• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ວາ​ລະ​ປຶກ​ສາ​ຫາ​ລື ກັບ​ປະ​ທານ​ຝ່າຍ​ບໍ​ລິ​ຫານ WEF ແລະ ການ​ນຳກຸ່ມ​ບໍ​ລິ​ສັດ​ໃຫຍ່ 20 ແຫ່ງ

ໃນຂອບເຂດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ຕະຫຼຽນ, ຈີນ (25 – 27 ມິຖຸນາ), ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງທັງເປັນປະທານຝ່າຍບໍລິຫານ WEF ເປັນປະທານວາລະປຶກສາຫາລື ກັບການນຳຂອງກຸ່ມບໍລິສັດໃຫຍ່ 20 ແຫ່ງຂອງ WEF.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື

ໃນວາລະປຶກສາຫາລື ທີ່ໄດ້ຈັດຂຶ້ນຕາມຮູບແບບທັງຮັບປະທານອາຫານເຊົ້າທັງເຮັດວຽກ, ການນຳບັນດາກຸ່ມບໍລິສັດໃຫຍ່ສະແດງຄວາມສົນໃຈເຖິງການເພີ່ມທະວີການຮ່ວມມື ແນໃສ່ຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມ; ໂດຍສຸມໃສ່ການຫັນເປັນດີຈີຕອນ, ເຕັກໂນໂລຢີສູງ, ຫັນເປັນສີຂຽວ ແລະ ບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍເຜີຍໃຫ້ຮູ້ບັນດາການກຳນົດທິດຍຸດທະສາດຂອງ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນ ສືບຕໍ່ໃຫ້ບຸລິມະສິດໃນການເຕີບໂຕ, ດ້ວຍບັນດາມາດຕະການໃຫຍ່ກ່ຽວກັບເງິນຕາ, ການຄ້າ, ຍູ້ແຮງ 3 ບຸກທະລຸຍຸດທະສາດກ່ຽວກັບກົນໄກ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ. ທ່ານໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ກຳນົດທິດດຶງດູດນັກລົງທຶນຢ່າງມີການຄັດເລືອກ, ໃຫ້ບຸລິມະສິດສຳລັບບັນດາໂຄງການໃນຂົງເຂດທີ່ຫາກໍພົ້ນເດັ່ນຂຶ້ນ, ເຕັກໂນໂລຢີສູງ, ມີມູນຄ່າເພີ່ມສູງ ແລະ ມີລັກສະນະແຜ່ກະຈາຍ, ເຊື່ອມຕໍ່.

 ກ່ອນໜ້ານັ້ນ, ກໍໃນຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄດ້ມີການຕ້ອນຮັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF.

 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025.

Top