ຊາວເຜົ່າ ເກີຕູ ດຳລົງຊີວິດຢູ່ລຽບຕາມສາຍພູ ເຈື່ອງເຊີນທີ່ສະຫງ່າຜ່າເຜີຍ, ເປັນທີ່ຮູ້ຈັກດ້ວຍເຄື່ອງຫັດຖະກຳທີ່ມີຄວາມສະຫຼາດຫຼາຍຢ່າງຄືການຖັກແສ່ວ, ເຄື່ອງປັ້ນດິນເຜົາ, ຊ່າງຕີເຫຼັກ..., ແຕ່ທີ່ພິເສດ ແລະ ລະອຽດແມ່ນການຖັກແສ່ວ. ແມ່ນອາຊີບໜຶ່ງທີ່ເຮັດໃຫ້ຊາວເຜົ່າ ເກີຕູ ມີຄວາມພາກພູມໃຈ, ມາຮອດປະຈຸບັນຍັງຄົງໄດ້ຮັບການມອບຮັບ ແລະ ຮັກສາ.
ບໍ່ມີໃຜຮູ້ວ່າ ອາຊີບຖັກແສ່ວຂອງຊາວເຜົ່າ ເກີຕູ ມີມາແຕ່ດົນປານໃດ, ແຕ່ເຂົາເຈົ້າຮູ້ວ່າ ລະດູການປູກຝັງໄດ້ຜ່ານໄປຫຼາຍປານໃດ, ຕົ້ນໄມ້ ເຈື່ອງເຊີນ ໄດ້ປ່ຽນໃບເປັນເວລາເທົ່າໃດ… ຊາວເຜົ່າ ເກີຕູ ຍັງຄົງຕິດພັນກັບຊາວທ້ອງຖິ່ນ, ຖົງຖັກ. ເມື່ອເວົ້າເຖິງກະຕ່າຂອງຊາວເຜົ່າ ເກີຕູ, ບໍ່ອາດຈະບໍ່ເວົ້າເຖິງ ຊ່າເລັກ, ກະຕ່າ 3 ຊັ້ນຂອງຊາວເຜົ່າ ເກີຕູ - ຈຸດພິເສດຂອງສິລະປະຖັກທີ່ບໍ່ສາມາດບັນລຸໄດ້ຢູ່ບ່ອນໃດໃນໂລກນີ້; P’reng - ກະເປົ໋ານ້ອຍໆຊະນິດໜຶ່ງທີ່ປະດັບດ້ວຍລວດລາຍທີ່ເປັນເອກະລັກສະເພາະຂອງເດັກນ້ອຍ ເກີຕູ ເພື່ອຕິດຕາມແມ່ຂອງພວກເຂົາທຸກຄັ້ງທີ່ເຂົາເຈົ້າໄປງານບຸນ; P’rôm, ເປັນກະຕ່າທີ່ສະຫງວນໄວ້ໃຫ້ແມ່ຍິງເພື່ອເອົາຂອງຂວັນມາໃຫ້ພໍ່ແມ່, ຫຼື ໄດ້ອວດເບົາໆ ໂດຍເດັກຍິງຊາວພູດອຍ ເກີຕູ ໃນການເຕັ້ນລໍາແບບດັ້ງເດີມ.

ການຖັກແສ່ວຕິດພັນກັບຊີວິດການເປັນຢູ່ຂອງຊາວເຜົ່າ ເກີຕູ.


ເສັ້ນໃຍເຊັ່ນ: ຫວາຍ, ໄມ້ໄຜ່, ໃບເຕີຍ... ແມ່ນວັດຖຸດິບເພື່ອຜະລິດເປັນສິນຄ້າຂອງຊາວເຜົ່າ ເກີຕູ.

ແຂກທ່ອງທ່ຽວຊົມເຊີຍບັນດາຜະລິດຕະພັນຖັກແສ່ວຂອງຊາວ ເກີຕູ.

