ນັບແຕ່ຄ່ຳຄືນວັນທີ 21 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ ຈະມີຝົນຕົກໜັກໃນວົງກວ້າງ, ເຊິ່ງແຮງທີ່ສຸດແມ່ນຢູ່ບັນດາແຂວງ: ຮຶງອຽນ, ນິງບິ່ງ, ຝູເທາະ, ແທັງຮວ໊າ, ເງະອານ.
ພະຍຸ ວິພາ ພັດຖະຫຼົ່ມເຂົ້າເຂດດິນຕໍ່ແຜ່ນຂອງ ຫວຽດນາມ ໃນວັນທີ 22 ກໍລະກົດ (ພາບ:ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ)
ວັນທີ 22 ກໍລະກົດ, ພາຍຸ ວິພາ ໄດ້ພັດຖະຫຼົ່ມເຂົ້າເຂດດິນຕໍ່ແຜ່ນຂອງ ຫວຽດນາມ, ເຂດຖືກຜົນກະທົບຫນັກຫນ່ວງທີ່ສຸດແມ່ນນະຄອນ ຫາຍຟ່ອງ ແລະ ບັນດາແຂວງ ຮຶງອຽນ, ນິງບິ່ງ, ແທັງຮວ໊າ. ນີ້ແມ່ນພາຍຸແຮງທີ່ສຸດ, ໂດຍສົ່ງຜົນກະທົບໃນວົງກວ້າງ. ທ່ານ ມາຍວັນຄຽມ, ຜູ້ອຳນວຍການສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:
“ເຂດໃຈກາງຂອງພາຍຸລູກດັ່ງກ່າວ ແມ່ນເຄື່ອນທີ່ເຂົ້າທາງທິດໃຕ້ນະຄອນ ຫາຍຟ່ອງ ແລະ ທາງທິດເໜືອນະຄອນ ແທັງຮວ໊າ. ຖ້າໄລ່ຕາມລະດັບຄວາມໄວຂອງການເຄື່ອນທີ່ໃນປັດຈຸບັນແມ່ນ ປະມານ 10 ໂມງເຊົ້າຮອດ 15 ໂມງແລງຂອງວັນທີ 22 ກໍລະກົດ ຈະແມ່ນຈຸດເວລາທີ່ພາຍຸພັດເຂົ້າຢ່າງແຮງທີ່ສຸດ. ນີ້ກໍອາດຈະແມ່ນຈຸດເວລາທີ່ເຂດດິນຕໍ່ແຜ່ນຂອງບັນດາເຂດຈາກ ຫາຍຟ່ອງ ໄປເຖິງ ແທັງຮວ໊າ ມີລົມພັດແຮງ ແລະ ອັນຕະລາຍທີ່ສຸດ.”
ກໍຕາມທ່ານ ມາຍວັນຄຽມ ແລ້ວ, ນັບແຕ່ຄ່ຳຄືນວັນທີ 21 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ ຈະມີຝົນຕົກໜັກໃນວົງກວ້າງ, ເຊິ່ງແຮງທີ່ສຸດແມ່ນຢູ່ບັນດາແຂວງ: ຮຶງອຽນ, ນິງບິ່ງ, ຝູເທາະ, ແທັງຮວ໊າ, ເງະອານ.
(ແຫຼ່ງຄັດຈາກ VOV)