• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ບັນດາການຢ້ຽມຢາມເຊິ່ງກັນ ທີ່ມີຄວາມໝາຍປະຫວັດສາດ ຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຢູ່ຈີນ (2022) ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢູ່ ຫວຽດນາມ (2023), ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນໄດ້ຮັກສາທ່າພັດທະນາຢ່າງຕັ້ງໜ້າ ແລະ ມີຄວາມກ້າວໜ້າທີ່ມີລັກສະນະປະຫວັດສາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ, ມີການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທີ່ເປັນເອກະລາດ, ຄວາມເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດຂອງ ຫວຽດນາມເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ.

ທີ່ການພົບປະ, ທ່ານວ້າງຄູໜິງ ເນັ້ນໜັກວ່າ ຈີນ ຍາມໃດກໍ່ຖືເປັນສຳຄັນການພົວພັນ ກັບ ຫວຽດນາມ ແມ່ນ ບູລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງຂອງ ຈີນ, ທ່ານເຫັນດີເປັນເອກະພາບຈະສະໜັບສະໜູນ ຫວຽດນາມ ສືບຕໍ່ຍູ້ແຮງແນວທາງປ່ຽນແປງໃໝ່ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ປະຕິບັດສຳເລັດພາລະກິດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025.

Top