິງ ເຊີນຕຽນແທກຕື້) ຫຼື ເອີ້ນອີກຊື່ໜຶ່ງວ່າ ວັດ ເຖື້ອງ, ເຊິ່ງເປັນບ່ອນ ປະ ດິດສະຖານ ຮູບປັ້ນ ບ່າແດນ ທີ່ເຮັດດ້ວຍທອງສຳລິດ. ນອກຈາກນັ້ນ, ເທິງພູ ຍັງມີວັດອື່ນໆ ອີກເຊັ່ນ: ວັດ ພະພຸດທະເຈົ້າ ທີ່ມີ ຮູບປັ້ນ ພະພຸດທະເຈົ້າ ເຂົ້າສູ່ປະລິນິບພານ, ວັດ ຮາງ (ລິງເຊີນ ອານເຟືອກຕື້), ວັດ ຮ້າ, ວັດ ຈຸງ (ລິງເຊີນເຟືອກຈຸງຕື້), ວັດ ເວິນເຊີນ.
ສາຍກາບກະເຊົ້າ ລອຍຟ້າ ຢູ່ເຂດທ່ອງທ່ຽວ Sun World Ba Den Mountain ເປັນໜຶ່ງໃນລະບົບ ກະເຊົ້າລອຍຟ້າ ທີ່ມີຄວາມຊັນທີ່ສຸດໃນໂລກ, ມີຄວາມຊັນສະເລ່ຍ 63,53% (ປະມານ 32,43 ອົງສາ) ແລະ ຄວາມຊັນສູງສຸດ 104% (ປະມານ 45 ອົງ ສາ). ດ້ວຍຄວາມຊັນທີ່ພິເສດນີ້ ແລະ ຄວາມໄວໃນ ການເຄື່ອນທີ່ 6 ມ ຕໍ່ວິນາທີ, ກະເຊົ້າລອຍຟ້າ ຈະນໍານັກທ່ອງທ່ຽວ ຈາກວັດ ບ່າ ຜ່ານໜ້າຜາທີ່ສູງຊັນ ເພື່ອໄປສູ່ “ຫຼັງຄາ ພາກໃຕ້” ພາຍໃນເວລາພຽງແຕ່ 5 ນາທີ ກວ່າ ເທົ່ານັ້ນ.
ສະຫຼັບກັບລະບົບວັດວາອາຮາມ ແມ່ນຖ້ຳຕ່າງໆ ທີ່ໄດ້ຮັບການບູລະນະສ້ອມແປງໂດຍ ພະສົງ ແລະພຸດທະສາສະນິກະຊົນ ເພື່ອໃຊ້ເປັນບ່ອນສັກກະລະບູຊາ ເຊັ່ນ: ຖ້ຳ ແທງລອງ, ຖ້ຳ ອົງໂຫ໋, ຖ້ຳ ບາໂກ, ຖ້ຳບາ ຕ່ວນ, ຖ້ຳ ທຽນທາຍ, ຖ້ຳ ອົງຕ່າ, ຖ້ຳ ຢໍ໋... ຢູ່ ຕີນພູແມ່ນເຂດທ່ອງທ່ຽວວັດທະນະທຳ ທີ່ມີສວນສະໜຸກ ແລະ ຮ້ານ ອາຫານ.
ໃນເດືອນ ມັງກອນ 2024, ສະມາຄົມ ພຸດທະສາສະໜາ ແຂວງ ໄຕນິງ ໄດ້ຈັດພິທີ ອັນເຊີນ ພະສັງກະຈາຍ ຂຶ້ນປະດິດສະຖານ ເພື່ອເພີ່ມຈຸດເດັ່ນອີກແຫ່ງໜຶ່ງ ໃຫ້ແກ່ເຂດທ່ອງທ່ຽວພູ ບ່າແດນ. ພະສັງກະຈາຍ ມີຄວາມສູງ 36 ມ, ກວ້າງສຸດ 45 ມ, ມີພື້ນທີ່ 4.651 ມ2 ແລະ ມີນໍ້າໜັກ 5.112 ໂຕນ. ພະສັງກະຈາຍ ໄດ້ຖືກສ້າງຂຶ້ນດ້ວຍວິທີການພິເສດ ທີ່ບໍ່ເຄີຍມີມາກ່ອນຢູ່ຫວຽດນາມ ຄື: ປະກອບຈາກກ້ອນ ຫີນຊາຍ ທຳມະຊາດ 6.688 ກ້ອນ ທ່ີໄດ້ຈາກແຮງບັນ ດານໃຈ ຂອງ ນາຂັ້ນໄດ.
