ທ່ານຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ ຫງວຽນມິງຫວູ ເນັ້ນໜັກວ່າ ສານພັດທະນາແບບຍືນຍົງບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນພື້ນຖານເພື່ອຮັກສາສັນຕິພາບຍາວນານອີກດ້ວຍ.
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ກ່າວຄຳເຫັນທີ່ວາລະປຶກສາຫາລື
ວັນທີ 19 ມິຖຸນາ ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ສະພາບການທຸກຍາກອຶດຫິວ, ດ້ອຍພັດທະນາ ແລະ ການປະທະກັນ: ຜົນກະທົບຕໍ່ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”.
ທ່ານຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ ຫງວຽນມິງຫວູ ເນັ້ນໜັກວ່າ ສານພັດທະນາແບບຍືນຍົງບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນພື້ນຖານເພື່ອຮັກສາສັນຕິພາບຍາວນານອີກດ້ວຍ. ເມື່ອແບ່ງປັນບົດຮຽນປະສົບການຕົວຈິງກ່ຽວກັບການສ້າງປະເທດຄືນໃໝ່ພາຍຫຼັງສົງຄາມ, ທ່ານ ຫງວຽນມິງຫວູ ຢັ້ງຢືນວ່າ ການຖືການພັດທະນາແບບຍືນຍົງແມ່ນຈຸດສຸມ, ດ້ວຍການໜູນຊ່ວຍຂອງບັນດາຄູ່ຮ່ວມມືສາກົນ ໃນນັ້ນມີບັນດາອົງການ ປສຊ, ນັ້ນແມ່ນກຳລັງໜູນຊ່ວຍ ຫວຽດນາມ ຟື້ນຟູເສດຖະກິດ, ຊຸກຍູ້ຄວາມສາມັກຄີສັງຄົມ ແລະ ສ້າງບັນດາຜົນສຳເລັດໃນການພັດທະນາຢ່າງກະໂດດຂັ້ນໃນຊຸມທົດສະວັດຜ່ານມາ.
ທ່ານ ຫງວຽນມິງຫວູ ກໍ່ຢັ້ງຢືນເຖິງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ບັນດາບຸລິມະສິດກ່ຽວກັບການພັດທະນາໃນໂຄງການດຳເນີນງານຄວາມສັນຕິພາບ - ຄວາມໝັ້ນຄົງຂອງ ສປຊ, ໃນນັ້ນ ພົ້ນເດັ່ນແມ່ນການເລີ່ມປະຕິບັດ ມະຕິເລກທີ 2573 ວ່າດ້ວຍ ການປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນຕໍ່ຊີວິດຂອງປະຊາຊົນເຂດເກີດປະທະກັນດ້ານອາວຸດ ເມື່ອຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2021 - 2022.
(ແຫຼ່ງຄັດຈາກ VOV)