• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ໄທ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ໄປສຳນັກງານລັດຖະບານເພື່ອດຳເນີນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4.
ທີ່ການເຈລະຈາ (ພາບ: VGP)

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ ແພທອງທານ ຊິນະວັດ, ນາຍົກລັດຖະມົນຕີລາຊະອານາຈັກ ໄທ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ໄທ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ - ໄທ, ແຕ່ວັນທີ 15 – 16 ພຶດສະພາ.

        ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ໄປສຳນັກງານລັດຖະບານເພື່ອດຳເນີນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4. 2 ຝ່າຍເຫັນດີຊຸກຍູ້ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງ - ການປ້ອງກັນຊາດ, ກົດໝາຍ ແລະ ຍຸຕິທຳ; ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາບໍ່ປະໃຫ້ສ່ວນບຸກຄົນ, ອົງການໃດນຳໃຊ້ພື້ນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.

        ໃນການຮ່ວມມືດ້ານເສດຖະກິດ, 2 ຝ່າຍເຫັນດີສູ້ຊົນນຳວົງການຄ້າ 2 ຝ່າຍບັນລຸ 25 ຕື້ USD ໃນໄລຍະຈະມາເຖິງ. 2 ຝ່າຍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດສຳພັດຕະຫຼາດຂອງກົນ, ເປີດກວ້າງການລົງທຶນ; ເພີ່ມທະວີການຮ່ວມມືດ້ານແຮງງານ, ນຳໃຊ້ວິທະຍາສາດເຕັກໂນໂລຊີ… 2 ຝ່າຍກໍ່ເຫັນດີຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ທ່ອງທ່ຽວ, ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງປະເທດນີ້ ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ປະເທດຂອງກັນ.

        2 ປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີແບບຍືນຍົງ, ເຂັ້ມແຂງດ້ວຍຕົນເອງ, ເປັນເອກະພາບໃນຫຼາຍຮູບຫຼາຍແບບຂອງ ອາຊຽນ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ໄທ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມື 8 ສະບັບໃນບັນດາຂົງເຂດເສດຖະກິດ, ຄວາມໝັ້ນຄົງ ແລະ ການສຶກສາ.

        ທີ່ການຖະແຫຼງຂ່າວຮ່ວມພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໃຫ້ຮູ້ວ່າ:

        “ເລື່ອງ 2 ປະເທດເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນມື້ນີ້, ບໍ່ພຽງແຕ່ແມ່ນການກະທຳມີລັກສະນະສັນຍາລັກເທົ່ານັ້ນ, ຫາກຍັງແມ່ນຄວາມຮຽກຮ້ອງຢ່າງພາວະວິໄສ, ຄວາມຮຽກຮ້ອງຍຸດທະສາດ ເພື່ອນຳການພົວພັນລະຫວ່າງ 2 ປະເທດກ້າວເຂົ້າສູ່ໄລຍະໃໝ່, ພັດທະນາຢ່າງສູງກວ່າ, ເລິກເຊິ່ງກວ້າງຂວາງ, ຮອບດ້ານ, ແທດຈິງກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ອາຊຽນ, ເພື່ອຄວາມເຂັ້ມແຂງດ້ວຍຕົນເອງ, ເພື່ອພາກພື້ນ ອາຊີ ສັນຕິພາບ, ສະຖຽນລະພາບ, ຮ່ວມມືໃນອະນາຄົດ”.

        ສ່ວນທ່ານນາງ ແພທອງທານ ຊິນະວັດ, ນາຍົກລັດຖະມົນຕີ ໄທ ຕີລາຄາວ່າ, ເລື່ອງ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຈະເປີດສັງກາດໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ສະພາບການໂລກເຕັມໄປດ້ວຍການຂາດຄວາມສະຖຽນລະພາບ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 15 ພຶດສະພາ, ນາຍົກລັດຖະມົນຕີ 2 ທ່ານໄດ້ໄປຢ້ຽມຢາມງານວາງສະແດງ “ຜະລິດຕະພັນສິລະປະຫັດຖະກຳ ຫວຽດນາມ”. ຢູ່ທີ່ນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ຢ້ຽມຊົມຮ້ານວາງສະແດງບັນດາຜະລິດຕະພັນສິລະປະຫັດຖະກຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ຊອກຮູ້ກ່ຽວກັບອາຊີບຈັກສານ; ອາຊີບຜະລິດເຄື່ອງປັ້ນດິນເຜົາ; ອາຊີບພາບແຕ້ມພື້ນເມືອງ ດົງໂຮ່, ອາຊີບເຄືອບຂັດສີ… ເນື່ອງໃນໂອກາດນີ້, ບັນດານັກສິລະປະການຂອງໝູ່ບ້ານອາຊີບພື້ນເມືອງໄດ້ມອບຜະລິດຕະພັນສິລະປະຫັດຖະກຳທີ່ເປັນເອກະລັກສະເພາະຈຳນວນໜຶ່ງໃຫ້ທ່ານນາຍົກລັດຖະມົນຕີ ໄທ.

        ງານວາງສະແດງກໍ່ວາງສະແດງບັນດາພາບຖ່າຍກ່ຽວກັບປະເທດຊາດ, ມະນຸດ ແລະ ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ໄທ. ພິເສດ, ມີບັນດາພາບຖ່າຍບັນທຶກວິວັດການພັດທະນາການພົວພັນລະຫວ່າງ 2 ປະເທດນັບແຕ່ວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການຄືວັນທີ 06 ສິງຫາ 1976 ມາຮອດປະຈຸບັນ, ດວ້ຍຫຼາຍຜົນງານສຳຄັນໃນບັນດາຂົງເຂດ, ຄື: ການເມືອງ, ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ…

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top