ນັກທ່ອງທ່ຽວໄດ້ຮັບການສອນວິທີຖັກເປັນຜະລິດຕະພັນຂອງຊາວ ເກີຕູ.
 ຜະລິດຕະພັນພື້ນເມືອງຂອງຊາວ ເກີຕູ. |
ເພື່ອບໍ່ໃຫ້ສູນເສຍຄຸນຄ່າເຄື່ອງຖັກແສ່ວພື້ນເມືອງ, ເມື່ອບໍ່ດົນມານີ້, ໂຄງການ ເຈື່ອງເຊີນແຊງ ໂດຍອົງການພັດທະນາສາກົນ ອາເມລິກາ ສົມທົບກັບສະມາຄົມຜູ້ສົ່ງອອກເຄື່ອງຫັດຖະກຳ (VietCraft) ໄດ້ໜູນຊ່ວຍກວ່າ 450 ຄອບຄົວຢູ່ 10 ຕາແສງຂອງ 3 ເມືອງ ດົ່ງຢາງ, ໄຕຢາງ ແລະ ນາມຢາງ ຂອງແຂວງ ກວາງນາມ ເຂົ້າຮ່ວມບັນດາການເຄື່ອນໄຫວພັດທະນາບັນດາເຂດວັດສະດຸຫວາຍ ແລະ ຝຶກອົບຮົມການຖັກແສ່ວ, ພັດທະນາຕະຫຼາດ ເພື່ອສ້າງລາຍຮັບໃຫ້ຊາວເຜົ່າ ເກີຕູ.
ອາດເວົ້າໄດ້ວ່າ, ຜະລິດຕະພັນເຄື່ອງຖັກແສ່ວຂອງຊາວເຜົ່າ ເກີຕູ ແມ່ນໝາກຜົນແຫ່ງການອອກແຮງງານທີ່ມີຫົວຄິດປະດິດສ້າງ. ບໍ່ວ່າຈະເປັນຜະລິດຕະພັນໃດກໍຕາມ, ບັນດາເຄື່ອງມືຮັບໃຊ້ຊີວິດປະຈຳວັນຂອງຊາວ ເກີຕູ ຍັງລະອຽດອ່ອນ, ສະດວກ ແລະ ທົນທານ. ອາຊີບຖັກແສ່ວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຊີວິດປະຈຳວັນເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາ, ອະນຸລັກຮັກສາ ແລະ ເຊີດຊູບັນດາຈຸດວັດທະນະທຳຂອງຊົນເຜົ່າເກີຕູ, ຍັງເປັນອາຊີບຖັກແສ່ວຂອງຊາວເຜົ່າ ເກີຕູ ທີ່ຮັກສາໄວ້, ເພີ່ມທະວີຄວາມຫຼາກຫຼາຍ ແລະ ອຸດົມ ສົມບູນ ຂອງບັນດາຜະລິດຕະພັນຫັດຖະກຳພື້ນເມືອງຂອງຊາວ ຫວຽດນາມ.
ໃນເມື່ອກ່ອນ, ການຖັກແສ່ວແມ່ນເພື່ອຮັບໃຊ້ການດຳລົງຊີວິດປະຈຳວັນ, ແຕ່ປະຈຸບັນ ຊາວເຜົ່າ ເກີຕູ ສາມາດຖັກດ້ວຍລວດລາຍໃໝ່, ນຳຜະລິດຕະພັນໄປຮັບໃຊ້ຕະຫຼາດໃຫຍ່. ການປ່ຽນແປງຄັ້ງນີ້ ຫວັງວ່າຈະຊຸກຍູ້ໃຫ້ຊາວໜຸ່ມຮັກສາ ແລະ ເຊີດຊູອາຊີບພື້ນເມືອງ, ເພື່ອໃຫ້ກະຕ່າ ແລະ ອື່ນໆ ໄດ້ຕິດພັນ ແລະ ບຳລຸງສ້າງຈິດວິນຍານຂອງຊາວເຜົ່າ ເກີຕູ ຕະຫຼອດໄປ.
ຫວ່າງມໍ່ໆນີ້, ຢູ່ ຮ່າໂນ້ຍ, ສະມາຄົມຜູ້ສົ່ງອອກເຄື່ອງຫັດຖະກຳ ຫວຽດນາມ (VIETCRAFT) ໄດ້ສົມທົບກັບ Gallery 39, ວາລະສານ ເຕຍສາງ ແລະ ບັນດາອົງການທີ່ຮັກແພງວັດທະນະທຳຫັດຖະກຳຂອງປະຊາຊົນບັນດາເຜົ່າ ຫວຽດນາມ, ໄດ້ຈັດຕັ້ງລາຍການ “ວາງສະແດງ ແລະ ແນະນຳເຄື່ອງປັ້ນດິນເຜົາ ເກີຕູ”, ເພື່ອແນະນຳໃຫ້ແຂກທ່ອງທ່ຽວຮູ້ຈຸດທີ່ເປັນເອກະລັກສະເພາະໃນຊີວິດ, ຮີດຄອງປະເພນີ, ວັດທະນະທຳ ແລະ ພາບລວມຂອງອາຊີບຖັກແສ່ວຂອງຊາວເຜົ່າ ເກີຕູ.
ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