• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ລະ​ຫວ່າງ ຫວຽດ​ນາມ​ ແລະ ຈີນ

ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານ ບຽນບາຈາສີ ຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕ້ອນຮັບທ່ານ ບຽນບາຈາສີ ຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງວຽກງານຊົນເຜົ່າ, ຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ ແລະ ຄະນະກຳມະການຊົນເຜົ່າ ຂອງ ຫວຽດນາມ ຕ້ອງສົມທົບກັບຈັດການພົບປະແລກປ່ຽນບົດຮຽນ, ປະສົບການໃຫ້ເປັນປະຈຳກວ່າ ກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຊັ່ນ: ສ້າງນະໂຍບາຍ, ລະດົມແຫຼ່ງກຳລັງເບິ່ງແຍງດູແລໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ… ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ຄະນະກຳມະການຊົນບັນດາເຜົ່າສອງປະເທດ ຊຸກຍູ້ບັນດາການພົບປະແລກປ່ຽນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນສອງປະເທດ.

        ສ່ວນທ່ານຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ ບຽນບາຈາສີ ຢັ້ງຢືນວ່າ ຈະມານະພະຍາຍາມຫັນການພົວພັນຮ່ວມມືກ່ຽວກັບວຽກງານຊົນເຜົ່າລະຫວ່າງສອງຄະນະກຳມະການຊົນເຜົ່າຂອງສອງປະເທດເປັນລະອຽດ, ໃນນັ້ນ ມີເລື່ອງຫັນບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຮ່ວມມືກ່ຽວກັບວຽກງານຊົນເຜົ່າ ທີ່ໄດ້ລົງນາມໃນເດືອນທັນວາ ປີ 2023 ໃຫ້ເປັນລະອຽດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025.

Top