ບັນດາລາຍການສິລະປະ ທີ່ຈະສະແດງໃນລາຍການນີ້ ແມ່ນບັນດາບົດເພງກ່ຽວກັບຫົວຂໍ້ທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ, ບົດເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ໂດຍໄດ້ຮັບການສະແດງດ້ວຍບັນດານັກຮ້ອງ, ນັກສິລະປິນຂອງກອງສິລະປະ ທະຫານເຂດ I ແລະ ກອງສິລະປະຂອງແຂວງ ບັກນິງ ແລະ ນະຄອນ ຮ່າໂນ້ຍ ຈຳນວນໜຶ່ງ.
ທ່ານພັນເອກ ໂດະຝູເທາະ, ຜູ້ຮັບຜິດຊອບເປັນບັນນາທິການໃຫຍ່ໜັງສືພິມ ນັກຮົບເກົ່າ ຫວຽດນາມ
ລາຍການສິລະປະ “ຍັງຄົງຕົວຕາມການເວລາຕະຫຼອດໄປ” ຈະຈັດຂຶ້ນໃນວັນທີ 26 ກໍລະກົດ ຢູ່ຮ່າໂນ້ຍ ເພື່ອແນໃສ່ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ສຳລັບບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບ, ທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ເຈັບປ່ວຍໃນພາລະກິດຕໍ່ສູ້ຍາດເອົາເອກະລາດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາລາຍການສິລະປະ ທີ່ຈະສະແດງໃນລາຍການນີ້ ແມ່ນບັນດາບົດເພງກ່ຽວກັບຫົວຂໍ້ທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ, ບົດເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ໂດຍໄດ້ຮັບການສະແດງດ້ວຍບັນດານັກຮ້ອງ, ນັກສິລະປິນຂອງກອງສິລະປະ ທະຫານເຂດ I ແລະ ກອງສິລະປະຂອງແຂວງ ບັກນິງ ແລະ ນະຄອນ ຮ່າໂນ້ຍ ຈຳນວນໜຶ່ງ. ທ່ານພັນເອກ ໂດະຝູເທາະ, ຜູ້ຮັບຜິດຊອບເປັນບັນນາທິການໃຫຍ່ໜັງສືພິມ ນັກຮົບເກົ່າ ຫວຽດນາມ, ເຊິ່ງເປັນກົມກອງຈັດຕັ້ງເຫດການນີ້ ໃຫ້ຮູ້ວ່າ:
“ກ່ອນທີ່ຈະດຳເນີນລາຍການນີ້, ພວກຂ້າພະເຈົ້າໄດ້ຈັດຕັ້ງການມອບຂອງຂວັນໃຫ້ບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ຮ່າໂນ້ຍ ແລະ ແຂວງ ຮຶງອຽນ, ໄດ້ມອບໃຫ້ທະຫານເສຍອົງຄະ ແລະ ທະຫານເຈັບປ່ວຍ. ນັບແຕ່ນີ້ຮອດມື້ສະແດງລາຍການນັ້ນ, ພວກຂ້າພະເຈົ້າຍັງສືບຕໍ່ວິວັດການສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວຂອງບັນດາເປົ້າໝາຍດັ່ງກ່າວ”.
(ແຫຼ່ງຄັດຈາກ VOV)