• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ ຫຼາຍກວ່າ​ອີກ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ປາດຖະໜາວ່າ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຍີ່ປຸ່ນ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃຫ້ແກ່ບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບກວມລວມ ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງໃຫ້ບັນດາປະເທດ ແລະ ປະຊາຊົນສອງຝ່າຍ ແລະ ພາກພື້ນ.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ວັນທີ 25 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ, ຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN) ຂອງ ຫວຽດນາມ, ພ້ອມກັບຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈຳປີ ຄັ້ງທີ 39 ເຊິ່ງຈັດຂຶ້ນທີ່ນະຄອນຫຼວງ ບາງກອກ, ປະເທດໄທ.

        ເມື່ອແລກປ່ຽນໃນເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ປາດຖະໜາວ່າ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຍີ່ປຸ່ນ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃຫ້ແກ່ບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບກວມລວມ ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງໃຫ້ບັນດາປະເທດ ແລະ ປະຊາຊົນສອງຝ່າຍ ແລະ ພາກພື້ນ. ທ່ານກໍສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ລວມທັງໃນຂອບເຂດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີການໜູນຊ່ວຍບັນດາປະເທດ ອາຊຽນ ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດກາກບອນ, ຊຸກຍູ້ການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍຜ່ານບັນດາກົນໄກ, ຂໍ້ລິເລີ່ມ ເຊັ່ນ ຂໍ້ລິເລີ່ມປະຊາຄົມ ອາຊີ ຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນ 0 (AZEC) ຂອງ ລັດຖະບານ ຍີ່ປຸ່ນ, ຂໍ້ລິເລີ່ມຫັນປ່ຽນພະລັງງານອາຊີ ແລະ ຂໍ້ລິເລີ່ມອະນາຄົດພະລັງງານສະອາດ ສຳລັບ ອາຊຽນ.   

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025.

Top