ປັດຈຸບັນ, ເຂດທ່ອງທ່ຽວ ພູ ບ່າແດນ ຍັງຄົງເປັນເຈົ້າ ຂອງສະຖິຕິໂລກ Guinness ລາຍການເຊັ່ນ: ສະຖານີ ກະເຊົ້າລອຍຟ້າ ບ່າແດນ ແມ່ນ “ສະຖານີກະເຊົ້າລອຍຟ້າ ທີ່ໃຫຍ່ທີ່ສຸດໃນໂລກ”; ຮູບປັ້ນເຈົ້າແມ່ ທໍລະນີ ໄຕໂບດ່າເຊີນ ທີ່ມີ 2 ສະຖິຕິຄື “ຮູບປັ້ນ ເຈົ້າແມ່ ທໍລະນີ ທີ່ເຮັດດ້ວຍທອງສຳລິດ ສູງທີ່ສຸດໃນອາຊີ ຕັ້ງຢູ່ເທິງຈອມພູ” ແລະ “ຮູບປັ້ນ ເຈົ້າແມ່ ທໍລະນີ ທີ່ເຮັດດ້ວຍທອງ ສຳລິດ ສູງທີ່ສຸດໃນ ຫວຽດນາມ ຕັ້ງຢູ່ເທິງຈອມພູ”; “ຮູບປັ້ນ ພະສັງກະ ຈາຍ ທີ່ເຮັດດ້ວຍຫີນຊາຍ ໃຫຍ່ທີ່ສຸດໃນໂລກ”; “ນ້ຳຕົກຕາດ ທຽມ ທີ່ມີຄວາມສູງທີ່ສຸດໃນ ອາຊີ”.
ດ້ວຍທິວທັດທຳມະຊາດ ທ່ີສວຍງາມ ແລະ ຮ່ອງຮອຍປະຫວັດ ສາດ, ວັດທະນະທຳ ອັນໂດດເດັ່ນ, ໃນເດືອນ ມັງກອນ 1989, ພູບ່າແດນ ໄດ້ຮັບການຮັບຮອງເປັນປູສະນີຍະສະຖານ ປະຫວັດ ສາດ ແລະ ທິວທັດລະດັບຊາດ. ກຸ່ມບໍລິສັດ Sun Group ແລະ ແຂວງ ໄຕນິງ ໄດ້ຮ່ວມມືກັນ ລົງທຶນບູລະນະພູ ບ່າແດນ ໃຫ້ກາຍ ເປັນຈຸດທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ. ເປັນເວລາຫຼາຍ ປີມາ ແລ້ວ, ເຂດທ່ອງທ່ຽວ ພູບ່າແດນ - “ຫຼັງຄາພາກໃຕ້” ໄດ້ ຖືກເລືອກໃຫ້ເປັນສະຖານທີ່ ຈັດງານບຸນທາງສາສະໜາ ທີ່ ເປັນເອກະລັກ, ເຫດການວັດທະນະທຳ, ສິລະປະຕ່າງໆ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ສຳຜັດປະສົບການຢ່າງຫຼວງຫຼາຍ.
ບົດ: ທົງທ້ຽນ/VNP - ພາບ: ຫງວຽນຖັ໋ງ, ເລມິນ ແລະ ຂໍ້ມູນໂດຍ Sun Group ສະໜອງໃຫ້