ອາຊີບ ຫວຽດ

ຫັດຖະກຳຖັກແສ່ວຂອງຊາວເຜົ່າ ເກີຕູ

ຊາວ​ເຜົ່າ ເກີຕູ ດຳລົງ​ຊີວິດ​ຢູ່​ລຽບ​ຕາມ​ສາຍ​ພູ​ ເຈື່ອງ​ເຊີນ​ທີ່​ສະຫງ່າ​ຜ່າ​ເຜີຍ, ​ເປັນ​ທີ່​ຮູ້​ຈັກ​ດ້ວຍ​ເຄື່ອງ​ຫັດຖະກຳ​ທີ່​ມີ​ຄວາມ​ສະຫຼາດ​ຫຼາຍ​ຢ່າງ​ຄື​ການ​ຖັກ​ແສ່ວ, ​ເຄື່ອງປັ້ນດິນ​ເຜົາ, ຊ່າງ​ຕີ​ເຫຼັກ..., ​ແຕ່​ທີ່​ພິ​ເສດ ​ແລະ ລະອຽດ​ແມ່ນ​ການ​ຖັກ​ແສ່ວ. ​ແມ່ນ​ອາຊີບ​ໜຶ່ງ​ທີ່​ເຮັດ​ໃຫ້​ຊາວ​ເຜົ່າ​ ເກີ​ຕູ ​ມີ​ຄວາມ​ພາກພູມ​ໃຈ, ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ໄດ້​ຮັບ​ການ​ມອບ​ຮັບ ​ແລະ ຮັກສາ.

 

ບໍ່​ມີ​ໃຜ​ຮູ້​ວ່າ​ ອາຊີບ​ຖັກ​ແສ່ວ​ຂອງ​ຊາວ​ເຜົ່າ​ ເກີ​ຕູ​ ມີ​ມາ​ແຕ່​ດົນ​ປານ​ໃດ, ​ແຕ່​ເຂົາ​ເຈົ້າ​ຮູ້​ວ່າ ​ລະດູ​ການ​ປູກຝັງ​ໄດ້​ຜ່ານ​ໄປ​ຫຼາຍ​ປານ​ໃດ, ຕົ້ນ​ໄມ້​ ເຈື່ອງ​ເຊີນ ​ໄດ້​ປ່ຽນ​ໃບ​ເປັນ​ເວລາ​ເທົ່າໃດ… ຊາວ​ເຜົ່າ ເກີຕູ ຍັງ​ຄົງ​ຕິດ​ພັນ​ກັບ​ຊາວ​ທ້ອງ​ຖິ່ນ, ຖົງ​ຖັກ. ​ເມື່ອ​ເວົ້າ​ເຖິງ​ກະຕ່າ​ຂອງ​ຊາວ​ເຜົ່າ ​ເກີ​ຕູ, ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງ ຊ່າເລັກ, ກະຕ່າ 3 ຊັ້ນ​ຂອງ​ຊາວເຜົ່າ ເກີຕູ - ຈຸດ​ພິ​ເສດ​ຂອງ​ສິລະ​ປະ​ຖັກ​ທີ່​ບໍ່​ສາມາດ​ບັນລຸ​ໄດ້​ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້; P’reng - ກະເປົ໋ານ້ອຍໆຊະນິດໜຶ່ງທີ່ປະດັບດ້ວຍລວດລາຍທີ່ເປັນເອກະລັກສະເພາະຂອງເດັກນ້ອຍ ເກີຕູ ເພື່ອຕິດຕາມແມ່ຂອງພວກເຂົາທຸກຄັ້ງທີ່ເຂົາເຈົ້າໄປງານບຸນ; P’rôm, ເປັນກະຕ່າທີ່ສະຫງວນໄວ້ໃຫ້ແມ່ຍິງເພື່ອເອົາຂອງຂວັນມາໃຫ້ພໍ່ແມ່, ຫຼື ໄດ້ອວດເບົາໆ ໂດຍເດັກຍິງຊາວພູດອຍ ເກີຕູ ໃນການເຕັ້ນລໍາແບບດັ້ງເດີມ.



ການ​ຖັກ​ແສ່ວ​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ເກີຕູ.






ເສັ້ນໃຍເຊັ່ນ: ຫວາຍ, ໄມ້ໄຜ່, ໃບເຕີຍ... ແມ່ນວັດຖຸດິບເພື່ອຜະລິດເປັນສິນຄ້າຂອງຊາວເຜົ່າ ເກີຕູ.




ແຂກ​ທ່ອງ​ທ່ຽວ​ຊົມ​ເຊີຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຖັກ​ແສ່ວ​ຂອງ​ຊາວ ເກີຕູ.




ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ສອນ​ວິ​ທີ​ຖັກ​ເປັນ​ຜະ​ລິດ​ຕະ​ພັນ​ຂອງ​ຊາວ ເກີຕູ.




ຜະ​ລິດ​ຕະ​ພັນ​ພື້ນ​ເມືອງ​ຂອງ​ຊາວ ເກີຕູ.

