• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ໂລກ

ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ຕ້ອງມີວິທີການສຳຜັດຫຼາຍແງ່ມູນ, ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ພ້ອມທັງເພີ່ມທະວີການຮ່ວມມືຍົກສູງຄວາມສາມາດໃນການປ້ອງກັນ ທາງອິນເຕີແນັດ ແລະ ຮັດແຄບຊ່ອງວ່າງດ້ານເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ

ວັນທີ 20 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດກ່ຽວກັບຫົວຂໍ້ “ຮັກສາສັນຕິພາບຄວາມໝັ້ນຄົງສາກົນ: ແກ້ໄຂໄພນາບຂູ່ນັບມື້ນັບເພີ່ມຂຶ້ນທາງອິນເຕີແນັດ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວາ ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ຕ້ອງມີວິທີການສຳຜັດຫຼາຍແງ່ມູນ, ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ພ້ອມທັງເພີ່ມທະວີການຮ່ວມມືຍົກສູງຄວາມສາມາດໃນການປ້ອງກັນ ທາງອິນເຕີແນັດ ແລະ ຮັດແຄບຊ່ອງວ່າງດ້ານເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ດ້ວຍບົດບາດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ສະພາຄວາມໝັ້ນຄົງ ສປຊ ຕ້ອງສະຫງວນຄວາມສົນໃຈ ແລະ ແຫຼ່ງກຳລັງຫຼາຍກ່ວາອີກໃຫ້ແກ່ການປຶກສາຫາລື, ແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ແລະ ບັນດາແງ່ມູນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ໃນການສະກັດກັ້ນການປະທະກັນ, ປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ດ້ວຍກາຍຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃນປີ 2018, ຫວຽດນາມ ພວມໝູນໃຊ້ວິທີການສຳຜັດຢ່າງຮອບດ້ານເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ພ້ອມທັງ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນໃນຂົງເຂດນີ້ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ແບ່ງປັນຄວາມຮັບຜິດຊອບໃນການຊຸກຍູ້ການກະທຳທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

Top