• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຟະລິກາ, ຕັ້ງໜ້າປະກອບສ່ວນແກ້ໄຂບັນດາບັນຫາທົ່ວໂລກ

ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ດຳເນີນການຢ້ຽມຢາມ ສ.ເຊເນການ ແລະ ລາຊະອານານຈັກ ໂມໂຣໂກ)

ແຕ່ວັນທີ 22  30 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ດຳເນີນການຢ້ຽມຢາມ ສ.ເຊເນການ ແລະ ລາຊະອານານຈັກ ໂມໂຣໂກ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6 ຂອງສະຫະພັນລັດຖະສະພາສາກົນ (IPU) ແລະ ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ. ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຊຸກຍູ້ການພົວພັນກັບບັນດາປະເທດ ອາຟະລິກາ, ຕັ້ງໜ້າປະກອບສ່ວນ, ມີຄວາມຮັບຜິດຊອບຕໍ່ການເຄື່ອນໄຫວລວມຂອງ IPU, ຢືນຢັນບົດບາດຂອງ ຫວຽດນາມ ໃນການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ.

ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ເພີ່ມທະວີການຮ່ວມມືຫຼາຍດ້ານກັບບັນດາປະເທດ ອາຟະລິກາ

ສ.ເຊເນການ ແມ່ນປະເທດຢ້ຽມຢາມທຳອິດຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃນການໄປປະຕິບັດງານແຕ່ວັນທີ 22 – 24 ກໍລະກົດ. ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດນັບແຕ່ກ່ອນມາຮອດປະຈຸບັນໃນເວລາກວ່າ 55 ປີທີ່ ຫວຽດນາມ ແລະ ເຊເນການ ສ້າງຕັ້ງການພົວພັນທາງການທູດ (1967 – 2025). ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່ານ ເຈິ່ນກວັກແຄງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ, ທັງຮັບຜິດຊອບ ເຊເນການ, ໃຫ້ຂໍ້ສັງເກດວ່າ:

“ການຢ້ຽມຢາມ ໄດ້ຮັບຄວາມຫວັງວ່າ ຈະເປີດອອກບັນດາຂົງເຂດຮ່ວມມືລະອຽດ, ຄື: ການຄ້າ, ກະສິກຳ, ວິທະຍາສາດເຕັກໂນໂລຊີ ແລະ ຫຼາຍຂົງເຂດອື່ນອີກ. ເຖິງຢ່າງໃດກໍ່ຕາມ, ການຢ້ຽມຢາມມີຄວາມໝາຍສຳຄັນໜຶ່ງອີກ ນັ້ນແມ່ນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຊເນການ ໃນຂອບເຂດບັນດາເວທີປາໄສຮ່ວມມືຫຼາຍຝ່າຍ ທີ່ທັງ 2 ປະເທດລ້ວນແຕ່ເປັນສະມາຊິກ. ຫຼ້າສຸດນີ້, ເຊເນການ ໄດ້ຕັ້ງໜ້າສະໜັບສະໜູນ ຫວຽດນາມ ສະເໜີສຳເນົາເອກະສານເຂດທັດສະນີຍະພາບ ອຽນຕື - ກົນເຊີນ - ກຽບບາກ ຂອງ ຫວຽດນາມ ທີ່ອົງການສຶກສາ, ວິທະຍາສາດ ແລະ ວັດມະນະທຳສະຫະປະຊາຊາດ (UNESCO) ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ ທີ່ກອງປະຊຸມຄັ້ງທີ 47. ນີ້ແມ່ນຕົວຢ່າງໜຶ່ງທີ່ມີຊີວິດຊີວາ ແລະ ລະອຽດກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດໃນຂອບເຂດເວທີປາໄສສາກົນ”.

ໃນຂະນະນັ້ນ, ລາຊະອານາຈັກ ໂມໂຣໂກ ມີທ່າແຮງດ້ານການທ່ອງທ່ຽວ ແລະ ໄດ້ຮັບຖືວ່າແມ່ນສູນການເງິນທີ 2 ຢູ່ ອາຟະລິກາ. ການຢ້ຽມຢາມ ໂມໂຣໂກ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ເປີດອອກໂອກາດຮ່ວມມືຫຼາຍຢ່າງ, ໂດຍສະເພາະແມ່ນໃນຂະແໜງອຸດສາຫະກຳ Halal, ການທ່ອງທ່ຽວ, ການອະນຸລັກຮັກສາມໍລະດົກປະຫວັດສາດລວມ… ເມື່ອແບ່ງປັນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ເຊເນການ ແລະ ໂມໂຣໂກ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ, ໃຫ້ຮູ້ວ່າ:

“ການຢ້ຽມຢາມໄດ້ຮັບຄວາມຫວັງວ່າໄດ້ສ້າງຂີດໝາຍໃໝ່, ໄລຍະໃໝ່ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ເຊເນການ ແລະ ໂມໂຣໂກ, ກໍຄືນັບທັງ ອາຟະລິກາ ເວົ້າລວມ. ຈຸດປະສົງແມ່ນເພື່ອເຮັດແນວໃດ ນອກຈາກການພົວພັນດ້ານການເມືອງແລ້ວ, ພວກເຮົາຍັງຊຸກຍູ້ໃຫ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນມະນຸດມີຄວາມແທດຈິງກວ່າ”.

ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ

ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຄັ້ງນີ້ແມ່ນການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6 ຂອງສະຫະພັນລັດຖະສະພາສາກົນ (IPU), ຢູ່ ສະວິດ. ນີ້ແມ່ນເຫດການສຳຄັນດ້ານການທູດລັດຖະສະພາ, ດ້ວຍການເຂົ້າຮ່ວມຂອງລັດຖະສະພາເກືອບ 120 ປະເທດ, ໃນນັ້ນມີປະທານລັດຖະສະພາ ແລະ ປະທານສະພາແຫ່ງຊາດເກືອບ 100 ທ່ານເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ສຸມໃສ່ຫົວຂໍ້ວ່າ “ໂລກພວມວຸ້ນວາຍ: ການຮ່ວມມືລັດຖະສະພາ ແລະ ລັດທິຫຼາຍຝ່າຍເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນໝົດທຸກຄົນ”.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ໄດ້ດຳເນີນການຢ້ຽມຢາມ ສະວິດ ຢ່າງເປັນທາງການ. ຜ່ານນັ້ນ, ກໍ່ສືບຕໍ່ຢືນຢັນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະວິດ; ຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມ EFTA; ເນັ້ນໜັກເຖິງເນື້ອໃນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາຕ່ຳ ສະວິດ.

ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ; ຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງອົງການນິຕິບັນຍັດ ຫວຽດນາມ ໃນການເຂົ້າຮ່ວມແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ. ພ້ອມກັນນັ້ນ, ການໄປປະຕິບັດງານກໍ່ເປີດແງ່ຫວັງການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນກວ່າເກົ່າລະຫວ່າງ ສ. ເຊເນການ, ລາຊະອານາຈັກ ໂມໂຣໂກ ແລະ ສະວິດ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

Top