ເພື່ອ​ບໍ່​ໃຫ້​ສູນ​ເສຍ​ຄຸນຄ່າ​ເຄື່ອງ​ຖັກ​ແສ່ວ​ພື້ນ​ເມືອງ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໂຄງການ​ ​ເຈື່ອງ​ເຊີນແຊງ ​ໂດຍ​ອົງການ​ພັດທະນາ​ສາກົນ ​ອາ​ເມ​ລິ​ກາ ສົມທົບ​ກັບ​ສະມາຄົມ​ຜູ້​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ (VietCraft) ​ໄດ້​ໜູນ​ຊ່ວຍ​ກວ່າ 450 ຄອບຄົວ​ຢູ່ 10 ຕາ​ແສງ​ຂອງ 3 ​ເມືອງ ດົ່ງ​ຢາງ, ​ໄຕ​ຢາງ ​ແລະ ນາມ​ຢາງ ຂອງ​ແຂວງ ກວາງ​ນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ບັນດາ​ເຂດ​ວັດ​ສະ​ດຸ​ຫວາຍ ​ແລະ ຝຶກ​ອົບຮົມ​ການ​ຖັກ​ແສ່ວ, ພັດທະນາ​ຕະຫຼາດ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຊາວ​ເຜົ່າ ເກີຕູ.

ອາດ​ເວົ້າ​ໄດ້​ວ່າ, ຜະລິດ​ຕະພັນ​ເຄື່ອງ​ຖັກແສ່ວຂອງ​ຊາວ​ເຜົ່າ ເກີຕູ ​ແມ່ນ​ໝາກຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ. ບໍ່​ວ່າ​ຈະ​ເປັນ​ຜະ​ລິດ​ຕະ​ພັນ​ໃດ​ກໍ​ຕາມ, ບັນ​ດາ​ເຄື່ອງມືຮັບໃຊ້ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ ເກີຕູ ຍັງ​ລະ​ອຽດ​ອ່ອນ, ສະ​ດວກ ແລະ ທົນ​ທານ. ອາຊີບຖັກແສ່ວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຊີວິດປະຈຳວັນເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາ, ອະນຸລັກຮັກສາ ແລະ ເຊີດຊູບັນດາຈຸດວັດທະນະທຳຂອງຊົນເຜົ່າເກີຕູ, ຍັງເປັນອາຊີບຖັກແສ່ວຂອງຊາວເຜົ່າ ເກີຕູ ທີ່ຮັກສາໄວ້, ​ເພີ່ມ​ທະວີ​ຄວາມ​ຫຼາກ​ຫຼາຍ ​ແລະ ອຸດົມ ສົມບູນ ​ຂອງ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ພື້ນ​ເມືອງ​ຂອງ​ຊາວ​ ຫວຽດນາມ.

 


ຊ່າເລັກ, ກະຕ່າ 3 ຊ່ອງຂອງຜູ້ຊາຍ ເກີຕູ.








ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຖັກແສ່ວພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ເກີຕູ.














ການ​ອອກ​ແບບ​ໃໝ່ຂອງ​ຜະ​ລິດ​ຕະ​ພັນ​ຖັກ​ແສ່ວ​ຂອງ​ຊາວ ເກີຕູ.

ໃນ​ເມື່ອ​ກ່ອນ, ການ​ຖັກ​ແສ່ວ​ແມ່ນ​​ເພື່ອຮັບໃຊ້ການ​ດຳລົງ​ຊີວິດ​ປະຈຳ​ວັນ, ​ແຕ່​ປະຈຸ​ບັນ ຊາວ​ເຜົ່າ ​ເກີຕູ ​ສາມາດ​ຖັກ​ດ້ວຍ​ລວດລາຍ​ໃໝ່, ນຳ​ຜະລິດ​ຕະພັນ​ໄປ​ຮັບ​ໃຊ້​ຕະຫຼາດ​ໃຫຍ່. ການ​ປ່ຽນ​ແປງ​ຄັ້ງ​ນີ້​ ຫວັງ​ວ່າ​ຈະ​ຊຸກຍູ້​ໃຫ້​ຊາວ​ໜຸ່ມ​ຮັກສາ ​ແລະ ​ເຊີດ​ຊູ​ອາຊີບ​ພື້ນ​ເມືອງ, ​ເພື່ອ​ໃຫ້​ກະຕ່າ ແລະ ອື່ນໆ​ ໄດ້​ຕິດ​ພັນ ​ແລະ ບຳລຸງ​ສ້າງ​ຈິດ​ວິນ​ຍານ​ຂອງ​ຊາວ​ເຜົ່າ ເກີຕູ ຕະຫຼອດ​ໄປ.

ຫວ່າງ​ມໍ່ໆ​ນີ້, ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ຜູ້​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ​ ຫວຽດນາມ (VIETCRAFT) ​ໄດ້​ສົມທົບ​ກັບ​ Gallery 39, ວາລະສານ ເຕຍສາງ ​ແລະ ບັນດາ​ອົງການ​ທີ່​ຮັກ​ແພງ​ວັດທະນະ​ທຳ​ຫັດຖະກຳ​ຂອງ​ປະຊາຊົນບັນດາເຜົ່າ ຫວຽດນາມ, ​ໄດ້​ຈັດ​ຕັ້ງ​ລາຍການ “​ວາງສະ​ແດງ ​ແລະ ແນະນຳ​ເຄື່ອງ​ປັ້ນດິນ​ເຜົາ ເກີຕູ, ​ເພື່ອແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ຊີວິດ, ຮີດຄອງ​ປະ​ເພນີ, ວັດທະນະທຳ ​ແລະ ພາບ​ລວມຂອງ​ອາຊີບ​ຖັກ​ແສ່ວຂອງຊາວເຜົ່າ ເກີຕູ.

ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ



top